ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນໃນປະຊາຄົມລາວ-ອາເມຣິກັນ ຢູ່ລັດຟລໍຣິດາ ຍັງມີການຕິດເຊື້ອ ໂຄວິດ-19 ຫລາຍຢູ່


ທ່ານສິນຖາວອນ ບຸບຜາວົງ ສະມາຊິກຊຸມຊົນຢູ່ໃນລັດຟລໍຣິດາ, ພາກໃຕ້ຂອງສະຫະລັດ
ທ່ານສິນຖາວອນ ບຸບຜາວົງ ສະມາຊິກຊຸມຊົນຢູ່ໃນລັດຟລໍຣິດາ, ພາກໃຕ້ຂອງສະຫະລັດ

ປັດຈຸບັນນີ້ການລະບາດຂອງໂຄວິດ-19 ຢູ່ໃນສະຫະລັດຍັງມີການເພີ່ມຂຶ້ນຢ່າງຕໍ່
ເນື່ອງ ໂດຍສະເພາະຢູ່ໃນລັດຟລໍຣິດາ ທີ່ຕັ້ງຢູ່ຕອນໃຕ້ສຸດຂອງພາກຕາເວັນອອກ
ຂອງສະຫະລັດ ຕິດກັບມະຫາສະໝຸດແອັດແລນຕິກ. ຊຶ່ງດິນແດນແຫ່ງນີ້ມີອາກາດ
ອົບອຸ່ນຕະຫຼອດປີ ເປັນບ່ອນຕາກອາກາດ ແລະ ດຶງດູດເອົາພວກນັກທ່ອງທ່ຽວມາ
ຢ້ຽມຢາມຫຼາຍລ້ານຄົນໃນແຕ່ລະປີ. ນອກນັ້ນຍັງເປັນບ່ອນປູກຝັງ ທີ່ຊາວອາເມຣິກັນ
ເຊື້ອສາຍລາວຈຳນວນນຶ່ງພາກັນຍ້າຍຈາກລັດທີ່ມີອາກາດໜາວ ມາຕັ້ງຖິ່ນຖານ
ເປັນຊຸມຊົນນຶ່ງຢູ່ໃນລັດນີ້.

ໃນລະຫວ່າງການແຜ່ລະບາດຂອງໂຄວິດ-19 ທີ່ຮ້າຍແຮງນີ້ ບັນດາສະມາຊິກສັງຄົມ
ລາວ-ອາເມຣິກັນບາງຄົນກໍໄດ້ຕິດເຊື້ອເຊັ່ນກັນ ແລະ ຜູ້ທີ່ເສຍຊີວິດໄປແລ້ວກໍມີ.
ຫວ່າງອາທິດທີ່ຜ່ານມານີ້ ມີຄອບຄົວອາເມຣິກັນເຊື້ອສາຍລາວໄດ້ພາກັນຕິດພະຍາດ
ໂຄວິດ-19 ອີກ ໃນຂະນະທີ່ເຕົ້າໂຮມກັນສະເຫຼີມສະຫຼອງພວກລູກຫຼານທີ່ຮຽນຈົບ
ໂຮງຮຽນມັດທະຍົມ ແລະຈະໄປຮຽນຕໍ່ຢູ່ບ່ອນອື່ນ. ການພົບປະສັງສັນກັນຄັ້ງນີ້ໄດ້ມີ
ການຖືເບົາ ບໍ່ໄດ້ຫົວຊາກັບການແຈ້ງເຕືອນຂອງທາງການ ຈຶ່ງເປັນເຫດໃຫ້ສະມາຊິກ
ຄອບຄົວດັ່ງກ່າວນີ້ຕິດໂຄວິດ-19 ຈົນໄດ້ເຂົ້າໂຮງໝໍນຳກັນໝົດຫົກຄົນ ແລະຍັງບໍ່
ຊາບເຖິງສະພາບການເທື່ອ.

ທ່ານ ກິນຖາວອນ ບຸບຜາຄົມ ສະມາຊິກຊຸມຊົນຢູ່ເຂດທີ່ວ່ານີ້ໄດ້ກ່າວຕໍ່ ວີໂອເອ
ພະແນກພາສາລາວ ວ່າ:

ປັດຈຸບັນນີ້ການເສຍຊີວິດໄດ້ເພີ້ມຂື້ນກາຍ 150,000 ຄົນແລ້ວຢູ່ໃນສະລັດ ແລະເຖິງ
ແມ່ນມີມາດຕະການປ້ອງກັນຄວາມປອດໄພໃດໆກໍຕາມ ມັນກໍຍັງມີຫຼາຍຄົນທີ່ບໍ່ເຊື່ອ
ບໍ່ໃຫ້ຄວາມສຳຄັນ ແລະ ບໍ່ປະຕິບັດຕາມຄໍາສັ່ງ. ການເສຍຊີວິດຂອງພະຍາດໂຄວິດ-
19 ນີ້ ແມ່ນການເສຍຊີວິດຄົນດຽວຢ່າງກະທັນຫັນ ແລະ ບໍ່ມີພິທີສັ່ງລາກັນໄດ້.

XS
SM
MD
LG