ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍ່ມີຜູ້ໃດ ໄດ້ຮັບຄະແນນ ນຳໜ້າຢ່າງຊັດເຈນ ໃນການລົງຄະແນນສຽງ ທີ່ປະເທດ ຊີເອຣາ ລີໂອນ


ບັນດາເຈົ້າໜ້າທີ່ການເລືອກຕັ້ງ ນັບບັດຄະແນນສຽງ ທີ່ສະຖານ
ທີ່ປ່ອນບັດໃນນະຄອນຫຼວງ ຟຣີທາວ, ປະເທດ ຊີເອຣາ ລີໂອນ. 7 ມີນາ, 2018.
ບັນດາເຈົ້າໜ້າທີ່ການເລືອກຕັ້ງ ນັບບັດຄະແນນສຽງ ທີ່ສະຖານ ທີ່ປ່ອນບັດໃນນະຄອນຫຼວງ ຟຣີທາວ, ປະເທດ ຊີເອຣາ ລີໂອນ. 7 ມີນາ, 2018.

ຜົນຄະແນນສ່ວນນຶ່ງໄດ້ຖືກເປີດເຜີຍໃນວັນເສົາວານນີ້ ໃນການແຂ່ງຂັນເອົາຕຳແໜ່ງ
ປະທານາທິບໍດີຄົນໃໝ່ຂອງປະເທດ ຊີເອຣາ ລີໂອນ ໄດ້ສະແດງໃຫ້ເຫັນວ່າ ໃນປັດຈຸ
ບັນບໍ່ມີໃຜແຂງແກ່ນພໍ ທີ່ຈະຊະນະການຢັ່ງຫາງສຽງຂອງວັນເສົາວານນີ້ ໃນຂະນະທີ່
ບັນດານັກສັງເກດການໄດ້ກ່າວວິຈານຕຳຫຼວດຂອງປະເທດ ສຳລັບການຂົ່ມຂູ່ສະມາ
ຊິກຂອງພັກຝ່າຍຄ້ານກ່ອນ ແລະ ຫຼັງຈາກການລົງຄະແນນສຽງ.

ດ້ວຍຜົນຄະແນນຈາກ 25 ເປີເຊັນຂອງສະຖານທີ່ປ່ອນບັດໃນ 15 ເມືອງຂອງປະເທດ
ນັ້ນ, ທ່ານ ຊາມູຣາ ຄາມາຣາ "Samura Kamara" ຜູ້ລົງແຂ່ງຂັນຂອງພັກລັດຖະ
ບານຊື່ວ່າ ພັກລັດຖະສະພາຂອງປະຊາຊົນ, ແມ່ນຜູ້ນຳໜ້າດ້ວຍຄະແນນສຽງ 44.6
ເປີເຊັນ, ຕາມຫຼັງດ້ວຍຜູ້ລົງແຂ່ງຂັນຈາກພັກຝ່າຍຄ້ານທ່ານ ຈູລຽສ ມາດາ "Julius
Maada" ຈາກພັກປະຊາຊົນ ຊີເອຣາ ລີໂອນ, ຜູ້ທີ່ໄດ້ຮັບຄະແນນ 42 ເປີເຊັນໃນປັດ
ຈຸບັນນີ້, ອີງຕາມຄະນະກຳມາທິການເລືອກຕັ້ງອິດສະຫຼະແຫ່ງຊາດຂອງປະເທດ ຫຼື
NEC.

ຜູ້ລົງແຂ່ງຂັນພັກທີສາມ ທ່ານ ຄານເດ ຢຸມແຄລລາ "Kandeh Yumkella" ຈາກພັນ
ທະມິດໃຫຍ່ແຫ່ງຊາດທີ່ຫາກໍຖືກຕັ້ງຂຶ້ນມາໃໝ່, ເຊິ່ງມີຄວາມຫວັງວ່າຈະທຳລາຍການ
ຄອບງຳຫຼາຍທົດສະວັດຂອງສອງພັກການເມືອງນຳໜ້າຂອງປະເທດນັ້ນ, ໄດ້ຮັບຄະ
ແນນສຽງພຽງ 6.6 ເປີເຊັນ. ການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີຄັ້ງນີ້ ມີຜູ້ລົງ
ແຂ່ງຂັນທັງໝົດ 16 ຄົນ.

ຜູ້ລົງແຂ່ງຂັນເອົາຕະແໜ່ງປະທານາທິບໍດີຈາກພັກລັດຖະສະພາປະຊາຊົນຂອງ ຊີເອຣາ ລີໂອນ ທ່ານ ຊາມູຣາ ຄາມາຣາ ຍົກມືທັກທາຍຜູ້ສະໜັບສະໜູນໃນລະຫວ່າງການຊຸມນຸມໂຄສະນາຫາສຽງໃນເມືອງ ເມເຄນີ, ພາກເໜືອຂອງປະເທດ ຊີເອຣາ ລີໂອນ. 5 ມີນາ, 2018
ຜູ້ລົງແຂ່ງຂັນເອົາຕະແໜ່ງປະທານາທິບໍດີຈາກພັກລັດຖະສະພາປະຊາຊົນຂອງ ຊີເອຣາ ລີໂອນ ທ່ານ ຊາມູຣາ ຄາມາຣາ ຍົກມືທັກທາຍຜູ້ສະໜັບສະໜູນໃນລະຫວ່າງການຊຸມນຸມໂຄສະນາຫາສຽງໃນເມືອງ ເມເຄນີ, ພາກເໜືອຂອງປະເທດ ຊີເອຣາ ລີໂອນ. 5 ມີນາ, 2018

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຄົນນຶ່ງ ຕ້ອງມີຄະແນນສຽງຫຼາຍກວ່າ 55
ເປີເຊັນຈຶ່ງຈະຊະນະການແຂ່ງຂັນໃນຮອບທຳອິດ, ຫຼືບໍ່ດັ່ງນັ້ນ ມັນກໍຈະມີການແຂ່ງຂັນ
ຂັ້ນຊີ້ຂາດລະຫວ່າງ ຜູ້ລົງແຂ່ງຂັນສອງຄົນທີ່ມີຄະແນນສູງສຸດ. ຄະນະກຳມາທິການ
NEC ຈະເປີດເຜີຍຜົນຄະແນນສ່ວນນຶ່ງອີກຮອບນຶ່ງ ໃນເມື່ອບັດຄະແນນສຽງ 50 ເປີ
ເຊັນຈາກສະຖານທີ່ບ່ອນບັດໄດ້ຖືກນັບ.

ບັນດານັກວິເຄາະເວົ້າວ່າ ການເລືອກຕັ້ງໃນປີນີ້ແມ່ນນຶ່ງໃນການແຂ່ງ ຂັນທີ່ດຸເດືອດ
ທີ່ສຸດໃນປະຫວັດສາດຍຸກປັດຈຸບັນ ຂອງປະເທດທີ່ຕັ້ງຢູ່ອາຟຣິກາຕາເວັນຕົກນີ້. ປະ
ຊາຊົນ ຊີເອຣາ ລີໂອນ ຫຼາຍກວ່າ 3 ລ້ານຄົນໄດ້ລົງທະບຽນ ເພື່ອປ່ອນບັດເອົາປະທາ
ນາທິບໍດີຄົນໃໝ່, ສະພາ, ເຈົ້າເມືອງ ແລະ ສະພາທ້ອງຖິ່ນ.

ພັກລັດຖະບານ APC ໄດ້ມີປະຫວັດ ກ່ຽວກັບ ການສ້າງສາຫົນທາງເສັ້ນໃໝ່ທັງຫຼາຍ
ແລະ ພື້ນຖານໂຄງລ່າງອື່ນໆສຳເລັດ ໃນລະຫວ່າງການດຳລົງຕຳແໜ່ງຂອງປະທານາ
ທິບໍດີ ທ່ານ ເອີນເນັສ ໄບ ໂຄໂມຣາ "Ernest Bai Komora" ທີ່ກຳລັງຈະພົ້ນຈາກຕຳ
ແໜ່ງຂອງທ່ານນັ້ນ, ຜູ້ທີ່ຕ້ອງລົງຈາກຕຳແໜ່ງຫຼັງຈາກເຮັດວຽກມາໄດ້ສອງສະໄໝ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG