ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສາ​ທາ​ລະນະສຸກ ​ສຫລ ເສີມຂະ​ຫຍາຍ ​ການ​ຮ່ວມ​ມື ​ກັບ ສ​ປ​ປ ລາວ


ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ.
ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ.

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 9 ພະຈິກ 2018, ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມຣິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປຶກສາຫາລື ກ່ຽວກັບ ການ
ຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ. ສປປ
ລາວ ແມ່ນຄູ່ຮ່ວມງານທີ່ສໍາຄັນ ໃນຄວາມພະຍາຍາມລະດັບສາກົນ ຂອງວຽກງານຕ້ານ
ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ໂດຍສະເພາະ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານ​ຕໍ່ຢາຂອງໄຂ້ມາ
ເລເຣຍ, ໄຂ້ເລືອດອອກ, HIV/AIDS ແລະ ພະຍາດວັນ​ນະ​ໂລກ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ
ກ່າວວ່າ: ສະຫະລັດອາເມລິກາ ມີຄວາມມຸ້ງໝັ້ນທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ໃນຂົງເຂດສາທາລະນະສຸກ ແລະ ການພັດທະນາ
ທີ່ຍືນຍົງ. ການຮ່ວມມືດ້ານສາທາລະນະສຸກ ແມ່ນໜຶ່ງຕົວຢ່າງທີ່ພົ້ນເດັ່ນທີ່ສຸດຂອງ
ການເຮັດວຽກຮ່ວມກັນຂອງພວກເຮົາ ແລະ ການເດີນທາງມາຢ້ຽມຢາມຂອງທ່ານຮອງ
ລັດຖະມົນຕີ ຮາແກນ ແມ່ນອີກສັນຍານໜຶ່ງ ທີ່ຢັ້ງຢືນວ່າ ການຮ່ວມມືດ້ານສາທາລະ
ນະສຸກ ຂອງພວກເຮົາ ຈະສືບຕໍ່ຂະຫຍາຍຕົວ.

ນອກຈາກພົບກັບທ່ານລັດຖະມົນຕີ. ຮສ. ດຣ. ບຸນກອງ ໃນວັນທີ 9 ພະຈິກ ທີ່ຜ່ານມາ, ທ່ານຮອງລັດຖະມົນຕີ ຮາແກນ ຍັງໄດ້ໄປຢ້ຽມຢາມ ໂຮງໝໍ ແລະຫ້ອງວິ​ເຄາະ​ການແພດ
ຕ່າງໆ ເພື່ອເບິ່ງໂຄງການຝຶກອົບຮົມ ທີ່ສະໜັບສະໜູນ ໂດຍລັດຖະບານ ສະຫະລັດ
ອາເມລິກາ ຈັດຂຶ້ນສໍາລັບ ວິຊາການດ້ານສາທາລະນະສຸກ ວ່າ ສາມາດສ້າງຄວາມເຂັ້ມ
ແຂງແນວໃດໃຫ້ກັບວຽກປ້ອງກັນ, ຄົ້ນຫາ, ການກຽມຄວາມພ້ອມ ແລະຕອບ​ໂຕ້​ຕໍ່ເຫດ
ການສຸກເສີນດ້ານສາທາລະນະສຸກ.

ກ່ອນເດີນທາງມາຮອດ ສປປ ລາວ, ທ່ານຮອງລັດຖະມົນຕີ ຮາແກນ ໄດ້ນໍາພາຄະນະ
ຜູ້ແທນສະຫະລັດອາເມລິກາ ເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີຂອງວຽກ​ງານ
ຄວາມໝັ້ນຄົງດ້ານສຸຂະພາບໂລກຄັ້ງທີ່ 5 (the Global Health Security Agenda (GHSA) ຢູ່ປະເທດອິນໂດນີເຊຍ, ເຊິ່ງເປັນການເປີດໂຄງການ GHSA ໄລຍະ 5 ປີ ຢ່າງເປັນທາງການ ເຊິ່ງເອີ້ນວ່າ GHSA 2024. GHSA ແມ່ນຄວາມພະຍາຍາມລະ
ດັບສາກົນໃນການສ້າງຄວາມອາດສາມາດໃຫ້ບັນດາປະເທດ ເພື່ອຊ່ວຍໃຫ້ໂລກ ມີ
ຄວາມປອດໄພ ແລະ ປາດສະຈາກໄພຂົ່ມຂູ່ຈາກພະຍາດຊຶມເຊື້ອ ແລະ ຍົກລະດັບ
ຄວາມໝັ້ນຄົງດ້ານສຸຂະພາບໂລກ ໃຫ້ກາຍເປັນບຸລີມະສິດແຫ່ງຊາດ ແລະ ສາກົນ.

ການສະໜັບສະໜູນຂະແໜງສາທາລະນະສຸກແມ່ນບຸລີມະສິດທີ່ສໍາຄັນຂອງຍຸດທະສາດ ອິນໂດຈີນ-ປາຊິຟິກ ຂອງສະຫະລັດອາເມລິກາ ເຊິ່ງສະຫະລັດອາເມລິກາໄດ້ປະກອບ
ສ່ວນດ້ານຄວາມຊຳນິຊໍານານ ແລະ ການຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງ ໃຫ້
ຂະແໜງສາທາລະນະສຸກ ຂອງບັນດາຄູ່ຮ່ວມງານ ໃນທົ່ວພາກພື້ນ ເຊິ່ງລວມທັງ ສປປ
ລາວ. ນອກຈາກຄວາມພະຍາຍາມຮ່ວມກັນໃນການຕໍ່ສູ້ກັບພະຍາດຕິດເຊື້ອ, ລັດ
ຖະບານ ສະຫະລັດອາເມລິກາ ຍັງສະໜັບສະໜູນໂຄງການທີ່ກ່ຽວກັບສຸຂະພາບຕ່າງໆ
ຢູ່ ສປປ ລາວ ເພື່ອສົ່ງເສີມດ້ານໂພຊະນາການ, ນໍ້າ​ສະ​ອາດ, ວິດຖ່າຍ ແລະ ສຸຂະ-
ອານາໄມ, ສຸຂະພາບແມ່ ແລະ ເດັກ, ສະໜັບສະໜູນຄົນພິການ ແລະ ການລ້ຽງອາຫານ
ໃນໂຮງຮຽນ.

XS
SM
MD
LG