ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ສິງກະໂປ ສະເໜີຂໍ້ມູນ ເບື້ອງຕົ້ນ ກ່ຽວກັບ ສາຍພົວພັນ ລະຫວ່າງທ່ານ ທຣຳ ກັບ ຈີນ


ນາຍົກລັດຖະມົນຕີ ສິງກະໂປ ທ່ານ ລີ ຊ່ຽນ ລຸງ ກັບ ປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັບມືກັນ ກ່ອນ
ກ່າວຖະແຫຼງການຮ່ວມ ທີ່ສວນກຸຫຼາບຂອງ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 23 ຕຸລາ, 2017.
ນາຍົກລັດຖະມົນຕີ ສິງກະໂປ ທ່ານ ລີ ຊ່ຽນ ລຸງ ກັບ ປະທາ ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈັບມືກັນ ກ່ອນ ກ່າວຖະແຫຼງການຮ່ວມ ທີ່ສວນກຸຫຼາບຂອງ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 23 ຕຸລາ, 2017.

ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ກຳລັງກະກຽມເດີນທາງຢ້ຽມຢາມທະວີບ
ເອເຊຍ 10 ວັນ, ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ໄດ້ເຂົ້າດຳລົງຕຳແໜ່ງນັ້ນ, ນຶ່ງໃນບັນດາ
ຜູ້ນຳຂອງພາກພື້ນດັ່ງກ່າວໄດ້ນຳເອົາຂໍ້ມູນເບື້ອງຕົ້ນມາສູ່ນະຄອນຫຼວງ ວໍຊິງຕັນ ໃນ
ສັບປະດາແລ້ວນີ້ ເຊິ່ງມີໂອກາດຈະເປັນຕົວແທນໃຫ້ແກ່ພາກສ່ວນທີ່ບໍ່ໄດ້ຖືກຄວບຄຸມ
ໂດຍລັດຖະບານຂອງທ່ານພຽງເທົ່ານັ້ນ.

ທ່ານ ລີ ຊ່ຽນ ລຸງ ລູກຊາຍກົກຂອງທ່ານ ລີ ກ່ວນ ຢິວ ນາຍົກລັດຖະມົນຕີຜູ້ກໍ່ຕັ້ງປະ
ເທດ ສິງກະໂປ ແລະ ຜູ້ສືບທອດຕຳແໜ່ງພໍ່ຂອງທ່ານເປັນເວລາຫຼາຍທົດສະວັດ ໄດ້
ກ່າວຕໍ່ບັນດາຜູ້ຟັງໃນນະຄອນຫຼວງຂອງປະເທດ ສະຫະລັດ ວ່າ ແຜນຍຸດທະສາດພູມ
ສາດການເມືອງທີ່ກຳລັງເຕີບໂຕຂຶ້ນຂອງພາກພື້ນເອເຊຍປາຊີຟິກ ບໍ່ໄດ້ເພິ່ງພາອາໃສ
ກ່ຽວກັບ ຄວາມແຕກຕ່າງພາຍໃນເທົ່ານັ້ນ, ແຕ່ຍັງ ກ່ຽວກັບ ເຈຕະນາ ແລະ ການກະ
ທຳຂອງ ສະຫະລັດ ດ້ວຍ.

ໃນພິທີທີ່ທຳນຽບຂາວ, ທ່ານ ລີ ໄດ້ກ່າວຕໍ່ທ່ານ ທຣຳ ວ່າປະເທດ ສິງກະໂປ, “ຄືກັບ
ຫຼາຍໆປະເທດ,” ກຳລັງສິ້ງຊອມເບິ່ງ ສາຍພົວພັນ ສະຫະລັດ ແລະ ຈີນ “ຢ່າງໃກ້ຊິດ”
ຢູ່

ທ່ານ ທຣຳ ຈະເດີນທາງໄປພາກພື້ນດັ່ງກ່າວໃນວັນທີ 3 ພະຈິກທີ່ຈະມາເຖິງນີ້.

ທ່ານ ລີ ນາຍົກລັດຖະມົນຕີຂອງປະເທດ ສິງກະໂປ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ,
ໄດ້ອ້າງເຖິງການແຂ່ງຂັນແຜນຍຸດທະສາດພູມສາດການເມືອງ ລະຫວ່າງ ສະຫະລັດ
ກັບ ຈີນ ໃນລະຫວ່າງການກ່າວຄຳປາໄສຕໍ່ສະພາ ກ່ຽວກັບ ການພົວພັນຕ່າງປະເທດ,
ອີງຕາມຄະນະວິໄຈ ວໍຊິງຕັນ.

ທ່ານໄດ້ເນັ້ນເຖິງຄວາມສຳຄັນ ກ່ຽວກັບ ສະຫະລັດ ທີ່ຈະຮັກສາແຜນຍຸດທະສາດການ
ມີໜ້າ ບ່ອນທີ່ການມີໜ້າດັ່ງກ່າວນັ້ນແມ່ນມີຄວາມຕ້ອງການ.

ທ່ານໄດ້ກ່າວຕໍ່ຜູ້ຟັງວ່າ “ຖ້າເຈົ້າບໍ່ຢູ່ຫັ້ນ, ທຸກຄົນໃນໂລກກໍຈະເບິ່ງໄປອ້ອມໆ ແລະ
ເວົ້າວ່າ “ຂ້າຢາກເປັນເພື່ອນກັບທັງ ສະຫະລັດ ແລະ ຈີນ, ແລະ ຈີນ ກໍກຽມພ້ອມ,
ຂ້ອຍກໍຈະເລີ່ມຕົ້ນກັບເຂົາເຈົ້າ.”

ທ່ານ ລີ ຜູ້ທີ່ເວົ້າພາສາ ອັງກິດ, ຈີນ ແມນດາຣິນ ແລະ ມາເລ ໄດ້ຢ່າງລ່ຽນໄຫຼ ເຊິ່ງ
ເປັນສາມພາສາ ຈາກ 4 ພາສາທາງການຂອງ ສິງກະໂປ ນັ້ນ, ໄດ້ເດີນທາງຢ້ຽມຢາມ
ວໍຊິງຕັນ ຫຼາຍຄັ້ງ, ແລະ ກໍມັກຈະເດີນທາງໄປນະຄອນຫຼວງ ປັກກິ່ງ ເປັນໄລຍະໆ,
ເຊິ່ງທ່ານຫາກໍໄດ້ເດີນທາງໄປໃນເດືອນທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG