ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັບແຕ່ ມີ​ການເປີດບໍລິການ​ລົດ​ໄຟ ການສົ່ງອອກສິນຄ້າຂອງລາວໄປຈີນ ເພີ້ມຂຶ້ນຢ່​າງຫຼວງຫຼາຍ


ຂະບວນລົດໄຟຂົນສົ່ງສິນຄ້າ ຈອດຢູ່ສະຖານີ ໃນນະຄອນຫຼວງວຽງຈັນ.
ຂະບວນລົດໄຟຂົນສົ່ງສິນຄ້າ ຈອດຢູ່ສະຖານີ ໃນນະຄອນຫຼວງວຽງຈັນ.

ນັບຕັ້ງແຕ່ລາວ ເປີດບໍລິການລົດໄຟຄວາມໄວສູງ ໃນຕົ້ນເດືອນທັນວາ ປີ 2021 ເປັນຕົ້ນມາ ປາກົດວ່າ ຜູ້ໂດຍສານທັງຊາວລາວແລະຕ່າງປະເທດພາກັນໄປໃຊ້ບໍລິການຢ່າງຫຼວງຫຼາຍໃນແຕ່ລະວັນ ເຖິງຂັ້ນທີ່ປີ້ຈຳໜ່າຍໃນແຕ່ລະຖ້ຽວນັ້ນ ຂາຍຈົນໝົດ ສົ່ງຜົນໃຫ້ທາງບໍລິສັດລົດໄຟ ລາວ-ຈີນ ຈຶ່ງຕ້ອງໄດ້ນຳເອົາຂະບວນລົດໄຟຄວາມໄວທຳມະດາ ທີ່ມີລາຄາ ສຳລັບຜູ້ໂດຍສານຕ່ຳກວ່າລົດໄຟຄວາມໄວສູງ ເຂົ້າມາຕື່ມອີກຂະບວນນຶ່ງ. ສ່ວນການຂົນສົ່ງສິນຄ້າຈາກລາວໄປຈີນນັ້ນ ແນ່ນອນກໍຕ້ອງມີຄວາມສະດວກແລະວ່ອງໄວຫຼາຍຂຶ້ນເຊັ່ນກັນ ດັ່ງທີ່ຜູ້ບໍລິຫານຂອງບໍລິສັດ ພອນສະກາວ ຊິບປິ້ງ-ຂົນສົ່ງ ຈຳກັດ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງວຽງຈັນ ກ່າວໃຫ້ວີໂອເອ ລາວ ຟັງວ່າ ການຂົນສົ່ງທາງລົດ ທີ່ເຄີຍເຮັດມາແຕ່ກ່ອນນັ້ນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ບໍ່ວ່າຈະເປັນບັນຫາເລື້ອງທາງການສັນຈອນ ຕະຫຼອດເຖິງເລື້ອງການກວດສິນຄ້າຢູ່ດ່ານບໍ່ເຕັນຂ້າມໄປຈີນນັ້ນ ກໍໃຊ້ເວລາດົນພໍສົມຄວນ ຕ່າງຈາກການຂົນສົ່ງດ້ວຍທາງລົດໄຟ ທີ່ສະດວກວ່ອງໄວ ສິນຄ້າກວດຄັ້ງດຽວຢູ່ຝັ່ງລາວ ແລ້ວຂົນສົ່ງໄປເຖິງຈຸດໝາຍປາຍທາງເລີຍ ນອກນັ້ນການຂົນສົ່ງສິນຄ້າດ້ວຍທາງລົດໄຟຈາກລາວໄປຈີນ ໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍເຊັ່ນກັນ ຊຶ່ງຜູ້ບໍລິຫານຂອງບໍລິສັດອີກທ່ານນຶ່ງ ຈຶ່ງຕ້ອງໄດ້ມີການປັບຍຸດທະສາດ ເພື່ອໃຫ້ທັນກັບສະພາບການປ່ຽນແປງນີ້ ດັ່ງທີ່ທ່ານກ່າວວ່າ:

ທ່ານກ່າວອີກວ່າ “ໃນເມື່ອເສັ້ນທາງລົດໄຟລາວ-ຈີນ ສຳເລັດເປັນທີ່ຮຽບຮ້ອຍແລ້ວ ເຮັດໃຫ້ປະເທດລາວມີຄວາມສະດວກຫຼາຍ ແລະມີໃບໜ້າໃໝ່ທາງດ້ານເສດຖະກິດແລະດ້ານທຸລະກິດການຂົນສົ່ງດີຂຶ້ນຫຼາຍຢ່າງ ອັນນີ້ແມ່ນຂໍ້ທີນຶ່ງ ຂໍ້ສອງມານີ້ ຄວາມສະດວກໃນການຂົນສົ່ງສິນຄ້າປະເພດກະສິກຳຫຼາຍຂຶ້ນ ເຮັດໃຫ້ສະພາບເສດຖະກິດຂອງປະຊາຊົນດີຂຶ້ນຫຼາຍກວ່າເກົ່າ ຂໍ້ທີສາມສິນຄ້າເຄືຶ່ອງຂອງລາວເຮົາ ສ່ວນຫຼາຍອາດຈະສົ່ງອອກໄປທາງລົດໄຟເຖິງ 90 ເປີເຊັນ.”

XS
SM
MD
LG