ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກດຳນ້ຳ ຈະພະຍາມໃຫ້ໄປຮອດ ສ່ວນໃຫຍ່ສຸດ ຂອງ ຊາກລຳເຮືອບິນ AirAsia


indonesiaplane15january15
please wait

No media source currently available

0:00 0:01:21 0:00

ອົງການ​ຊອກ​ຄົ້ນ​ແລະ​ກູ້​ໄພ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ
​ໃນ​ວັນ​ພະຫັດ​ມື້​ນີ້ ພວກ​ດຳ​ນ້ຳຈະ​ພະຍາຍາມ​ໃຫ້​ໄປ​ຮອດ​ສ່ວນ
​ໃຫຍ່​ສຸດຂອງ​ຊາກລຳ​ເຮືອບິນ ​ຂອງ​ຖ້ຽວ​ບິນ AirAsia ບ່ອນ​ທີ່​
ເຊື່ອ​ກັນ​ວ່າ​ພວກ​ຊາກ​ສົບສ່ວນ​ໃຫຍ່​ຈະ​ຍັງ​ຢູ່​ທີ່​ນັ້ນ.

ທ່ານ Bambang Soelistyo ຫົວໜ້າ​ອົງການ​ດັ່ງກ່າວ ​ເວົ້າ​ວ່າ
ລຳ​ໂຕ​ເຮືອບິນ ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ທະ​ເລ​ຈາ​ວາ 3 ຫຼັກ​ກິ​ໂລ​ແມັດ
ຫ່າງ​ຈາກ​ສ່ວນ​ຫາງ​ຂອງ​ເຮືອບິນ ​ແລະ 800 ​ແມັດ​ຫ່າງ​ຈາກ​ເຄື່ອງ
​ບັນທຶກ​ສຽງແລະຂໍ້​ມູນ​ການບິນ​ ຫຼື “black box” ທີ່​ໄດ້​ພົບ​ເຫັນ
​ກ່ອນ​ໜ້າ​ນັ້ນ.

​ເຮືອບິນ​ໄອ​ພົ່ນ Airbus ​ໄດ້​ເກີດ​ອຸບັດ​ເຫດ​ຕົກ ໃນວັນທີ 28 ທັນວາຜ່ານ​ມາ​ນີ້ ພ້ອມດ້ວຍ​ຄົນ​ໂດຍສານ​ແລະ​ຈຸ​ບິນ 162 ຄົນ ​ໃນ​ເຮືອບິນ. ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້​ພົບ​ເຫັນ​ຊາກ​ສົບ​ຂອງ​ພວກ​ເຄາະ​ຮ້າຍ​ແລ້ວ 50 ສົບ.

ພວກຮູບ​ພາບທ້ອງ​ທະ​ເລຈາກ​ເຄື່ອງ​ດຳນ້ຳ ທີ່ບັງຄັບຢູ່ໄລຍະໄກ ​ສະ​ແດງ​ໃຫ້​ເຫັນ​ລຳ​ໂຕ​ເຮືອບິນ​ທີ່​ແຕກ​ຫັກແລະ​ພາກສ່ວນ​ປີກ​ຂອງເຮືອບິນ.

ຖ້ຽວ​ບິນ QZ8501 ຂອງ​ສາຍ​ການບິນ AirAsia ​ໄດ້​ຫາຍ​ສາບ​ສູນ ຈາກ​ຈໍ radar ​ໄປ​ຫຼັງ
ຈາກ​ບິນ​ໄປ​ບໍ່​ຮອດ​ເຄິ່ງທາງໃນເສັ້ນທາງບິນ​ໄປ​ສູ່ສິງ​ກະ​ໂປຈາກ​ເມືອງ​ສຸຣາບາ​ຢາ ຂອງ​ອິນ​ໂດ​ເນ​ເຊຍ.

ສາ​ເຫດ​ຂອງ​ອຸບັດ​ເຫດ​ເຮືອບິນ​ຕົກນີ້ ກຳລັງ​ຢູ່​ໃນ​ລະຫວ່າງ​ການ​ສືບ​ສວນ​ສອບ​ສວນ.

XS
SM
MD
LG