ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນໍ້າມັນຮົ່ວ ຢູ່ສິງກະໂປ


ສິງກະໂປ
ສິງກະໂປ

ເຈົ້າໜ້າທີ່ ຂອງສິງກະໂປ ກ່າວວ່າ ອຸບັດຕິເຫດ ກຳປັ່ນ 2 ລຳຕຳກັນ ໃນບໍລິເວນ ຊ່ອງແຄບສິງກະໂປ ໃນວັນອັງຄານ ມື້ນີ້ ເຮັດໃຫ້ມີ ນໍ້າມັນຮົ່ວ ປະມານ 2 ພັນໂຕນ.

ເຈົ້າໜ້າທີ່ ຄວບຄຸມການເດີນທະເລ ແລະທ່າກຳປັ່ນ ຂອງສິງກະໂປ ກ່າວວ່າ ກຳປັ່ນບັນທຸກນໍ້າມັນ ທີ່ຈົດທະບຽນ ຢູ່ມາເລເຊຍ ໄດ້ຮັບຄວາມເສຍຫາຍ ໃນອຸບັດຕິເຫດ ຕຳກັນກັບ ກຳປັ່ນ MV WAILY ທີ່ຈົດທະບຽນຢູ່ ST. VINCENT ແລະ GRENADINES.

ເຈົ້າໜ້າທີ່ ຄວບຄຸມການເດີນທະເລ ແລະທ່າກຳປັ່ນ ຂອງສິງກະໂປ ກ່າວວ່າ ພວມມີການ ດຳເນີນຄວາມພະຍາຍາມ ເພື່ອຄວບຄຸມ ການຮົ່ວໄຫຼ ຂອງນໍ້າມັນ ແລະທຳຄວາມສະອາດ.

ເຈົ້າໜ້າທີ່ເວົ້າວ່າ ບໍ່ມີຜູ້ບາດເຈັບລົ້ມຕາຍ ແລະການສັນຈອນໄປມາ ກໍບໍ່ໄດ້ຮັບ ຄວາມກະທົບກະເທືອນໃດໆ ຈາກອຸບັດຕິເຫດ ຊຶ່ງເກີດຂຶ້ນ ໃນລະຫວ່າງ ສິງກະໂປ ແລະມາເລເຊຍ ຫລັງຈາກຕາເວັນຂຶ້ນ ໃນວັນອັງຄານມື້ນີ້.

XS
SM
MD
LG