ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ໂຣກລົມສາລະບາດ “ແບບມິດງຽບ” ສາມາດເຮັດໃຫ້ ຄົນອາຍຸແກ່ ມີຄວາມຈໍາເຊື່ອມ (ເບິ່ງວີດິໂອພາສາລາວ ແລະອັງກິດ)


ໂຣກລົມສາລະບາດ “ແບບມິດງຽບ” ສາມາດເຮັດໃຫ້ ຄົນອາຍຸແກ່ ມີຄວາມຈໍາເຊື່ອມ (ເບິ່ງວີດິໂອພາສາລາວ ແລະອັງກິດ)
ໂຣກລົມສາລະບາດ “ແບບມິດງຽບ” ສາມາດເຮັດໃຫ້ ຄົນອາຍຸແກ່ ມີຄວາມຈໍາເຊື່ອມ (ເບິ່ງວີດິໂອພາສາລາວ ແລະອັງກິດ)

ການ​ເປັນ​ໂຣກລົມ​ສາລະ​ບາດ​ຢ່າງ​​ຮ້າຍແຮງ - ກໍຄື​ເມື່ອ​ເສັ້ນ​ເລືອດ​ຢູ່​ໃນ​ສະໝອງ​ແຕກ ຊຶ່ງ​ສາ ມາດ​ເຮັດ​ໃຫ້​ຄົນຜູ້​ນຶ່ງ​ເປັນ​ອໍາມະພາດ, ປາກກືກຫລື​ເສຍ​ຊີວິດ​ໄດ້. ອົງການ​ອະນາ​ໄມ​ໂລກ​ຫລື WHO ​ເວົ້າວ່າ ຢ່າງໜ້ອຍ ມີ​ຄົນ​ເສຍ​ຊີວິດ​ເຖິງ 6 ລ້ານ​ຄົນ ​ຍ້ອນ​​ໂຣກລົມ​ສາລະ​ບາດ​ ພຽງ​ແຕ່​ ໃນ​ປີ 2008 ປີ​ດຽວເທົ່າ​ນັ້ນ. ​ແຕ່​ວ່າ ບໍ່​ແມ່ນ​ຜູ້​ໃດ​ກໍ​ຈະ​ສາມາດ​ສັງ​ເກດ​ຕົນເອງໄດ້ ​ເມື່ອ​ພວກ​ເຂົາ​ ເຈົ້າ​ເປັນ​ໂຣກລົມ​ສາລະ​ບາດ​ໃນ​ລະດັບ​ບໍ່ຮ້າຍ​ແຮງ ຊຶ່ງ​ບໍ່​ໄດ້​ສະ​ແດງ​ອາການ​ ຂອງ​ການ​ເປັນພະ ຍາດ​ນີ້​​ໃຫ້​ເຫັນ ແຕ່​ຢ່າງ​ໃດ​ເລີຍ. ການ​ສຶກສາຄົ້ນຄວ້າ​ໃໝ່​ ສະ​ແດງ​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ເອີ້ນກັນ​ວ່າ ​ໂຣກລົມ​ສາລະ​ບາດ “​ແບບ​ມິດ​ງຽບ” ​ເຫລົ່ານີ້​ໄດ້​ມີ​ຜົນ​ກະທົບ​ຕໍ່ຜູ້​ຄົນ​ຫຼາຍ​ກວ່າ​ທີ່ພວກເຮົາເຄີຍ​ ຄິດກັນ​ມາກ່ອນ ​ແລະ​ມັນ​ສາມາດເຮັດ​ໃຫ້​​ເກີດຄວາມ​ຈໍາ​ເຊື່​ອມ ​ໃນ​ໝູ່ພວກ​ທີ່​ມີ​ອາຍຸ​ແກ່ໃນ​ອັດຕາ​ ສ່ວນ 1 ​ຕໍ່ທຸກໆ 4 ​ຄົນ. ນາງ Melinda Smith ຜູ້​ສື່​ຂ່າວ VOA ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງວັນນະສອນຈະ ນໍາມາສະເໜີທ່ານໃນອັນດັບຕໍ່ໄປ:

ເບິ່ງວີດິໂອລາຍງານຂ່າວເປັນພາສາລາວ

ຜົນ​ຂອງ​ການເປັນ​ໂຣກລົ​ມສາລະ​ບາດ ຫລື Stroke ນັ້ນ ​ແມ່ນ​ແລ​ເຫັນໄດ້ຢ່າງໜ້າເຈັບ
​ປວດ ຄືກັນກັບຄົນ​ເຈັບ​ຜູ້ນີ້ ທີ່ກໍາລັງ​ພະຍາຍາມ ທີ່​ຈະ​ລຸກ​ອອກ​ຈາກ​ລໍ້ ​ແລະ​ຍ່າງ​ຄືນອີກ
​ດ້ວຍ​ຄວາມ​ຍາກລໍາບາກຫລາຍ.

ອາການ​ມຶນ​ຊາຢ່າງ​ກະທັນຫັນ, ຄວາມ​ອ່ອນ​ເພຍ​ຂອງ​ຮ່າງກາຍ, ການ​ເວົ້າອອກມາ ແລະ
ເຂົ້າ​ໃຈ​ໄດ້ຢ່າງ​ຍາກ​ຊາ ​ພ້ອມ​ທັງການຈຶ້ງຕົວ​ບໍ່​ໄດ້ນັ້ນ ​ແມ່ນ​ເປັນ​ອາການທົ່ວ​ໄປຂອງໂຣກນີ້.

ຄົນ​ເຈັບທີ່ເປັນ Stroke ​ທີ່ໂຊກ​ດີ​ຖືກ​ນໍາໄປ​ຫ້ອງ​ສຸກ​ເສີນ​ທັນ​ເວລານັ້ນ ມັກ​ຈະ​ໄດ້​ຮັບ​ການ
ປິ່ນປົວຕາມ​ວິທີທີ່​ຖືກຕ້ອງ ​ແລະ​ ພໍ​ໄດ້​ຮັບ​ການ​ບໍາບັດ​ຮ່າງກາຍແລ້ວນັ້ນ ກໍ​ສາມາດຟື້ນ​
ຄວາມ​ຊໍານິຊໍານານ ​ໃນ​ການ​ເຄື່ອນ​ໄຫວ​ໄປ​ມາທີ່​ເຄີຍ​ມີ​ນັ້ນ ຄືນມາ​ໄດ້ບາງ​ຢ່າງ.

ແຕ່ວ່າພວກນັກວິດທະຍາສາດໄດ້ພົບວ່າ Stroke ອັນມິດງຽບ ທີ່ບໍ່ສະແດງອາການ​ໃຫ້​ເຫັນ ທີ່ກ່າວມາຂ້າງເທິງນັ້ນ ມັກຈະບໍ່ໄດ້ຮັບການວິນິດ​ໄສພະຍາດໂຣກ ແລະຮັບການປິ່ນປົວຢ່າງ
ວ່ອງໄວ. ພວກຄົນເຈັບເຫລົ່ານີ້ ແມ່ນໄດ້ດໍາເນີນກິດຈະວັດປະຈໍາວັນ ໂດຍບໍ່ຮູ້ສຶກຕົວວ່າ ມີຫຍັງເກີດຂຶ້ນຢູ່ຂ້າງໃນຂອງສະໝອງ​ເຂົາ​ເຈົ້າ. ການທໍາລາຍຂອງໂຣກນີ້ ໄດ້ຖືກກວດພົບ ເມື່ອຄົນເຈັບໄດ້ຜ່ານຂັ້ນຕອນ ການຖ່າຍຮູບ ແບບພິເສດ MRI.

ລູກສອນໄດ້ຊີ້ໄປໃສ່ຮູສີດໍາ ທີ່ເຕັມໄປດ້ວຍຂອງແຫລວ ໃນສະໝອງຂອງຄົນເຈັບຜູ້ນຶ່ງ ທີ່ເປັນໂຣກລົມສາລະບາດ ສອງຄັ້ງ​ແລ້ວນັ້ນ
ລູກສອນໄດ້ຊີ້ໄປໃສ່ຮູສີດໍາ ທີ່ເຕັມໄປດ້ວຍຂອງແຫລວ ໃນສະໝອງຂອງຄົນເຈັບຜູ້ນຶ່ງ ທີ່ເປັນໂຣກລົມສາລະບາດ ສອງຄັ້ງ​ແລ້ວນັ້ນ

ໃນການກວດເບິ່ງຄົນເຈັບຜູ້ນຶ່ງ ທີ່ເປັນໂຣກ
ລົມສາລະບາດສອງຄັ້ງ​ແລ້ວນັ້ນ ລູກສອນ
ໄດ້ຊີ້ໄປໃສ່ຮູສີດໍາ ທີ່ເຕັມໄປດ້ວຍຂອງ
ແຫລວ. ນັກຈິດຕະວິທະຍາດ້ານສະໝອງ
ທ່ານ Adam Brickman ທີ່ໂຮງຮຽນ
ແພດສາດຂອງມະຫາວິທະຍາ​ໄລ
Columbia ເວົ້າວ່າ ຈຸດ​ດໍາ​ເຫລົ່ານີ້ ​ແຕ່​
ກ່ອນ​ເຄີຍ​ເປັນແຊ​ລທີ່​ແຂງ​ແຮງທີ່​ຖືກ​ທໍາ
ລາຍ​ໂດ​ຍກ້ອນເລືອດ​ກ້າມ ​ທີ່ໄດ້ໄຫລ
ວຽນຂຶ້ນ​ໄປ​ຫາ​ສະໝອງ.

Hippocampus ຊຶ່ງ​ເປັນ​ກ້ອນສີ​ແດງ​ ຢູ່​ພາກ​ສ່ວນນຶ່ງຂອງ​ສະໝອງນັ້ນ ​ເປັນ​ຜູ້​ຄວບ​ຄຸມ​ຄວາມ​ຈໍາ​ ແລະ​ອາດ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ Stroke ນຳດ້ວຍ. ທ່ານ Adam Brickman ອະທິ​ບາຍ​ວ່າ:

Hippocampus ຊຶ່ງ​ເປັນ​ກ້ອນສີ​ແດງ​ ຢູ່​ພາກ​ສ່ວນນຶ່ງຂອງ​ສະໝອງ ເປັນ​ຜູ້​ຄວບ​ຄຸມ​ຄວາມ​ຈໍາ​ ແລະ​ອາດ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ Stroke ນຳດ້ວຍ
Hippocampus ຊຶ່ງ​ເປັນ​ກ້ອນສີ​ແດງ​ ຢູ່​ພາກ​ສ່ວນນຶ່ງຂອງ​ສະໝອງ ເປັນ​ຜູ້​ຄວບ​ຄຸມ​ຄວາມ​ຈໍາ​ ແລະ​ອາດ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ Stroke ນຳດ້ວຍ

“​ເມື່ອ​ພວກ​ເຮົາ​ເຫັນ​ການ​ປ່ຽນ​ໄປ​ຂອງ​ຄວາມ​ຈໍາ ຍ້ອນ​ຄວາມ​ຊະລາ ພວກ​ເຮົາ​ມັກ​ຈະຄິດ​ວ່າ ການ​ປ່ຽນ​ແປງ​ນັ້ນ ​ແມ່ນ​ເກີດ​ຂຶ້ນຕໍ່ການ​ປ່ຽນ​ແປງ​ໃນ​ການ​ປະຕິບັດ​ງານ​ບາງ​ຢ່າງ ຫລືບໍ່ກໍ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ໂຄງ​ສ້າງ​ຢູ່​ໃນ​ Hippocam-pus. ສິ່ງ​ທີ່​ພວກ​ເຮົາ​ພົບເຫັນ​ກໍ​ຄື​ວ່າຢູ່​ໃນ​ໂຣກລົມສາລະ​ບາດ​ທີ່​ມິດ​ງຽບນັ້ນ ການ​ປະກົດ​ຕົວ​ຂອງ​ໂຣກລົມ​ສາລະ​ບາດ​ຢູ່​ໃນ​ສະໝອງ ກໍ​ມີ​ສ່ວນກ່ຽວຂ້ອງ​ກັບ​ການ​ທໍາ​ງານ​ຂອງ​ຄວາມ​ຈໍາ​ເຊັ່ນ​ກັນ.”

ທ່ານ Brickman ​ແລະ​ເພື່ອນ​ຮ່ວມ​ງານຂອງ​ທ່ານ ​ໄດ້​ທໍາ​ການ​ສຶກສາ ຜູ້​ຊາຍ ​ແລະ​ແມ່ຍິງ
650 ຄົນ ກຸ່ມ​ນຶ່ງທີ່​ມີ​ອາຍຸ 65 ປີ​ຂຶ້ນ​ໄປ ທີ່​ບໍ່​ມີ​ຮ່ອງຮອຍມາ​ກ່ອນວ່າ ເຄີຍເປັນ​ໂຣກຄວາມ
ຈໍາ​ເຊື່ອມ​ແຕ່​ຢ່າງ​ໃດ. ພວກ​ເຂົາ​ເຈົ້າ​ໄດ້​ຜ່ານ​ການກວດສະໝອງ MRI ພ້ອມ​ທັງການທົດ​
ສອບ​ເບິ່ງ​ຄວາມ​ສາມາດ​ໃນ​ການ​ຮັບ​ເອົາ​ຂໍ້​ມູນຂອງ​ສະໝອງ. ການ​ສຶກສາຄົ້ນຄວ້າ​ບັ້ນກ່ອນໆ
ນັ້ນ​ໄດ້​ພົບ​ວ່າ ການ​ປ່ຽນ​ແປງ​ກ່ຽວ​ກັບ​ຂະໜາດ Hippocampus ​ແລະ​ stroke​ ແມ່ນ​ມີ​
ສ່ວນ​ກ່ຽວຂ້ອງ​ກັບການທໍາງານຂອງຄວາມ​ສາມາດ​ໃນ​ການ​ເຂົ້າ​ໃຈ ​ແຕ່​ວ່າ ທ່ານ
Brickman ​ເວົ້າວ່າ ການຄົ້ນຄວ້າ​ບັ້ນ​ໃໝ່ນີ້ ​ໄດ້​ຢືນຢັນ​ເຖິງການມີ​ຄວາມກ່ຽວພັນ​ກັນຢ່າງ​
ແໜ້ນ​ແຟ້ນລະຫວ່າງ stroke ​ແບບມິດ​ງຽບ ແລະການ​ເຊື່ອມ​ໂຊມ​ລົງ​ຂອງ​ຄວາມ​ຈໍາ ຊຶ່ງ
ດຣ. Brickman ຍັງ​ໄດ້​ກ່າວເພີ້ມອີກ​ວ່າ:

ສິ່ງ​ທີ່​ການ​ສຶກສາຄົ້ນຄວ້າ​ຂອງ​ພວກ​ເຮົາ​ສະ​ແດງ​ໃຫ້​ເຫັນ​ກໍ​ຄື​ ທັງ​ສອງຢ່າງ​ນີ້ ມີ​ຄວາມ​ກ່ຽວພັນກັນຢ່າງ​ເປັນ​ອິດສະຫຼະ ກັບ​ການ​ທໍາ​ງານ​ຂອງ​ຄວາມ​ຈໍາ​ ​ແລະ​ສິ່ງ​ນັ້ນລະ​ຄື ການ​ສັງ​ເກດ​ການ​ໃໝ່.”

ການກວດສະໝອງ MRI ​ສາມາດໃຫ້​ຮູ້​ກ່ຽວ​ກັບ​ ການ​ເປັນ stroke ​ແບບມິດ​ງຽບ ຢູ່​ໃນ 1 ສ່ວນ 4 ຂອງ​ຈໍານວນ​ຄົນ​ເຈັບ​ທັງໝົດ ຜູ້​ທີ່​ທໍາ​ການກວດ​ສອບ​ຄວາມຈໍາ​ບໍ່​ໄດ້​ດີ​ປານ​ໃດນັ້ນ. ພວກ​ນັກຄົ້ນຄວ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ຕິດຕາມ​ເບິ່ງ​ກຸ່ມ​ດັ່ງກ່າວ​ໃນ​ປີ​ຈະ​ມານີ້ ເພື່ອ​ສິ້ງຊອມ​ເບິ່ງ​ຮ່ອງຮອຍຂອງ​ໂຣກ Alzheimer’s ຊຶ່ງເປັນໂຣກຄວາມ​ຈຳ​ເຊື່ອມ ທີ່​ກັນດານ​ທີ່​ສຸດນັ້ນ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ

XS
SM
MD
LG