ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສິງກະໂປບໍ່ພໍໃຈ ກັບລາຍງານ ການຄ້າມະນຸດ ຂອງສະຫະລັດ


ປະທານາທິບໍດີສິງຄະໂປ ທ່ານ S.R. Nathan
ປະທານາທິບໍດີສິງຄະໂປ ທ່ານ S.R. Nathan

ສິງຄະໂປກ່າວຕອບໂຕ້ຕໍ່ສະຫະລັດຄືນ ກ່ຽວກັບການຮວມເອົາສິງກະໂປ ເຂົ້າໄວ້ໃນລາຍ ງານປະຈໍາປີວ່າດ້ວຍການລັກລອບຄ້າມະນຸດຂອງສະຫະລັດ ໂດຍກ່າວວ່າ ພວກຂຽນລາຍ ງານນັ້ນ ໄດ້ພາກັນເມີນເສີຍຕໍ່ບັນຫາການລັກລອບຄ້າມະນຸດທີ່ຮ້າຍແຮງກວ່າ ຢູ່ພາຍໃນ ປະເທດຂອງຕົນນັ້ນ.

ໃນຖະແຫລງການເມື່ອວັນອັງຄານວານນີ້ ກະຊວງຕ່າງປະເທດສິງຄະໂປ ຍັງໄດ້ກ່າວອີກວ່າ ລາຍງານປະຈໍາປີດັ່ງກ່າວຂອງສະຫະລັດນັ້ນ ແມ່ນເຕັມໄປດ້ວຍເລຶ່ອງທີ່ບໍ່ຖືກຕ້ອງ ໂຮມທັງ ການກ່າວອ້າງວ່າ ປະຊາຊົນຖືກບັງຄັບໃຊ້ແຮງງານ ຢູ່ໃນພວກກໍາປັ່ນຫາປາທີ່ມີສູນກາງຢູ່ ສິງຄະໂປ.

ລາຍງານດັ່ງກ່າວຂອງສະຫະລັດ ໄດ້ອອກເມື່ອວັນຈັນຜ່ານມາ ທີ່ຍົກລະດັບສະຖານະພາບ ຂອງສິງຄະໂປ ແຕ່ກໍຍັງຈັດໄວ້ຢູ່ໃນກຸ່ມທີ 2 ຫຼື Tier Two ຊຶ່ງໝາຍເຖິງສິງຄະໂປ ຍັງບໍ່ ໄດ້ປະຕິບັດຕາມມາດຕະຖານຕໍ່າສຸດ ສໍາລັບການລັກລອບຄ້າມະນຸດໄດ້ຢ່າງເຕັມເມັດ ເຕັມໜ່ວຍນັ້ນ.

ແຕ່ກະຊວງຕ່າງປະເທດສິງຄະໂປກ່າວຕໍ່ໄປວ່າ ພວກຂຽນລາຍງານນັ້ນ ແມ່ນ “ບໍ່ຮູ້ສຶກ ລະອາຍໂຕເລີຍ” ທີ່ໄດ້ຈັດລະດັບຂອງສະຫະລັດເອງໃຫ້ຢູ່ ໃນກຸ່ມທີນຶ່ງ ຫຼື Tier One ທັ້ງໆທີ່ມີບັນຫາ ກ່ຽວກັບວັດຖຸປະສົງທີ່ໃຊ້ ເປັນບັນທັດຖານໃດນຶ່ງ ແມ່ນຮ້າຍແຮງກວ່າ ໃນສິງຄະໂປນັ້ນ.

XS
SM
MD
LG