ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນ້ອງ​ສາວ​ ຂອງ​ຜູ້​ນຳ​ສູງ​ສຸດ​ອີ​ຣ່ານ ປະ​ນາມ​ການ​ປາບ​ປາມ​ພວກ​ປະ​ທ້ວງ


ວີ​ດີ​ໂອ ທີ່​ຜູ້​ຊົມ​ນຳ​ອອກ​ເຜີຍ​ແຜ່ທາງ​ທວີດ​ເຕີ້ ເມື່ອ​ວັນ​ທີ 7 ທັນ​ວາ 2022 ມີ​ເນື້ອ​ໄນ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ນັກ​ສຶກ​ສາ​ໄດ້​ປະ​ທ​ະ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ທີ່​ເມືອງ​ມາ​ຊາດ ປະ​ເທດ​ອີ​ຣ່ານ.
ວີ​ດີ​ໂອ ທີ່​ຜູ້​ຊົມ​ນຳ​ອອກ​ເຜີຍ​ແຜ່ທາງ​ທວີດ​ເຕີ້ ເມື່ອ​ວັນ​ທີ 7 ທັນ​ວາ 2022 ມີ​ເນື້ອ​ໄນ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ນັກ​ສຶກ​ສາ​ໄດ້​ປະ​ທ​ະ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ທີ່​ເມືອງ​ມາ​ຊາດ ປະ​ເທດ​ອີ​ຣ່ານ.

ນ້ອງ​ສາວ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຮ່ານ ປະ​ນາມ​ຕໍ່​ການ​ປາ​ບ​ປາມ​ພວກ​ປະ​ທ້ວງ​ຢູ່​ໃນ​ອີ​ຣ່ານ ແລະ​ຮຽກ​ຮ້ອງ​ໃຫ້ສັ່ງ​ກຳ​ລັງ​ພິ​ທັກ​ປະ​ຕິ​ບັດເລີກ​ປະ​ຕິ​ບັດ​ການ ອີງ​ຕາມ​ຈົດ​ໝາຍ​ທີ່​ພິມ​ເຜີຍ​ແຜ່ ​ໂດຍ​ລູກ​ຊາຍ​ຂອງ​ນາງ​ ຢູ່​ປະ​ເທດ​ຝ​ຣັ່ງ.

ໃນ​ຈົດ​ໝາຍ​ທີ່​ລົງ​ວັນ​ທີ​ເດືອນ​ທັນ​ວາ​ປີ 2022 ນາງ​ບາ​ດ​ຣີ ຮອ​ສ​ເຊນ​ນີ ຄາ​ເມ​ນີ ທີ່​ຢູ່​ໃນ​ປະ​ເທດ​ອີ​ຣ່ານ ໄດ້​ອອກ​ມາ​ຕ້ອງ​ຕິ​ຄະ​ນະຈັດ​ຕັ້ງ​ພວກ​ນັກ​ບວດຂອງ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ ນັບ​ແຕ່ມື້​ກໍ່​ຕັ້ງ​ມາ​ຈົນ​ຮອດ​ປັດ​ຈຸ​ບັນ.

ນາງ​ໄດ້​ຂຽນ​ລົງ​ໃນ​ຈົດ​ໝາຍ ທີ່​ລູກ​ຊາຍ​ຂອງ​ນາງ ທ້າວ​ມັກ​ມຸດ ໂມ​ຣາດ​ຄາ​ນີ ໄດ້​ແບ່ງ​ປັນ​ຜ່ານ​ທາງ​ທວີດ​ເຕີ້​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ເລື້ອງ​ທີ່​ເໝາະ​ສົມ​ໃນ​ເວ​ລານີ້ ທີ່​ຕ້ອງ​ໄດ້​ປະ​ກາດ​ວ່າ ຂ້ອຍ​ຄັດ​ຄ້ານ​ຕໍ່​ການ​ກະ​ທຳ​ຂອງ​ອ້າຍ​ຂ້າ​ພະເຈົ້າ ແລະ​ຂໍ​ສະ​ແດງ​ຄວາມ​ເຫັນ​ກ​ອົກ​ເຫັນ​ໃຈກັບ​ພວກ​ຜູ້​ເປັນ​ແມ່​ທີ່​ໄວ້​ທຸກ​ໃຫ້​ແກ່​ອາ​ຊ​ຍາ​ກຳ​ຂອງ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ ນັບ​ແຕ່​ສະ​ໄມ​ໂຄ​ເມ​ນີມາ​ຈົນ​ຮອດ​ຍຸກ​ປັດ​ຈຸ​ບັນ ຂອງ​ຄາ​ລີບ​ຜະ​ເດັດ​ການ​ອາ​ລີ ຄາ​ເມ​ນີ.”

“ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຄຳ​ເວົ້າ​ຂອງ​ແມ່​ຂ້ອຍ ຈະ​ທັບ​ມ້າງ​ຄວາມ​ງຽບ​ສະ​ຫງົບ​ຂອງ​ພວກ​ນັກ​ບວດ ທີ່​ຄິດ​ຄ້ານ​ຕໍ່ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ” ທ້າວ​ມາ​ຣາດ​ຄາ​ນີ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ຝ​ຣັ່ງ ໄດ້​ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ພິ​ເສດ​ກັບ​ວີ​ໂອ​ເອ ພະ​ແນກ​ພາ​ສາ​ເປີ​ເຊຍ ເມື່ອ​ວັນ​ທີ 7 ທັນ​ວາ​ຜ່ານ​ມານີ້.

ໃນ​ຈົດ​ໝາຍນັ້ນ ນາງ​ບາ​ດ​ຣີ ຄາ​ເມ​ນີ ໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ “ພາ​ກັນ​ວາງ​ອາ​ວຸດ” ແລະ “ເຂົ້າ​ຮ່ວມ​ກັບ​ປະ​ຊາ​ຊົນ​ກ່ອນ​ທີ່​ມັນ​ຈະ​ຊ້າ​ເກີນ​ໄປ.”

ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້ ພວກ​ນັກ​ສຶກ​ສາ​ປະ​ທ້ວງ​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ​ໃນ​ທົ່ວ​ປະ​ເທດ​ອີ​ຣ່ານ ໃນ​ຄື້ນ​ຟອງ​ຂອງ​ການ​ກໍ່​ຄວາມ​ບໍ່​ສະ​ຫງົບ​ຂອງ​ປະ​ຊາ​ຊົນ​ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ເສຍ​ຊີ​ວິດ​ຂອງ​ຍິງ​ສາວ​ຊາວ​ເຄີດ ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ທີ່​ຖືກ​ຄຸມ​ຂັງ​ໂດຍ​ຕຳ​ຫຼວດ​ສິນ​ທຳ​ຂອງ​ປະ​ເທດ.

ວີ​ໂອ​ເອ ພະ​ແນກ​ພາ​ສາ​ເປີ​ເຊຍ ໄດ້​ອ້າງ​ລາຍ​ງານ​ຂ່າວ​ທີ່​ເວົ້າ​ວ່າ ​ການ​ປະ​ທ້ວງ​ໄດ້​ມີ​ຂຶ້ນ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ຢ່າງ​ໜ້ອຍ 20 ແຫ່ງ ບ່ອນ​ທີ່​ກຳ​ລັງ​ຮັກ​ສາ​ຄວາ​ມ​ສະ​ຫງົບ​ແລະ​ຕຳ​ຫຼວດນອກ​ເຄື່ອງ​ແບບ​ໄດ້​ປະ​ທະ​ກັບ​ພວກ​ນັກ​ສຶກ​ສາ.

ກຳ​ລັງ​ລັດ​ຖະ​ບານ​ໃນ​ເມືອງ​ມາ​ຊາດ (Mashhad) ມີ​ລາຍ​ງານ​ວ່າ ໄດ້​ບຸກ​ໂຈມ​ຕີ​ພວກ​ນັກ​ສຶກ​ສາ​ດ້ວຍ “ໄມ້​ຄ້ອນ​ແລະ​ປືນ​ໃຊ້​ໄຟ​ຟ້າ​ຊັອດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG