ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມໂບໂກ ຮາຣາມ ອ້າງເອົາຄວາມຮັບຜິດຊອບ ສຳລັບ ການໂຈມຕີສະລະຊີບ ຢູ່ໄນຈີເຣຍ


ຊາວຊີໄອ ມຸສລິມ ເດີນຂະບວນ ໃນລະຫວ່າງ ພິທີສະຫຼອງທາງສາສະໜາ Ashura ຄົບຮອດ 40 ປີ ໃນຄຸ້ມ Dakasoye, ທາງພາກເໜືອຂອງໄນຈີເຣຍ, ຫຼັງຈາກ ການໂຈມຕີ ສະລະຊີບ ທີ່ໄດ້ສັງຫານ ຢ່າງໜ້ອຍ 21 ຄົນ ຢູ່ໃກ້ກັບເມືອງ Kano, ວັນທີ 27 ພະຈິກ 2015.
ຊາວຊີໄອ ມຸສລິມ ເດີນຂະບວນ ໃນລະຫວ່າງ ພິທີສະຫຼອງທາງສາສະໜາ Ashura ຄົບຮອດ 40 ປີ ໃນຄຸ້ມ Dakasoye, ທາງພາກເໜືອຂອງໄນຈີເຣຍ, ຫຼັງຈາກ ການໂຈມຕີ ສະລະຊີບ ທີ່ໄດ້ສັງຫານ ຢ່າງໜ້ອຍ 21 ຄົນ ຢູ່ໃກ້ກັບເມືອງ Kano, ວັນທີ 27 ພະຈິກ 2015.

ກຸ່ມຫົວຮຸນແຮງ Boko Haram ທີ່ເປັນເຄືອຂ່າຍຂອງກຸ່ມລັດ
ອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ການວາງລະ
ເບີດສະລະຊີບ ໃນພາກເໜືອຂອງໄນຈີເຣຍ ທີ່ໄດ້ສັງຫານຢ່າງ
ໜ້ອຍ 22 ຄົນ ທີ່ ກຳລັງພາກັນເດີນຂະບວນ ໃນພິທີສະແຫວງ
ບຸນຂອງນິກາຍຊີໄອ.

ລະເບີດແຕກ ຢູ່ໃກ້ກັບເມືອງ Kano ມີຂຶ້ນ ພຽງບໍ່ເທົ່າໃດມື້ ຫຼັງ
ຈາກ ມືລະເບີດແມ່ຍິງສອງຄົນ ໄດ້ລະເບີດຕົນເອງ ຢູ່ຕະຫລາດ ຂາຍໂທລະສັບມືຖືໃນທ້ອງຖິ່ນ ເຮັດໃຫ້ມີຄົນເສຍຊີວິດ ຢ່າງ
ໜ້ອຍ 14 ຄົນ ແລະ ຫຼາຍກວ່າຮ້ອຍຄົນອື່ນອີກ ໄດ້ຮັບບາດເຈັບ
ຢູ່ໃນເມືອງທີ່ມີພົນລະເມືອງ ຈຳນວນ 2 ລ້ານ 1 ແສນຄົນ.

ຖະແຫລງການສະບັບໜຶ່ງ ໄດ້ຖືກໂພສຕ໌ລົງ ເມື່ອວັນເສົາວານນີ້ ຜ່ານທາງ Twitter ທີ່
ໄດ້ກ່າວເຖິງ ການວາງລະເບີດເມື່ອວັນສຸກຜ່ານມານັ້ນ ວ່າ “ການປະຕິບັດງານ ຂອງຜູ້
ສະລະຊີບເພື່ອສາສະໜາ.”
ມັນຍັງໄດ້ປະຕິຍານວ່າ ຈະມີຄວາມຮຸນແຮງເພີ້ມຂຶ້ນຕື່ມ
ອີກ ໃນຂະນະທີ່ ກຸ່ມຫົວຮຸນແຮງຈັດ ເລັ່ງການຕໍ່ສູ້ຂອງພວກຕົນ ທີ່ແກ່ຍາວເຖິງ 6 ປີ ເພື່ອ
ສ້າງຕັ້ງຂົງເຂດເອກະລາດ ຂອງລັດອິສລາມ ຫຼື caliphate ຢູ່ທາງພາກຕາເວັນອອກສຽງ
ເໜືອ ຂອງໄນຈີເຣຍ ແລະ ຢູ່ໃກ້ກັບພາກເໜືອຂອງກາເມຣູນ ຊາດ ແລະ ໄນເຈີ.

ຢູ່ໃນບົດລາຍງານຫຼ້າສຸດ ກ່ຽວກັບການກໍ່ການຮ້າຍ ໃນໂລກ ຂອງສະຖາບັນສຳລັບ ເສດ
ຖະກິດ ແລະ ສັນຕິພາບ ທີ່ເປັນອິດສະລະ ກ່າວວ່າ ກຸ່ມ ໂບໂກ ຮາຣາມ ໄດ້ກາຍມາເປັນ
ກຸ່ມກໍ່ການຮ້້າຍທີ່ໂຫດຫ້ຽມທີ່ສຸດໃນໂລກ ລະຫວ່າງ ປີ 2014. ຢູ່ໃນບົດວິຈານປະຈຳປີ
ຂອງສະຖາບັນ ທີ່ໄດ້ອອກເຜີຍແຜ່ ເມື່ອຕົ້ນເດືອນນີ້ ທີ່ມັນໄດ້ອ້າງວ່າ ກຸ່ມໂບໂກ ຮາຣາມ ເປັນເຫດຜົນເຮັດໃຫ້ ຫຼາຍກວ່າ 6,600 ຄົນເສຍຊີວິດ ຊຶ່ງເພີ້ມສູງຂຶ້ນຮອດ 317 ເປີເຊັນ ຈາກປີ 2013.

XS
SM
MD
LG