ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຳນວນ ຜູ້ບາດເຈັບລົ້ມຕາຍ ຍັງຈະເພີ່ມຂຶ້ນ ຈາກເຫດດິນເຈື່ອນ ໃນ Sierra Leone


ເຈົ້າໜ້າທີ່ຊ່ອຍກູ້ໄພ ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້ ຈາກເຫດດິນເຈື່ອນ ທີ່ເຂດ Regent,ໃນພາກຕາເວັນອອກ ຂອງນະຄອນ Freetown ປະເທດ Sierra Leone, 14 ສິງຫາ , 2017.
ເຈົ້າໜ້າທີ່ຊ່ອຍກູ້ໄພ ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້ ຈາກເຫດດິນເຈື່ອນ ທີ່ເຂດ Regent,ໃນພາກຕາເວັນອອກ ຂອງນະຄອນ Freetown ປະເທດ Sierra Leone, 14 ສິງຫາ , 2017.

​ມີ​ຢ່າງ​ນ້ອຍ 300 ຄົນ ​ທີ່ໄດ້ຮັບ​ການ​ຢືນຢັນ​ວ່າ ​ເສຍ​ຊີວິດ​ແລ້ວ ນຶ່ງ​ມື້ ຫຼັງ​ຈາກ​ທີ່​ນະຄອນ
ຫຼວງ Freetown ຂອງ Sierra Leone ​ໄດ້​ຖືກ​ຖະຫຼົ່ມ​ໂດຍ​ດິນ​ເຈື່ອນ ​ແລະ​ນ້ຳ​ຖ້ວມ​
ຢ່າງ​ໜັກ ​ແລະ​ເຂົ້າ​ໜ້າ​ທີ່​ກ່າວ​ວ່າ ຈຳນວນ​ຂອງ​ພວກ​ທີ່​ລົ້ມ​ຕາຍ ມີ​ທ່າ​ທາງ​ວ່າຈະມີ​ເພີ່ມ​ຂຶ້ນ.

​ໄພພິບັດ​ ​ໃນ​ຕອນເຊົ້າ​ວັນ​ຈັນ​ວານ​ນີ້ ​ແມ່ນ​ເກີດ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ​ທີ່ໄດ້​ມີ
​ຝົນຕົກໜັກ. ພວກ​ທີ່​ເຫັນ​ເຫ​ດການ ​ໄດ້​ອະທິບາຍ​ເຖິງ​ເຫດການດັ່ງກ່າວ ​ໂດຍ​ສະ​ເພາະ
ໃນ​ເຂດ​ທີ່​ໄດ້ຮັບ​ຜົນ​ກະທົບ​ໜັກ ທີ່​ເມືອງ Regent ວ່າ ຖະໜົນ​ຫົນທາງ ​ໄດ້​ກາຍ​ມາ​ເປັນ​ “ສາຍນ້ຳຂອງ​ຂີ້ຕົມ.” ມີ​ຢ່າງ​ນ້ອຍ 200 ຄົນ ​ບໍ່​ມີ​ທີ່ຢູ່​ອາ​ໄສ ອັນ​ເນື່ອງ​ມາ​ຈາກ​ໄພ​ພິບັດ
​ດັ່ງກ່າວ​ນີ້.

Freetown, Sierra Leone
Freetown, Sierra Leone

ພວກ​ຍາດ​ພີ່ນ້ອງ​ຂອງ​ພວກ​ເຄາ​ະຮ້າຍ​ ພາກັນ​ຂຸດ​ຄົ້ນໃນ​ກອງ​ຂີ້​ຕົມ ​ເພື່ອຊອກ​ຫາ ຄົນ​ຮັກ
ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່ທະຫານ ​ໄດ້​ລຳລຽງ​ຜູ້​ຄົນ​ອອກ​ມາ​ຊ່ອຍປະຕິບັດ​ງານ​ໃນ​ການ​ກູ້​ໄພນີ້.

ຮູບ​ພາບ​ແລະ​ວີ​ດີ​ໂອ​ຕ່າງໆ ທີ່​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໂດຍ​ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດ
​ໄ​ດ້ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຜູ້​ຄົນ​ທີ່​ມີ​ຂີ້ຕົມສູງ​ພຽງ​ເອິກພະຍາຍາມ​ທີ່​ຈະ​ກວດກາ​ເບິ່ງ​
ການ ​ເດີນທາງ​.

​ໂຄສົກ​ຂອງ​ອົງການ​ສະພາກາ​ແດງ ​ໄດ້​ບອກ​ກັບ​ອົງ​ການຂ່າວ​ຝຣັ່ງວ່າ ອົງການ​ດັ່ງກ່າວ
​ໄດ້​ເກັບ​ກຳ​ຈຳນວນ​ຜູ້​ຕາຍຢ່າງ​ນ້ອຍ 312 ຄົນ​ແລ້ວ.

​ເຈົ້າ​ໜ້າ​ທີ່​ໄດ້​ກະ​ປະມານ​ວ່າ ມີຫຼາຍ​ພັນ​ຄົນ ທີ່​ຂາດ​ທີ່ຢູ່​ອາ​ໄສ.

ອ່ານ​ຂ່າວ​ນີ້​ເພີ່​ມຕື່ມ​ເປັນ​ພາສາ​ອັງກິດ

ພາບນີ້ສະແດງໃຫ້ເຫັນນ້ຳຖ້ວມທົ່ວຖະໜົນຫົນທາງ ໃນເມືອງ Regent ໃກ້ໆກັບ ເມືອງ Freetown, 14 ສິງຫາ 2017.
ພາບນີ້ສະແດງໃຫ້ເຫັນນ້ຳຖ້ວມທົ່ວຖະໜົນຫົນທາງ ໃນເມືອງ Regent ໃກ້ໆກັບ ເມືອງ Freetown, 14 ສິງຫາ 2017.

.

XS
SM
MD
LG