ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ລີ ກວນຢູ ບິດອນຜູ້ກໍ່ຕັ້ງສິງຄະໂປ ປະກາດລາອອກ


ບິດອນຜູ້ກໍ່ຕັ້ງສິງຄະໂປ ທ່ານ Lee Kuan Yew ປະກາດລາອອກ
ເພື່ອແຜ້ວທາງໃຫ້ພວກຜູ້ນໍາສິງຄະໂບລຸ້ນຕໍ່ໄປ
ບິດອນຜູ້ກໍ່ຕັ້ງສິງຄະໂປ ທ່ານ Lee Kuan Yew ປະກາດລາອອກ ເພື່ອແຜ້ວທາງໃຫ້ພວກຜູ້ນໍາສິງຄະໂບລຸ້ນຕໍ່ໄປ

ບິດອນຜູ້​ກໍ່​ຕັ້ງສິງຄະໂປກ່າວວ່າ ທ່ານຈະລາອອກຈາ​ກການເປັນຜູ້ນໍາລັດຖະບານ ເພື່ອແຜ້ວ ທາງໃຫ້ພວກຜູ້ນໍາລຸ້ນຕໍ່ໄປ.

ທ່ານ ລີ ກວນ ຢູ ນາຍົກລັດຖະມົນຕີຄົນທໍາອິດຂອງສິງຄະໂປ ໄດ້ປະກາດການຕັດສິນໃຈ ຂອງທ່ານ ທີ່ຈະລາອອກຈາກລັດຖະບານ ​ໃນ​ວັນ​ເສົາວານ​ນີ້.

ລັດຖະມົນຕີອາວຸໂສ ທ່ານ Goh Chok Tong ຜູ້ເຄີຍດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ຄົນທີ່ສອງຄົນດຽວຂອງປະເທດ ກໍໄດ້ປະກາດການລາອອກ ຂອງທ່ານເຊັ່ນກັນ.

ໃນຖະແຫລງການຮ່ວມຂອງພວກທ່ານເມື່ອວັນເສົາວານນີ້ ຜູ້ນໍາສໍາຄັນທັງສອງທ່ານ ກ່າວ ວ່າ ມັນເຖິງເວລາແລ້ວທີ່ຈະມີຄະນະລັດຖະມົນຕີລຸ້ນໜຸ່ມນ້ອຍກວ່າທັງໝົດ ເພື່ອເຂົ້າພົວພັນ ກັບພວກຄົນໜຸ່ມຂອງສິງຄະໂປ ຕໍ່ໄປ.

ການປະກາດຂອງພວກທ່ານມີຂຶ້ນລຸນຫລັງຈາກຜົນການເລືອກຕັ້ງທີ່ຂີ້ຮ້າຍ ທີ່ສຸດຂອງ​ພັກ​ຂອງ​ພວກ​ທ່ານ ນັບຕັ້ງແຕ່ສິງຄະໂປໄດ້ຮັບເອກະລາດຈາກອັງກິດ ເມື່ອປີ 1965 ນັ້ນ.

XS
SM
MD
LG