ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອີຈິບ ຢາກໃຫ້ ສປຊ ຮັບຜ່ານມະຕິ ໃຫ້ນາໆຊາດ ເຂົ້າແຊກແຊງ ໃນລີເບຍ


ຮູບພາບເຮືອບິນລົບ ທີ່ນຳເຜີຍແຜ່ ໂດຍກະຊວງປ້ອງກັນປະເທດອີຈິບ.
ຮູບພາບເຮືອບິນລົບ ທີ່ນຳເຜີຍແຜ່ ໂດຍກະຊວງປ້ອງກັນປະເທດອີຈິບ.

ປະທານາທິບໍດີ ອີ​ຈິບ ທ່ານ Abdel Fattah el-Sissi ກ່າວ
ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ
ຄວນ​ທີ່​ຈະ​ຮັບ​ເອົາມະຕິຮຽກຮ້ອງ​ກອງທັບ​ນາໆ​ຊາດເຂົ້າ​ແຊກ​
ແຊງ​ໃນ​ລີ​ເບຍ.

ຄຳ​ຖະ​ແຫລ​ງຂອງ​ທ່ານ Sissi ​ໄດ້​ມີ​ຂື້ນ​ ໃນການ​ສຳພາດຕໍ່ວິທະ
ຍຸ ຢູ​ໂຣບ 1 ຂອງຝຣັ່ງ ນຶ່ງ​ມື້​ຫລັງ​ຈາກ​ກອງທັບຂອງ​ທ່ານໄດ້ທຳ​
ການ​ໂຈມ​ຕີ​ທາງ​ອາກາດຕໍ່ ເປົ້າໝາຍຕ່າງໆຂອງພວກ​ຫົວ​ຮຸນ​
ແຮງລັດ​ອິສລາມຢູ່ເມືອງ Darna ທາງ​ພາກ​ຕາ​ເວັນ​ອອກຂອງ​ລີ​
ເບຍ​. ການ​ຖີ້​ມລະ​ເບີດ​ດັ່ງ​ກ່າວ ​ແມ່ນເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​
ພວກ​ຫົວ​ຮຸນ​ແຮ​ງ ທີ່ຕັດ​ຫົວຊາວ​ຄຣິສຕຽນ ນິ​ກາຍ Coptic ຂອງ
ອີີຈິບ.

ທ່ານ​ກ່າວ​ວ່າ “ບໍ່​ມີ​ທາງ​ເລືອກ​ອຶ່ນ ເມື່ອ​ພິຈາລະນາເຖິງ ຂໍ້ຕົກລົງ​ຂອງປະຊາຊົນ​ ​ແລະລັດ
ຖະບານລີ​ເບຍ ​ແລະ​ເຂົາ​ເຈົ້າ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ລົງມືໄດ້.”

ການ​ຕັດ​ຫົວ ​ແມ່ນເປັນ​ໂຕ​ຢ່າງອັນຫ​ລ້າ​ສຸດຂອງ​ຄວາມ​ວຸ້ນວາຍ ​ທີ່​ຍັງ​ມີ​ຢູ່​ໃນ ລີ​ເບຍ ບ່ອນ​ທີ່ລັດຖະບານຊຶ່ງເປັນຄູ່ແຂ່ງ ​ແລະ​ພວກ​ທະຫານບ້ານທີ່ເປັນປໍລະປັກກັນ ພວມ​ຍາດແຍ່ງ
ເອົາການຄວບ​ຄຸມມາ​ໄດ້​ສີ່​ປີແລ້ວ ຫລັງ​ຈາກ​ການ​ຕາຍ​ຂອງ ອະດີດ​ຜູ້ນຳຈອມຜະເດັດການ Moammar Gadhaffi.

islamicstateegypt16february15
please wait

No media source currently available

0:00 0:01:57 0:00

XS
SM
MD
LG