ຊາວສິງກະໂປ ກຳລັງພາກັນໄປລົງຄະແນນສຽງໃນວັນສຸກມື້
ນີ້ໃນການປ່ອນບັດເລືອກຕັ້ງທົ່ວໄປທີ່ອາດຈະຕັດຮອນລົງຕື່ມ
ການຄອບງຳໃນ ການປົກຄອງປະເທດ ທີ່ມີມາເປັນເວລາດົນ
ນານຫ້າທົດສະວັດ ໂດຍພັກການເຄື່ອນໄຫວຂອງປະຊາຊົນ
ຫລື People’s Action Party ທີ່ເອີ້ນຫຍໍ້ວ່າ PAP.
ພັກ PAP ແມ່ນເບິ່ງກັນວ່າ ເກືອບເປັນທີ່ແນ່ນອນແລ້ວ ທີ່ຈະ
ຮັກສາສຽງສ່ວນຫຼາຍຢ່າງກວ້າງຂວາງຢູ່ໃນສະພາແຕ່ກໍປະເຊີນ
ໜ້າກັບການທ້າທາຍທີ່ແຮງຂຶ້ນ ຈາກບັນດາພັກຝ່າຍຄ້ານ ຊຶ່ງ
ນັບເປັນເທື່ອທຳອິດທີ່ໄດ້ສົ່ງຜູ້ລົງສະໝັກແຂ່ງຂັນ ເອົາທັງໝົດ
89 ບ່ອນນັ່ງ.
ພັກ PAP ແມ່ນກໍ່ຕັ້ງໂດຍ ທ່ານ Lew Kuan Yew ຜູ້ນຳ ໃນການຕໍ່ສູ້ເອົາ ເອກກະລາດ
ຂອງສິງກະໂປ ທີ່ໄດ້ເຖິງແກ່ອະສັນຍະກຳໃນຕົ້ນປີນີ້. ສິງກະໂປ ໃນເວລານີ້ ແມ່ນນຳພາ
ໂດຍ ລູກຊາຍຂອງທ່ານ ຄື ນາຍົກລັດຖະມົນຕີ Lee Hsein Loong.
ເຖິງແມ່ນວ່າ ປັດຈຸບັນນີ້ ພັກ PAP ໄດ້ກຳ 80 ບ່ອນນັ່ງ ຢູ່ໃນສະພາກໍຕາມ ແຕ່ຮັບຄະ
ແນນສຽງສະໜັບສະໜຸນຂອງມະຫາຊົນ ພຽງ 60 ເປີເຊັນ ໃນການເລືອກຕັ້ງເທື່ອແລ້ວ
ເມື່ອປີ 2011 ຊຶ່ງເປັນຄະແນນສຽງທີ່ຂີ້ຮ້າຍທີ່ສຸດ.
ລັດຖະບານ ປະເຊີນໜ້າກັບຄວາມບໍ່ພໍໃຈຈາກປະຊາຊົນ ກ່ຽວກັບອັດຕາຄົນເຂົ້າ ເມືອງ
ທີ່ສູງ ເຮັດໃຫ້ຄ່າແຮງງານຕົກຕໍ່າລົງແລະລາຄາເຮືອນແພງຂື້ນ ເຖິງແມ່ນ ວ່າ ປະເທດຊາດ
ໄດ້ມີການເຕີບໂຕທາງເສດຖະກິດຢ່າງໜ້າປະທັບໃຈກໍຈິງ.
ເຖິງຢ່າງໃດກໍດີ ພັກລັດຖະບານແມ່ນຍັງສືບຕໍ່ໄດ້ຮັບຄວາມນິຍົມກ່ຽວກັບນະໂຍບາຍທີ່ໄດ້
ຫັນປ່ຽນປະເທດນ້ອຍໆທີ່ທຸກຍາກ ຊຶ່ງທ່າກຳປັ່ນໃນສະໄໝຫົວເມືອງ ຂື້ນນັ້ນ ໃຫ້ກາຍມາ
ເປັນສູນກາງທຸລະກິດຂອງພູມີພາກ.
ລັດຖະບານຍັງສືບຕໍ່ເປັນຜູ້ຄອບງໍາ ສ່ວນໃຫຍ່ຂອງສື່ມວນຊົນໃນປະເທດ ແລະມີບ່ອນຈຳ
ກັດໃຫ້ແກ່ຜູ້ທີ່ບໍ່ເຫັນດີເຫັນພ້ອມນຳສະແດງອອກ. ການເພີ້ມຂື້ນຂອງ ສື່ສັງຄົມແລະສື່
ມວນຊົນທີ່ເປັນອິດສະຫຼະ ເຖິງຢ່າງໃດກໍດີໄດ້ອຳນວຍໃຫ້ມີສິດ ເສລີພາບໃນການ
ປາກເວົ້າຫຼາຍຂຶ້ນ.
ສິງກະໂປ ມີຜູ້ມີສິດປ່ອນບັດ ປະມານສອງລ້ານເຄິ່ງ. ການປ່ອນບັດປິດລົງໃນ ເວລາ 8:00
ໂມງ ຕອນແລງ ຕາມເວລາທ້ອງຖິ່ນ ແລະຜົນການເລືອກຕັ້ງໃນ ຄາດວ່າຈະເປັນທີ່ຮູ້ກັນ
ບໍ່ເທົ່າໃດຊົ່ວໂມງຫລັງຈາກນັ້ນ.