ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກລັດຖະບານ ໄດ້ຊະນະ ການເລືອກຕັ້ງສະພາ ທີ່ສິງກະໂປ


ທ່ານ ວອງ ຮອງນາຍົກລັດຖະມົນຕີສິງຄະໂປ ຂະນະໂຄສະນາຫາສຽງ ບັ້ນສຸດທ້າຍຂອງພັກກິດປະຊາຊົນ ທີ່ປົກຄອງປະເທດຢູ່ໃນເວລານີ້
ທ່ານ ວອງ ຮອງນາຍົກລັດຖະມົນຕີສິງຄະໂປ ຂະນະໂຄສະນາຫາສຽງ ບັ້ນສຸດທ້າຍຂອງພັກກິດປະຊາຊົນ ທີ່ປົກຄອງປະເທດຢູ່ໃນເວລານີ້

ພັກທີ່ກໍາລັງປົກຄອງປະເທດສິງກະໂປຢູ່ໃນປັດຈຸບັນນີ້ ໄດ້ຊະນະສຽງສ່ວນຫລາຍໃນສະພາ ໃນການເລືອກຕັ້ງທົ່ວປະເທດ ແຕ່ພັກຝ່າຍຄ້ານກໍໄດ້ຄະແນນສຽງຫລາຍເປັນປະວັດການ​ເຊ່ນ​ກັນ.

ຜົນການເລືອກຕັ້ງຂັ້ນ​ຕົ້ນທີ່ປະກາດອອກມາ​ໃນວັນອາທິດມື້ນີ້ ພົບວ່າ ພັກກິດປະຊາຊົນ ຫລື People’s Action Party ຊຶ່ງເປັນພັກທີ່ປົກຄອງ ປະເທດຢູ່ໃນປັດຈຸບັນນີ້ ໄດ້ຊະນະ 81 ບ່ອນ​ນັ່ງ ​ໃນ​ຈໍານວນ​ທັງ​ໝົດ 87 ບ່ອນນັ່ງໃນສະພານັ້ນ ແຕ່ກໍປາກົດວ່າພັກຝ່າຍຄ້ານໄດ້ ຊະນະຫົກທີ່ນັ່ງ ໂດຍນັບວ່າໄດ້ຫລາຍທີ່ສຸດ​ ເທົ່າທີ່ເຄີຍໄດ້ຮັບມາ.

ການເລືອກຕັ້ງທົ່ວປະເທດເອົາສະມາຊິກສະພາ ເມື່ອວັນເສົາວານນີ້ ຖືວ່າເປັນການເລືອກຕັ້ງ ທີ່ມີ​ການແຂ່ງຂັນກັນຫລາຍທີ່ສຸດ ນັບຕັ້ງແຕ່ສິງກະໂປ ໄດ້ຮັບເອກະລາດຈາກອັງກິດເມື່ອປີ 1965 ເປັນຕົ້ນມາ ໂດຍມີຜູ້ສະມັກ ເລືອກຕັ້ງຈາກພັກຝ່າຍຄ້ານ ໄດ້ລົງສະໝັກແຂ່ງຂັນເອົາ ທີ່ນັ່ງ​ເກືອບທັງໝົດ ຍົກ​ເວ້ນ 5 ບ່ອນນັ່ງໃນສະພາ.

ໃນການເລືອກຕັ້ງຫລາຍໆຄັ້ງຜ່ານມານັ້ນ ພວກພັກຝ່າຍຄ້ານແຂ່ງຂັນໄດ້ພຽງບໍ່ເທົ່າໃດທີ່ນັ່ງ

ພວກເຈົ້າໜ້າທີ່ການເລືອກຕັ້ງກ່າວວ່າ ພັກທີ່ປົກຄອງປະເທດ ໄດ້ຮັບໄຊຊະນະປະມານ 60 ເປີເຊັນຂອງຄະແນນປ່ອນບັດຂອງການເລືອກຕັ້ງມື້ ວັນເສົາວານນີ້ ຊຶ່ງຫລຸດລົງຈາກ 67 ເປີເຊັນ​ໃນການເລືອກຕັ້ງຄັ້ງລ່າສຸດ ເມື່ອປີ 2006 ນັ້ນ.

ພວກພັກຝ່າຍຄ້ານສາມາດສ້າງຄະແນນສຽງ​ໄດ້ ຍ້ອນຄວາມບໍ່ພໍໃຈຂອງ​ປະຊາຊົນນໍາພັກທີ່ ປົກຄອງປະເທດ ເມື່ອໝໍ່ໆມານີ້ ກ່ຽວກັບສະພາວະຄ່າຄອງຊີບທີ່ຖີບຕົວສູງຂຶ້ນນັບມື້ ການ​ຂ​າດ ຄວາມຮັບຜິດຊອບຂອງລັດຖະບານ ແລະບັນຫາຄົນເຂົ້າເມືອງ.

XS
SM
MD
LG