ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

6 ຄົນ ເສຍຊີວິດ ຍ້ອນແຜ່ນດິນໄຫວ ທີ່ແຮງ 8.2 ຣິກເຕີ ໃນພາກເໜືອ ຂອງຊີເລ (ສະໄລດ໌/ວີດີໂອ)


CHILE EARTHQUAKE CNPK
please wait
Embed

No media source currently available

0:00 0:01:40 0:00

ABŞ - Miss Oklahoma

ແຜ່ນດິນ​ໄຫວ​ ທີ່​ມີ​ຄວາມ​ແຮງ 8.2 ຣິກ​ເຕີ ​ໄດ້​ເຮັດ​ໃຫ້​ປະ
ຊາຊົນ​ເສຍ​ຊີວິດ ​ໄປ​ຢ່າງ​ໜ້ອຍ 6 ຄົນ​ໃນ Chile ​ແລະ​
ເຮັດ​ໃຫ້​ເກີດ​ຄື້ນຟອງ​ສຸ​ນາ​ມິ ຂະໜາດ​ນ້ອຍ​ທີ່​ໄດ້​ພາໃຫ້
​ມີ​ການ​ອົບ​ພະຍົບປະຊາຊົນທີ່​ອາ​ໄສ​ຢູ່​ເລາະຕາມ​ແຄມ​ຝັ່ງ​
ມະຫາ​ສະມຸດ​ປາຊີ​ຟິກຂອງ​ປະ​ເທດອອກ​ໄປ.

​ແຜ່ນດິນ​ໄຫວ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ມີ​ຈຸດ​ໃຈກາງ​ຢູ່​
ນອກ​ຝັ່ງ​ມະຫາ​ສະ​ມຸດທາ​ງພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ
Chile ອອກ​ໄປ​ປະມານ 100 ຫຼັກ​ກິ​ໂລ​ແມັດ ບ່ອນ​ທີ່​ລາຍ
​ງານ​ແຈ້ງວ່າ ດິນ​ເຈື່ອນ​ໄດ້ຕັນຖະ​ໜົນຫຼວງ​ຫຼາຍ​ເສັ້ນ ​ແລະ
​ເຮັດ​ໃຫ້​ໄຟຟ້າ​ໃຊ້​ການ​ບໍ່​ໄດ້​ຢ່າງ​ແຜ່​ຫຼາຍ​ນັ້ນ.

ປະທານາທິບໍດີ Michelle Bachelet ​ໄດ້​ປະກາດ​ພາວະສຸກ​ເສີນ​ໃນ​ຂົງເຂດດັ່ງ
ກ່າວ ​ແຕ່​ເວົ້າ​ວ່າ ມັນ​ເປັນ​ການ​ໄວ​ໂພດ​ທີ່​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ
ຂະໜາດ​ໃດ​ນັ້ນ. ​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ໃນ​ຕອນ​ເດິກ​ມື້​ຄືນ​ນີ້ ທ່ານ​ນາງ​ໄດ້
ຮຽກຮ້ອງ​ໃຫ້​ປະຊາຊົນ​ຢູ່​ໃນ​ຄວາມ​ງຽບສະຫງົບ.

ທ່ານ​ນາງ Bachelet ກ່າວ​ວ່າ “ໄດ້​ມີ​ການ​ເອົາ​ມາດ​ຕະການ​ຕ່າງໆ​ທີ່ເໝາະ
​ສົມ​ເພື່ອ​ປົກ​ປັກ​ຮັກສາ​ຊີວິດ​ຂອງ​ປະຊາຊົນ ​ແລະ​ວັດ​ຖຸສິ່ງ​ຂອງຂອງ​ເຂົາ​
ເຈົ້າ ​ແລະ​ວ່າ ລັດຖະບານ​ຈະ​ສືບ​ຕໍ່​ດຳ​ເນີນ​ງານ​ໄປ​ເລື້ອຍໆ​ໃນ​ສິ່ງ​ທີ່​ຈຳ
ເປັນ​ເພື່ອຮັບ​ມື​ກັບ​ພາວະສຸກ​ເສີນ ​ແລະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພວກ​
ເຮົາ.”


​ໄດ້​ມີ​ການອອກ​ການ​ອອກ​ຄຳເຕືອນກ່ຽວກັບ​ຄື້ນ​ຟອງ​ສຸ​ນາ​ມິ​ແລະ​ຄຳສັ່ງ​ອົບ​ພະ
ຍົບ​ຜູ້ຄົນໃນ​ເຂດເລາະ​ຕາມ​ແຄມ​ຝັ່ງ​ມະຫາ​ສະມຸດ​ໃນ​ພາກ​ເໜືອ​ຂອງ Chile ​
ແຕ່​ຄຳ​ເຕືອນ​ໃນ​ເຂດ​ອື່ນໆ​ເລາະ​ແຄມ​ມະຫາ​ສະມຸດ​ປາຊີ​ຟິກ ຂອງ​ເຂດ​ອະ​ເມ
ຣິກາ​ລາ​ຕິນ​ໄດ້​ຍົກເລີກ​ໄປ​ແລ້ວ.

ຄື້ນຟອງ​ທີ່​ມີ​ຄວາມ​ສູງ​ປະມານ 2 ​ແມັດ ​ໄດ້​ປະ​ທະ​ຝັ່ງ​ທະ​ເລ​ຂອງ Chile ​ໃນ​ເວລາ​
ບໍ່​ເທົ່າ​ໃດ​ຊົ່ວໂມງ ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ. ​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ລາຍ​ງານ​ແຈ້ງ​
ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຈາກ​ຄື້ນຟອງດັ່ງກ່າວ​ນີ້ເທື່ອ.
Chile Earthquake Aftershocks Felt in Bolivia, Peru
please wait

No media source currently available

0:00 0:01:25 0:00
XS
SM
MD
LG