ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ຄົນ ຖືກຈັບຍ້ອນວາງແຜນລັກພາຕົວ ຜູ້ປົກຄອງລັດມີຊິແກນ


ທ່ານນາງ Gretchen Whitmer, ຜູ້ປົກຄອງລັດມິຊິແກນ ກ່າວຕໍ່ພວກນັກຂ່າວຢູ່ກາງເມືອງ Midland, ລັດມີຊິແກນໃນວັນທີ 20 ພຶດສະພາ, 2020
ທ່ານນາງ Gretchen Whitmer, ຜູ້ປົກຄອງລັດມິຊິແກນ ກ່າວຕໍ່ພວກນັກຂ່າວຢູ່ກາງເມືອງ Midland, ລັດມີຊິແກນໃນວັນທີ 20 ພຶດສະພາ, 2020

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໃນວັນພະຫັດວານນີ້ ໄດ້ປະກາດວ່າ ໄດ້ທັບມ້າງແຜນການລັກພາຕົວຜູ້ປົກຄອງລັດມິຊິແກນ (Michigan), ໂດຍໄດ້ຈັບກຸມພວກຫົວຮຸນແຮງຕໍ່ຕ້ານລັດຖະບານ 6 ຄົນ ທີ່ເບິ່ງຄືວ່າ ເກີດຄວາມໂກດແຄ້ນຕໍ່ມາດຕະການປິດລັດ ຂອງນັກການເມືອງຈາກພັກເດໂມແຄຣັດຄົນນັ້ນ ໃນຂະນະທີ່ມີການແຜ່ລະບາດຢ່າງໜັກ ຂອງໄວຣັສໂຄໂຣນາ. ອີກເຈັດຄົນຖືກຈັບໃນຂໍ້ຫາກໍ່ການຮ້າຍຕໍ່ລັດຖະບານ.

ທັງ 6 ຄົນ ໄດ້ຖືກກ່າວຫາໃນສານລັດຖະບານກາງໃນຂໍ້ຫາສົມຮູ້ຮ່ວມຄິດ ທີ່ຈະລັກພາຕົວທ່ານນາງ ເກຣດເຈນ ວິດເມີ (Gretchen Witmer) ອອກຈາກເຮືອນໄປພັກຜ່ອນຂອງທ່ານນາງ ແລະເອົາທ່ານນາງໄປໄວ້ຢູ່ໃນບ່ອນລັບລີ້ແຫ່ງນຶ່ງໃນລັດວິສຄອນຊິນ ເພື່ອດໍາເນີນການສອບສວນທ່ານນາງ ໃນເລື້ອງກະບົດຕໍ່ຊາດ.

ບັນດາໄອຍະການກ່າວວ່າ ໂດຍເຮັດວຽກກັບສະມາຊິກຂອງກຸ່ມຕິດອາວຸດທີ່ບໍ່ໄດ້ລະບຸຊື່ ຢູ່ໃນລັດມີຊິແກນ, ພວກຜູ້ຊາຍ - ຊຶ່ງຫ້າຄົນມາຈາກລັດມິຊິແກນ ແລະອີກຄົນນຶ່ງມາຈາກລັດເດລາແວ ໄດ້ໃຊ້ເວລາຫຼາຍເດືອນ ເພື່ອວາງແຜນ, ຝຶກອົບຮົມ ແລະດຳເນີນການເຝົ້າສອດແນມເບິ່ງທີ່ພັກອາໄສ ໃນລະດູຮ້ອນຂອງທ່ານນາງວິດເມີ (Whitmer) ໃນລັດມິຊິແກນ, ຫລ້າສຸດຢູ່ໃນເດືອນແລ້ວນີ້.

ໄອຍະການຂອງສະຫະລັດ, ທ່ານແມັດທີວ ສະນາຍເດີ (Matthew Schneider) ກ່າວວ່າ "ພວກເຮົາທຸກຄົນສາມາດທີ່ຈະບໍ່ເຫັນດີເຫັນພ້ອມນຳກັນໃນເລື້ອງການເມືອງ, ແຕ່ວ່າ ຄວາມບໍ່ເຫັນດີເຫຼົ່ານັ້ນ ບໍ່ຄວນຈະກໍ່ໃຫ້ເກີດຄວາມຮຸນແຮງ." ທ່ານກ່່າວຕໍ່ໄປອີກວ່າ "ບັນດາຄຳກ່າວຫາໃນຄຳຟ້ອງຮ້ອງອັນນີ້ໄດ້ສ້າງຄວາມວິຕົກກັງວົນຢ່າງເລິກເຊິ່ງ."

ສອງສາມຊົ່ວໂມງຕໍ່ມາ, ທ່ານນາງວິດເມີ (Whitmer) ກ່າວວ່າ ປະທານາທິບໍດີດໍໂນລ ທຣໍາ ມີສ່ວນທີ່ຄວນຖືກຕຳໜິ ເພາະວ່າທ່ານບໍ່ໄດ້ປະນາມພວກຊາວຜິວຂາວທີ່ຖືວ່າຕົນດີເລີດ, ລວມທັງຢູ່ໃນການໂຕ້ວາທີ ໃນອາທິດທີ່ຜ່ານມາກັບທ່ານໂຈ ໄບເດັນ, ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ, ໃນຂະນະທີ່ທ່ານໄດ້ຮຽກຮ້ອງໃຫ້ກຸ່ມຝ່າຍຂວາຈັດ "ຈົ່ງຢືນຢູ່ຂ້າງຫຼັງ ແລະຢືນຢູ່ທາງຂ້າງກຽມພ້ອມ” ອີກຊໍ້າ.

ທ່ານນາງວິດເມີ (Whitmer) ກ່າວວ່າ “ກຸ່ມຄົນທີ່ມີຄວາມກຽດຊັງ ໄດ້ຍິນຄຳເວົ້າຂອງປະທານາທິບໍດີ ທີ່ບໍ່ແມ່ນຄຳຕຳໜິ ແຕ່ເປັນສຽງຮຽກຮ້ອງໃຫ້ມີການເຕົ້າໂຮມກັນ, ເປັນການຮຽກຮ້ອງໃຫ້ກະທຳການ.”

ບໍ່ມີການສະແດງອອກໃນການຍື່ນຟ້ອງວ່າ ຜູ້ຊາຍທີ່ຖືກຈັບແມ່ນໄດ້ຮັບແຮງບັນ ດານໃຈຈາກທ່ານທຣໍາ, ເຊິ່ງເມື່ອບໍ່ດົນມານີ້ ທ່ານໄດ້ບອກກັບອົງການຂ່າວ Fox News ວ່າ ທ່ານໄດ້ປະນາມ “ພວກຄົນຜິວຂາວທີ່ຖືວ່າຕົນດີເລີດໝົດທຸກຄົນ”. ທຳນຽບຂາວເອີ້ນການກ່າວເຊັ່ນນັ້ນ ຂອງທ່ານນາງວິດເມີ (Whitmer) ວ່າ “ເວົ້າພິລຶກໂພດ.”

ອົງການສັນຕິບານກາງ ຫລື FBI ໄດ້ລະບຸວ່າຜູ້ຊາຍທັງ 6 ຄົນ ແມ່ນທ້າວ Adam Fox, Ty Garbin, Kaleb Franks, Daniel Harris, Brandon Caserta - ທັງໝົດມາຈາກລັດມິຊິແກນ - ແລະ Barry Croft ມາຈາກລັດເດລາແວ. ຖ້າຖືກຕັດສິນວ່າ ມີຄວາມຜິດຕາມການກ່າວຫາ, ແຕ່ລະຄົນຈະປະເຊີນກັບໂທດຈຳຄຸກສູງສຸດແມ່ນຕະຫຼອດຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG