ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຈີນ 6 ຄົນ ບາດເຈັບ ໃນການໂຈມຕີ ຢູ່ ພາກເໜືອລາວ


ຊາວຈີນ 6 ຄົນໄດ້ຮັບບາດເຈັບ ໃນການໂຈມຕີລົດບັສຄັນນຶ່ງ
ໃນພາກເໜືອຂອງລາວ​ເມື່ອຄືນວັນພຸດຜ່ານມາ ອີງຕາມລາຍ
ງານຂ່າວຂອງທາງການຈີນທີ່ອ້າງແຫຼ່ງຂ່າວຈາກສະຖານທູດ.

ພວກທີ່ໄດ້ຮັບບາດເຈັບທັງໝົດແມ່ນຜູ້ໂດຍສານແລະຄົນຂັບ
ລົດ ​ທີ່ພວມເດີນທາງ ຈາກເມືອງຄຸນໝິງ ຢູ່ໃນແຂວງຢຸນນານ
ທາງພາກຕາເວັນຕົກສຽງໃຕ້ຂອງຈີນມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນ​.

ລົດບັສຄັນນີ້ບັນທຸກຜູ້ໂດຍສານ 25 ຄົນພ້ອມດ້ວຍຄົນຂັບ 3 ຄົນໄດ້ຖືກໂຈມຕີໂດຍພວກ ມືປືນທີ່ບໍ່ຊາບຝ່າຍ ໃນເວລາປະມານ 9 ໂມງແລງຕາມເວລາທ້ອງຖິ່ນ​ ເທິງເສັ້ນທາງໃນບໍ
ລິເວນເມືອງກາສີ ແຂວງວຽງຈັນ.

ຄົນຂັບລົດທີ່ໄດ້ຮັບບາດເຈັບແຕ່ກໍສາມາດນຳເອົາລົດຄັນດັ່ງກ່າວແລ່ນໄປຍັງບ່ອນທີ່ປອດ ໄພໄດ້ ອີງຕາມລາຍງານຂ່າວ ທີ່ແຈ້ງໃຫ້ຊາບຕື່ມວ່າ ພວກທີ່ໄດ້ຮັບບາດເຈັບ ແມ່ນໄດ້ຖືກ ສົ່ງໄປຮັບການປິ່ນປົວ ຢູ່ທີ່ໂຮງໝໍ ໃນເຂດທ້ອງຖິ່ນ. ລາຍງານບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຮ້າຍແຮງຂອງພວກທີ່ໄດ້ຮັບບາດເຈັບ.

ການຍິງໂຈມຕີດັ່ງກ່າວແມ່ນຄວາມຮຸນແຮງຄັ້ງຫລ້າສຸດທີ່ເກີດຂຶ້ນຢູ່ລາວໃນປີນີ້. ເມື່ອວັນ
ທີ 1 ມີນາຜ່ານມານີ້ ກໍມີຊາວຈີນຄົນນຶ່ງເສຍຊີວິດແລະ 3 ຄົນບາດເຈັບໃນການໂຈມຕີບໍລິ ສັດລົງທຶນຈີນ ໂດຍພວກມືປືນທີ່ບໍ່ຊາບຝ່າຍ ໃນແຂວງຫລວງພະບາງ.

ໃນວັນທີ 24 ມັງກອນ ຕົ້ນປີນີ້ ກໍມີຊາວຈີນ 2 ຄົນ ເສຍຊີວິດ ແລະອີກຄົນນຶ່ງບາດເຈັບ ໃນ ການໂຈມຕີລົດບັສດ້ວຍລະເບີດ ທີ່ແຂວງໄຊສົມບູນ.

XS
SM
MD
LG