ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Silicon Valley ມີຄວາມສັບສົນ ກ່ຽວກັບຄວາມ​ເປັນ​ຫ່ວງ ຂອງວໍ​ຊີງ​ຕັນ ຕໍ່​ຈີນ


ພວກ​ທີ່​ເຂົ້າ​ຮ່ວມ​ງານ ພາ​ກັນ​ຍ່າງ​ຜ່ານ ຜາມ​ຂອງ​ບໍ​ລິ​ສັດ​ Huawei ໃນ ການ​ສະ​ແດງ​ສິນ​ຄ້າ CES 2019 ໃນ​ລັ​ສ​ເວ​ກັ​ສ, ລັດ ເນ​ວາ​ດາ, 9 ມັງ​ກອນ 2019.
ພວກ​ທີ່​ເຂົ້າ​ຮ່ວມ​ງານ ພາ​ກັນ​ຍ່າງ​ຜ່ານ ຜາມ​ຂອງ​ບໍ​ລິ​ສັດ​ Huawei ໃນ ການ​ສະ​ແດງ​ສິນ​ຄ້າ CES 2019 ໃນ​ລັ​ສ​ເວ​ກັ​ສ, ລັດ ເນ​ວາ​ດາ, 9 ມັງ​ກອນ 2019.

ໄປພ້ອມໆກັບການເຈລະຈາການ​ຄ້າລະຫວ່າງ​ສະ​ຫະ​ລັດ ກັບ​ຈີນທີ່​ຍັງ​ດຳ​ເນີນ​ໄປຢູ່​
ແລະ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ໃນ​ສະ​ຫະ​ລັດ ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ຈີນ ທາງ​ດ້ານ​
ເທັກ​ໂນ​ໂລ​ຈີ​ນັ້ນ, Silicon Valley ແມ່ນຕົກ​ຢູ່ໃນສະພາບລະ​ຫວ່າງ​ກາງ​ຂອງ​ສອງ​
ປະ​ເທດ​ມະ​ຫາ​ອຳ​ນາດ ຊຶ່ງວັນ​ນະ​ສອນ ຈະນຳລາຍ​ລະ​ອຽດ​ ຈາກ Michelle Quinn
ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ຜົນ​ກະ​ທົບ​ຂອງ​ທ່ານ​ທ​ຣຳ: ການ​ເພີ້ມ​ຂຶ້ນ​ຂອງການກວດ​ສອບ
ຢ່າງ​ເຄັ່ງ​ຄັດຂອງລັດ​ຖະ​ບານຕໍ່​ການ​ລົງທຶນ​ຂອງຈີນ​ໃນ Silicon Valley ໝາຍ​ຄວາມ​
ວ່າຂໍ້​ຕົກ​ລົງ ໃນ​ບາງ​ກໍ​ລະ​ນີບໍ່ໄດ້ຮັບຜົນ​ສຳ​ເລັດ. ບາງ​ກໍ​ລະ​ນີ​ກໍແມ່ນ ບໍ່​ໄດ້​ຮັບ​ການ
​ພິ​ຈາ​ລະ​ນາດ້ວຍ​ຊ້ຳ. ພວກບໍ​ລິ​ສັດ​ໃໝ່​ທີ່​ຫາ​ກໍ​ເລີ້ມຕົ້ນ​ນັ້ນ ແມ່ນປະ​ຕິ​ເສດ​ຕໍ່​ການ​ລົງ​
ທຶນ​ຂອງ​ຈີນ.

ຫຼັງ​ຈາກ​ທີ່​ຫຼາຍໆ​ປີ​ຂອງ​ການ​ພົວ​ພັ​ນ​ລະ​ຫວ່າງ ຈີນ ແລະ Silicon Valley, ເມືອງ​ຫຼ​ວງ
ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ​ສະ​ຫະ​ລັດ ແມ່ນ​ຢູ່​ໃນ​ລະ​ຫວ່າງ​ຄວາມ​ຫຍຸ້ງ​ຍາກສັບສົນ
​ຂອງ​ປັກ​ກິ່ງ​ແລະ​ວໍ​ຊີງ​ຕັນ ໃນ​ການ​ແຂ່ງ​ຂັນ​ຂອງ​ການ​ປະ​ດິດ​ຄິດ​ສ້າງ​ເທັກ​ໂນ​ໂລ​ຈີ​
ດ້ານ​ສື່​ສານລຸ້ນ​ຕໍ່​ໄປ.

ທ່ານ Michael Wessel ເຈົ້າ​ໜ້າ​ທີ່ຈາກ​ຄະ​ນະ​ກຳ​ມາ​ທິ​ການ​ດ້ານ​ເສດ​ຖະ​ກິດ​ແລະ
​ກວດກາ​ດ້ານ​ຄວາມ​ປອດ​ໄພຂອງ​ສະ​ຫະ​ລັດ ກັບ​ຈີນ ກ່າວ​ວ່າ “ຄວາມ​ພະ​ຍາ​ຍາມ
​ຂອງ​ຈີນທາງ​ດ້ານ​ນະ​ວັດຕະ​ກຳ​ໃໝ່​ນີ້ ແມ່ນກວ້າງ​ໃຫຍ່​ໄພ​ສານ​ແລະ​ເລິກແລບ​ຫຼາຍ.
ຈີນ​ຕ້ອງ​ການ​ທີ່​ຈະ​ເປັນ​ຜູ້​ນຳ​ທາງ​ດ້ານນະ​ວັດຕະ​ກຳ​ໃໝ່​ນີ້ ແລະ​ຈະ​ເຮັດ​ສຸດ​ຄວາມ​
ສາ​ມາດ​ຢ່າງ​ຖືກ​ຕ້ອງ​ຊອບ​ທຳ​ແລະ​ແບບ​ຜິດ​ກົດ​ໝາຍ ເພື່ອ​ທີ່​ຈະ​ໃຫ້​ໄດ້​ສຳ​ເລັດ​
ຕາມ​ເປົ້າ​ໝາຍ.”


ສະ​ຫະ​ລັດ ກ່າວ​ວ່າ ວິ​ທີ​ຕ່າງໆ ທັງ​ຫຼາຍ ຊຶ່ງ​ຮວມ​ທັງ​ການໂຄ​ສະ​ນາ​ຊວນ​ເຊື່ອ​ໃນ​
ການ​ລັກເຈາະ​ຂໍ້​ມູນ ເພື່ອ​ລັກ​ຂະ​ໂມຍ​ຂໍ້​ຄວາມ​ລັບ​ຂອງ​ບໍ​ລິ​ສັດ, ບັງ​ຄັບ​ການ​ໂອນ​ເທັກ
​ໂນ​ໂລ​ຈີ​ໄປ​ຍັງ​ຮຸ້ນ​ສ່ວນ​ຊາວ​ຈີນ, ແລະບັນ​ດາ​ນະ​ໂຍ​ບາຍ​ຕ່າງໆ​ຂອງລັດ​ຖະ​ບານ
ແມ່ນ​ໃຫ້​ລາງວັນ​ແກ່​ການ​ລັກ​ຂະ​ໂມຍ​ຊັບ​ສິນ​ທາງ​ປັນ​ຍາດັ່ງທີ່ ນັກ​ສັງ​ເກດ​ການ​ກ່ຽວ​ກັບ
​ເອ​ເຊຍ ໄດ້​ຂຽນ​ລົງກ່ຽວກັບທັດສະນະຂອງນັກວິຈານຈີນນັ້ນ.

ຊາຍຜູ້ນຶ່ງກວດເບິ່ງໂທລະສັບຂອງລາວ ຢູ່ຂ້າງໆປ້າຍໂຄສະນາ ຂອງໂທລະສັບ ເຄື່ອງໃໝ່ Huawei Mate X ໃນບາເຊີໂລນາ, ສເປນ, 26 ກຸມພາ 2019
ຊາຍຜູ້ນຶ່ງກວດເບິ່ງໂທລະສັບຂອງລາວ ຢູ່ຂ້າງໆປ້າຍໂຄສະນາ ຂອງໂທລະສັບ ເຄື່ອງໃໝ່ Huawei Mate X ໃນບາເຊີໂລນາ, ສເປນ, 26 ກຸມພາ 2019

​ທ່ານ Parag Khanna ເຈົ້າ​ຂອງປື້ມ "The Future Is Asian")) ກ່າວ​ວ່າ“ຈີນ​
ອອກມາ​ຄົ້ນ​ຫາ​ວິທີທີ່​ຈະ​ຍຶດ​ຄອງ​ທັງ​ໂລກ ໂດຍປັນ​ຍາ​ປະ​ດິດ ຫຼື artificial
intelligence (AI)…ເທັກ​ໂນ​ໂລ​ຈີ​ຂອງ​ຈີນ ແມ່ນ​ເທົ່າ​ກັບ​ການ​ສົ່ງ​ອອກ​ຂອງ​ການ
​ລັດທິຜະ​ເດັດ​ການ.”

ແຕ່ທ່ານ​ກ່າວ​ວ່າ Silicon Valley ແມ່ນ​ຈະ​ເສຍ​ຫາຍໄປຫຼາຍ​ຍິ່ງກວ່ານີ້ ຖ້າ​ຫາກວ່າ
ສະ​ຫະ​ລັດ​ ​ເຮັດ​ໃຫ້​ເປັນ​ການ​ຍາກ​ທີ່​ຈະ​ປະ​ກອບ​ການ​ທາງ​ດ້ານ​ທຸ​ລະ​ກິດ​ກັບ​ພວກ​ນັກ
​ລົງ​ທຶນ​ແລະ​ຫຼາຍໆ​ບໍ​ລິ​ສັດ​ຂອງ​ຈີນ ທ່ານ Parag Khanna ກ່າວ​ວ່າ “ການ​ທີ່​ບໍ່
ປະກອບ​ທຸ​ລະ​ກິດ​ກັບ​ຈີນ, ບໍ່​ພຽງ​ແຕ່ວ່າພວກ​ເຮົາ​ຈະ​ບໍ່​ພຽງແຕ່​ເຂົ້າ​ເຖິງ​ຂໍ້​ມູນ​ເລັກ
​ນ້ອຍ​ເທົ່າ​ນັ້ນ. ພວກ​ເຂົາ​ຍັງ​ຈະ​ສັບ​ປ່ຽນ​ພວກ​ເຮົາ ດ້ວຍ​ຄູ່​ພາ​ຄີ ທີ່​ເຊື່ອ​ຖື​ໄດ້​ແລະ
ພວກ​ເຮົາ​ຈະ​ຖືກ​ຕັດ​ອອກ​ຈາກ​ຕະ​ຫຼາດ​ທັງ​ໝົດ​ເ​ລີຍ.”

ລັດ​ຖະ​ບານສະ​ຫະ​ລັດຕ້ອງ​ການ​ສິ່ງ​ກີດ​ຂວາງ​ອັນ​ໃໝ່​ຂຶ້ນ​ມາ ຍ້ອນ​ຕົນ​ເຊື່ອ​ວ່າ
ບາງ​ເທັກ​ໂນ​ໂລ​ຈີ​ບາງຢ່າງທີ່ສືບລັບ ເຊັ່ນ​ AI ແລະ ພວກ​ຫຸ່ນ​ຍົນ​ອື່ນໆ ແມ່ນ​ສຳ​ຄັນ
​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ແ​ຫ່ງ​ຊາດ. ແຕ່​ວ່າ ອຸດ​ສາ​ຫະ​ກຳ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ
ມອງ​ເຫັນ​ຄວາມ​ສ່ຽງ​ໃນ​ຂໍ້ຈຳ​ກັດ​ຮັດ​ແຄບ​ອັນ​ໃໝ່​ນີ້.

ເຊີນ​ຊົມ: Silicon Valley ​ງຸນ​ງົງ ຕໍ່​ຄວາມ​ເປັນ​ຫ່ວງ​ຂອງວໍ​ຊີງ​ຕັນ ຕໍ່​ຈີນ

Silicon Valley Skeptical of Washington's China Concerns
please wait

No media source currently available

0:00 0:02:58 0:00

​ທ່ານ Tim Draper ຈາກ Venture Capitalist ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າຄວນ​
ຈະ​ເປີດ​ກ້​ວາງ​ແລະ​ແບ່ງ​ປັນກັນ. ທັງ​ສອງ​ປະ​ເທດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​
ຫຼາຍໂດຍ​ທີ່​ເປີດ​ການ​ເຈ​ລະ​ຈາ​ຢູ່ທີ່​ນັ້ນ…ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພວກ​ເຮົາ​ຈະມີ​ບັນ​ຫາ​
ຖ້າ​ພວກ​ເຮົາ​ຈະຈັດຕັ້ງ​ສິ່ງ​ກີດ​ຂວາງຂຶ້ນ​ຊຶ່ງຈະບໍ່​ເປັນ​ຜົນ​ປະ​ໂຫຍດ​ຫຍັງໃຫ້​ພວກ
​ເຮົາ​ເລີຍ. ”

ພວກ​ບໍ​ລິ​ສັດ​ຈີນ​ທັງ​ຫຼາຍ​ພວມແຂ່ງ​ຂັນ​ທີ່​ຈະ​ສ້າງຕາ​ໜ່າງການ​ສື່​ສານ 5 G ໃນ​ທົ່ວ​ໂລກ,
ຊຶ່ງ​ທາງ​ສະ​ຫະ​ລັດ ກ່າວ​ວ່າ ເປັນ​ການ​ສ່ຽງ​ທີ່​ຈະ​ໃຫ້​ໂອ​ກາດ​ອັນ​ໃຫຍ່​ຫຼວງແກ່ປັກ​ກິ່ງ
ໃນ​ການ​ສິ້ງ​ຊອມ​ເບິ່ງໃນ​ດ້ານ​ເອ​ເລັກ​ໂທ​ຣ​ນິກ.

ການ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ​ນີ້ ແມ່ນ​ເປັນ​ການ​ຍາກ​ທີ່​ຈະ​ເຫັນ​ວ່າສະ​ຫະ​ລັດ ກັບ​ຈີນ
ຈະເຂົ້າ​ໃຈກັນໄດ້.

Christian Brose, ຫົວ​ໜ້າ​ຂອງ​ຍຸດ​ທະ​ສາດ​ຈາກ​ອຸດ​ສາ​ຫະ​ກຳ Anduril ກ່າວ​ວ່າ
“ເວລາມີ​ການ​ສົນ​ທະ​ນາກັນ ເມື່ອຝ່າຍ​ດຽວ​ ມອງ​ເຫັນວ່າຈີນ ເປັນ​ການ​ທ້າ​ທາຍ​ຕໍ່​
ຄວາມ​ປອດ​ໄພ​ແຫ່ງ​ຊາດ, ແລະ​ອີກ​ພວກ​ນຶ່ງ​ເຫັນ​ວ່າ ເປັນ​ໂອ​ກາດ​ຂອງ​ທຸ​ລະ​ກິດ
ທີ່​ເປັນ​ບາດ​ກ້າວ​ໃໝ່, ຊຶ່ງ​ນັ້ນ​ແມ່ນ​ພື້ນ​ຖານ ທີ່​ແຕກ​ຫັກ ຂອງ​ປະ​ເ​ພ​ນີ ວັດ​ທະ​ນະ​ທຳ
ແລະ​ຄວາມ​ຄາດ​ຫວັງ ທີ່ຍາກທີ່​ຈະ​ລົງ​ຮອຍ​ກັນ, ແຕ່​ ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ຈະເປັນ
​ໄປບໍ່​ໄດ້.”

ໃນ​ຂະ​ນະ​ທີ່ວໍ​ຊີງ​ຕັນ ຕ້ອງ​ການ​ທີ່​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ ສະ​ຫະ​ລັດ ຕ້ອງ​ເປັນຜູ້ຊະນະ
ດ້ານເທັກ​ໂນ​ໂລ​ຈີ, Silicon Valley ກໍເປັນ​ຫ່ວງວ່າ ​ວັດທະນະທຳຂອງ​ຕົນ ໃນການ​
ເປີດ​ກວ້າງການຕິດຕໍ່​ສື່​ສານຈະບໍ່ໄປບໍ່ມາທາງໃດ.

XS
SM
MD
LG