ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີແອຣາ ລີອອນ ອະນຸຍາດ ໃຫ້ຄົນເຈັບ ຜູ້ສຸດທ້າຍ ທີ່ເປັນ ອີໂບລາ ກັບບ້ານ


ນາງ Adama Sankoh ອາຍຸ 40 (ຄົນກາງ) ຜູ້ທີຕິດເຊື້ອ ອີໂບລາ ລູກຊາຍຂອງລາວໄດ້ເສຍຊີວິດ ຈາກພະຍາດ ໃນທ້າຍເດືອນແລ້ວນີ້.
ນາງ Adama Sankoh ອາຍຸ 40 (ຄົນກາງ) ຜູ້ທີຕິດເຊື້ອ ອີໂບລາ ລູກຊາຍຂອງລາວໄດ້ເສຍຊີວິດ ຈາກພະຍາດ ໃນທ້າຍເດືອນແລ້ວນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ ​ໃນ ຊີແອຣາ ລີ​ອອນ ​ໄດ້​ອະນຸຍາດ
ໃຫ້​ຄົນ​ເຈັບ​ຜູ້​ສຸດ​ທ້າຍຂອງປະ​ເທດ ທີ່ໄດ້ຮັບການຢືນຢັນວ່າ
ຕິດເຊື້ອອີໂບລາ ອອກ​ຈາ​ກ​ໂຮງໝໍ ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງເປັນ
ການເລີ້ມນັບ​ຖອຍຫລັງ 42 ມື້ ກ່ອນທີ່ຈະມີ​ການ​ປະກາດ​ວ່າ
ປອດ​ເຊື້ອ​ໄວຣັສດັ່ງກ່າວແລ້ວ.

ນາງ Adama Sankoh ​ໄດ້​ອອກ​ຈາກ​ສູນ​ກາງ​ປິ່ນປົວ ອີ​ໂບ
ລາ ຢູ່​ນອກ​ເມືອງ Makeni ຫລັງ​ຈາກ​ໄດ້ມີການເປັນເທື່ອທີ
ສອງວ່າ ນາງປອດຈາກເຊື້ອໄວຣັສດັ່ງ ກ່າວແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ການແພດ ພາກັນ​ສ​ະ​ຫລອງ ​ຢູ່ໃນ​ພິທີ ທີ່​
ປະທາ​ນາ​ມິ​ບໍດີ Ernest Bai Koroma ກໍໄດ້ເຂົ້າຮ່ວມ.

ນາງ Sankoh ​ທີ່​ລູກ​ຊາຍ​ຂອງ​ນາງ​ໄດ້​ເສຍ​ຊີວິດ​ຍ້ອນອີ​ໂບລານັ້ນ ໄດ້ຂອບ​ໃຈ​ບັນດາ​
ພະນັກງານ​ການ​ແພດ ທີ່​ໄດ້ໃຫ້ການ​ປິ່ນປົວ​ ໃນ​ເວລາ​ທີ່ນາງ​ບໍ່​ສະບາຍ.

ສຳລັບ​ປະ​ເທດ ​ຊີແອຣາ ລີ​ອອນ ທີ່​ຈະ​ຖືກປະກາດ​ວ່າ ປອດຈາກ​ເຊື້ອ ອີ​ໂບລາ ແລ້ວນັ້ນ
ຕ້ອງ​ໃຊ້​ເວລາ​ຢູ່ 42 ມື້ ຊຶ່ງເທົ່າກັບສອງຕໍ່ຂອງການເບາະເຊື້ອ​ໄວຣັສ ໂດຍປາດ​ສະ​ຈາກ​
ກໍລະ​ນີໃໝ່ເກີດຂຶ້ນ. ​ໄລ​ບີ​ເຣຍ​ໄດ້ຖືກ​ປະກາດວ່າເປັນປະເທດ ປອດອີ​ໂບລາ ​ໃນ​ເດືອນ​
ພຶດສະພາຜ່ານມາ ແຕ່ກໍໄດ້ມີ​ປະສົບ​ກັບການຟື້ນໂຕ​ຄືນ​ມາ​ຂອງເຊື້ອໄວຣັສໃນ​ກໍລະນີ
​ຕ່າງໆ.

​ອີ​ໂບລາ ​ໄດ້​ສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ເຂດອາ​ຟຣິກາ ຕາ​ເວັນ​ຕົກ ດົນ​ກວ່າ
18 ​ເດືອນ ໂດຍໄດ້ຕິດ​ແປດ​ຫລາຍ​ກວ່າ 28,000 ພັນ​ຄົນ ສ່ວນ​ໃຫຍ່ແມ່ນ​ຢູ່ໃນ​ຊີ​ແອຣາ
ລີ​ອອນ ​ໄລ​ບີ​ເຣຍ ​ແລະ​ ກີ​ນີ. ຫລາຍ​ກວ່າ 11,200 ຄົນ​ໄດ້​ເສຍ​ຊີວິດ ຍ້ອນ​ເຊື້ອ​ໄວຣັສນີ້
ໂດຍທີ່ຈຳນວນ​ຜູ້​ເສຍ​ຊີວິດ​ຢູ່ໃນ ​ຊີແອຣາ ລີ​ອອນ ແມ່ນ​ເກືອບ 4,000 ຄົນ.

ອີ​ໂບລາ ​ແຜ່​ຂະຫຍາຍ​ຜ່ານ​ການ​ສຳຜັດແຕະຕ້ອງຂອງແຫຼວ​ໃນ​ຮ່າງກາຍ ຈາກ​ຜູ້​ຕິ​ດ
ພະຍາດ. ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດໄດ້​ເຮັດ​ວຽກ​ເພື່ອຄວບຄຸມເຊື້ອໄວຣັສ ​ໂດຍແຍກ​
ຄົນ​ປ່ວຍ​ໃຫ້​ຢູ່​ໂດ​ດດ່ຽວ ສັງ​ເກດ​ເບິ່ງ​ການ​ຕິດ​ຕໍ່​ຂອງ​ເຂົາ​ເຈົ້າແລະ​ເນັ້ນ​ໜັກ​ໃສ່ການ​ຝັງ​
ສົບ​ທີ່​ປອດ​ໄພ​ທີ່​ຍັງ​ສາມາດຕິດ​ແປດໄດ້ ຫຼັງ​ຈາກ​ການ​ຕາຍ​ຍ້ອນ ອີ​ໂບລາ.

XS
SM
MD
LG