ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ຄົນ ເສຍຊີວິດ ຍ້ອນ ເຫດລະເບີດ ທີ່ຟິລິບປິນ


ແຜນທີ່ ຟີລິບປິນ
ແຜນທີ່ ຟີລິບປິນ
ຕໍາຫລວດໃນພາກ​ໃຕ້​ຟິລິບ​ປິນກ່າວ​ວ່າ 6 ຄົນ​ໄດ້​ເສຍ​ຊີ​ວິດ​ເວ
ລາ​ລະ​ເບີດ ​ທີ່​ເຮັດ​ດ້ວຍ​ຕົນ​ເອງ ​ແຕກ​ຂື້ນ​ຢູ່​ໃນ​ຮ້ານ​ອາຫານທີ່
ເມືອງ​ທ່າ Caganya de Oro.

​ເຈົ້າ​ໜ້າ​ທີ່ກ່າວ ​ໃນ​ວັນ​ເສົາມື້​ນີ້​ວ່າ ປະມານ 28 ຄົນ​ໄດ້​ຮັບ​ບາດ​
ເຈັບ ​ເວລາ​ລະ​ເບີດ​ໄດ້​ແຕກ​ຂື້ນ​ປະມານ​ຕອນ​ທ່ຽງ​ຄືນ ຫລາຍໆ​
ຄົນ​ເປັນ​ຜູ້ຕາງ​ໜ້າ​ຂອງບັນດາ ບໍລິສັດຜະລິດ​ຢາ ທີ່​ໄປ​ຊຸມ​ແຊວ
ກັນຢູ່​ຮ້ານ​ອາຫານດັ່ງກ່າວ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ສືບສວນ​ກໍາລັງ​ດໍາ​ເນີນຢູ່​ເພື່ອ​ພິຈາລະນາ ເບິ່ງ​ຈຸດປະສົງ ​ໃນການ​ໂຈມ​ຕີ​ຄັ້ງນີ້.

​ເມືອງ Cagayan de Oro ຕັ້ງ​ຢູ່​ເທິງ​ເກາະ Mindanao ບ່ອນ​ທີ່ກຸ່ມ​ຫົວ​ຮຸນ​ແຮງ ​ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມກໍ່​ການ​ຮ້າຍ​ຂ້າມ​ຊາດ al-Qaida ກຸ່ມ​ກະບົດ ຄອມ​ມິ​ວນິສ ​ແລະ​ກຸ່ມ​ອາ​ຊະ​ຍາ​ກຳຕິດ​ອາວຸດ​ໜັກ ພາກັນປະຕິບັດ​ງານ​ຢູ່​ນັ້ນ.
XS
SM
MD
LG