ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນການເລືອກຕັ້ງ ປະທານາທິບໍດີສິງຄະໂປ


ທ່ານ Tony Tan ປະທານາທິບໍດີຄົນໃໝ່ຂອງສິງຄະໂປ
ທ່ານ Tony Tan ປະທານາທິບໍດີຄົນໃໝ່ຂອງສິງຄະໂປ

ທ່ານ Tony Tan ອະດີດຮອງນາຍົກລັດຖະມົນຕີສິງກະໂປ ​ໄດ້ຊະນະການເລືອກຕັ້ງ
ປະທານາທິບໍດີ ດ້ວຍຄະແນນສຽງລື່ນຄູ່ແຂ່ງພຽງໜ້ອຍດຽວ ຫລັງຈາກມີການນັບບັດ
ຄືນໃໝ່​ໃນ​ວັນ​ເສົາ​ວານ​ນີ້.

ພວກເຈົ້າໜ້າທີ່ເລືອກຕັ້ງກ່າວ​ໃນວັນອາທິດມື້ນີ້ວ່າ ທ່ານ ໂທນີ ຕັນ ​ໄດ້​ຄະ​ແນນ​ສຽງ
​ລື່ນຄູ່ແຂ່ງພຽງແຕ່ 7,269 ສຽງ ຈາກຈໍານວນຜູ້ປ່ອນບັດ ຫລາຍກວ່າສອງລ້ານຄົນ.

ພວກເຈົ້າໜ້າທີ່ ໄດ້ມີຄໍາສັ່ງໃຫ້ນັບບັດເລືອກຕັ້ງໃໝ່ ຫລັງຈາກການປ່ອນ​ບັດ​ໃນວັນ
ເສົາວານນີ້ ເນຶ່ອງຈາກບັດຄະແນນມີຈໍານວນແຕກຕ່າງກັນບໍ່​ຮອດນຶ່ງເປີເຊັນລະຫວ່າງ
ທ່ານ ຕັນ ແລະຜູ້ທ້າຊິງສູງສຸດຂອງທ່ານ ຄື ນາຍແພດ Tan Cheng Bock.

ການເລືອກຕັ້ງຄັ້ງນີ້ ຖືວ່າເປັນການລົງປະຊາມະຕິກ່ຽວ​ກັບພັກກິດ​ປະຊາ People’s Action Party ຫລື PAP ຊຶ່ງເປັນພັກທີ່​ໄດ້ປົກຄອງປະເທດ ທີ່​ມີ​ເມືອງ​ດຽວ​ນັ້ນ ມາຕັ້ງແຕ່ ປີ 1959.

ປະທານາທິບໍດີ ທີ່ຖືກເລືອກຕັ້ງໃໝ່ນີ້ ແມ່ນ​ໄດ້​ຮັບໜຸນຫລັງຈາກ​ພັກ​ຝ່າຍ​ສ່ວນ​ໃຫຍ່
​ຂອງວົງການການເມືອງ ໃນຂະນະທີ່ ດຣ. ບ໊ອກ ຊຶ່ງ​ເປັນ​ອະດີດຜູ້​ແທນ​ທີ່​ສັງກັດໃນ
ພັກຂອງ​ລັດຖະບານ​ນັ້ນ ​ໄດ້​ຫັນ​ໄປ​ຊອກ​ຫາ​ການສະໜັບ​ສະ​ໜຸນ​ຈາກຝ່າຍຄ້ານ ຢ່າງ ເປີດເຜີຍ.

ທ່ານ Lee Hsien Loong ນາຍົກລັດຖະມົນຕີສິງກະໂປ ແລະພັກ PAP ບໍ່​ໃຫ້ການ ​ສະໜັບສະໜຸນທ່ານ ຕັນ ຢ່າງເປັນທາງການ ແຕ່ທ່ານ ລີ ກໍໄດ້ສະແດງຄວາມຊົມເຊີຍທ່ານ ຕັນ ເມື່ອເດືອນຜ່ານມາ.

ຫລັງຈາກມີ​ການປະກາດຜົນການເລືອກຕັ້ງ​ໃນວັນອາທິດມື້ນີ້ແລ້ວ ທ່ານ ຕັນ ກ່າວວ່າ ທ່ານ ມີແຜນການທີ່ຈະປະຕິບັດງານກັບຊາວສິງກະໂປ ໝົດທຸກຄົນ ບໍ່ວ່າພວກເຂົາເຈົ້າຈະພົວພັນ ກັບພັກການເມືອງໃດກໍຕາມ.

ຕໍາແໜ່ງປະທານາທິບໍດີສິງກະໂປ ​ໂດຍ​ສ່ວນໃ​ຫຍ່​ແລ້ວ ເປັນຕໍາແໜ່ງ​ແຕ່​ໃນນາມ ​ຫລື
​ໃນພິທີ​ ແຕ່ການເລືອກຕັ້ງເມື່ອວັນເສົາວານນີ້ ກໍ​ໄດ້​ດຶງ​ດູດ​ເອົາຜູ້ສະໝັກ​ເຖິງສີ່ຄົນ.

XS
SM
MD
LG