ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິງກະໂປ ຈັບ ແລະ ເນລະເທດ ຜູ້ຕ້ອງສົງໄສ 4 ຄົນ ກັບຄືນສູ່ ອິນໂດເນເຊຍ


ຣູບປັ້ນ Merlion ຕັ້ງຢູອ່າວ Marina ຜູ້ຕ້ອງສົງໄສກໍ່ການຮ້າຍທັງ
ທົດສີ່ຄົນ ໜຶ່ງໃນຈຳນວນນັ້ນ ມີອາຍຸ 15 ປີ ຈາກເກາະໃຫຍ່ Java.
ຣູບປັ້ນ Merlion ຕັ້ງຢູອ່າວ Marina ຜູ້ຕ້ອງສົງໄສກໍ່ການຮ້າຍທັງ ທົດສີ່ຄົນ ໜຶ່ງໃນຈຳນວນນັ້ນ ມີອາຍຸ 15 ປີ ຈາກເກາະໃຫຍ່ Java.

ບັນດາ​ເຈົ້າ​ໜ້າ​ທີ່ ສິງ​ກະ​ໂປ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເນ​ລະ​ເທດ
”ຊາວ​ອິນໂດ​ເນ​ເຊຍ​ສີ່​ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ເດີນທາງ​ໄປ ຊີ
ເຣຍ​ເພື່ອ​ເຂົ້າຮ່ວມກັບ ກຳລັງກຸ່ມລັດ​ອິສລາມ.

ທັງ​ສີ່​ຄົນ​ໄດ້​ຖືກ​ຈັບ ​ໃນ​ວັນ​ອາທິດຜ່ານ​ມາ ແລະ​ໄດ້​ຖືກ​ເນລະ
​ເທດ​ໄປ​ເກາະ Batam ຂອງ​ອິນ​ໂດ​ເນ​ເຊຍ. ກະຊວງພາຍ​ໃນ​
ຂອງ​ສິງ​ກະ​ໂປກ່າວວ່າ ​ເຂົາ​ເຈົ້າ​ໄດ້ແຈ້ງ ​ໄປ​ຍັງ​ກະຊວງ​ພາຍ
​ໃນອິນ​ໂດ​ເນ​ເຊຍວ່າ ພວກ​ຜູ້​ຊາຍ​ເຫລົ່າ​ນີ້ ​ໄດ້​ຖືກ​ສົ່ງ​ກັບ​ຄືນ.
ທັງ​ສີ່​ຄົນ​ໄດ້​ຖືກ​ກັກ​ຂັງໃນທັນ​ທີ ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຫຼັງ​
ຈາກ​ໄດ້ໄປ​ເຖິງ ​ທ່າ​ເຮືອນາໆ​ຊາດ Batam.

ຜູ້​ຕ້ອງ​ສົງໄສ​ກໍ່​ການ​ຮ້າຍ ຄົນ​ໜຶ່ງ​ອາຍຸ 15 ປີໄດ້​ມາ​ຈາກ​ເກາະ​ໃຫຍ່​ Java. ​ເຂົາ​ເຈົ້າ​ໄດ້​ເລີ້ມ
​ເດີນທາງ​ໄປ ສິງກະ​ໂປ ຈາກຈາ​ກາ​ຕາ ຫລັງ​ຈາກ​ນັ້ນ ​ໄດ້​ເດີນທາງ​ໄປ Johor ​ໃນມາ​ເລ​ເຊຍ
ກ່ອນ​ກັບ​ຄືນມາ ສິງກະ​ໂປອີກ.

XS
SM
MD
LG