ກອງກຳລັງຮັກສາຄວາມປອດໄພ ອິນເດຍ ກຳລັງເຮັດວຽກ ຢ່າງ
ໜັກເພື່ອຍຶດຄອງຖານທັບອາກາດແຫ່ງໜຶ່ງ ຢູ່ໃກ້ກັບເຂດຊາຍ
ແດນຂອງປະເທດ ຕິດກັບ ປາກິສຖານ ທີ່ໄດ້ຕົກເປັນເປົ້າໝາຍ
ຂອງການໂຈມຕີຮ້າຍແຮງ ໃນວັນເສົາວານນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ 10 ຄົນໄດ້ຖືກຂ້າຕາຍໃນການຕໍ່ສູ້ກັນ
ດົນເຖິງ 15 ຊົ່ວໂມງ, ລວມມີທະຫານຍາມຂອງ ອິນເດຍ 6 ຄົນ
ແລະ ພວກຫົວ ຮຸນແຮງຕ້ອງສົງໄສ 4 ຄົນ. ອົງການຂ່າວ Reuters
ກ່າວວ່າ ທະຫານຮັກສາຄວາມປອດໄພທີ່ຖືກຂ້າຕາຍຄົນໜຶ່ງ
ແມ່ນຜູ້ຊະນະເລີດ ຫຼຽນເງິນ ແລະ ຫຼຽນຄຳ ກິລາຍິງປືນ ໃນງານ
ແຂ່ງຂັນກິລາ Commonwealth ປີ 1995.
ພວກນັກໂຈມຕີຫຼາຍຄົນ ເຊື່ອວ່າແມ່ນສະມາຊິກຂອງກຸ່ມ Jaish e Mohammed ຫຼື
The Army of Mohammed, ເປັນກຸ່ມຫົວຮຸນແຮງກຸ່ມໜຶ່ງ ທີ່ມີຖິ່ນຖານຕັ້ງຢູ່ປະເທດ
ປາກິສຖານ ເຊິ່ງຢາກປະກາດ ເອກະລາດ ສຳລັບພາກພື້ນ Kashmir ທີ່ປົກຄອງໂດຍ
ອິນເດຍ.