ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພະນັກງານ ການແພດ ຊີແອຣາ ເລອອນ ຟ້ອງລັດຖະບານ ໃນການຮັບມື ກັບອີໂບລາ


ພວກພະນັກງານການແພດ ກຳລັງນຳເອົາຊາກສົບໄປຝັງ ທີ່ ສົງໄສວ່າ ເປັນຜູ້ເຄາະຮ້າຍຈາກອີໂບລາ.
ພວກພະນັກງານການແພດ ກຳລັງນຳເອົາຊາກສົບໄປຝັງ ທີ່ ສົງໄສວ່າ ເປັນຜູ້ເຄາະຮ້າຍຈາກອີໂບລາ.

ພະນັກງານ​ການ​ແພດ​ຊີ​ແອ​ຣາ ​ເລ​ອອນ ສອງ​ຄົນ ຜູ້​ທີ່​ໄດ້​ລອດຊີວິດມາໄດ້​ຈາກ​ອີ​ໂບ
ລາ ກຳລັງ​ຟ້ອງ​ຮ້ອງ​ລັດຖະບານ​ເຂົາ​ເຈົ້າ ​ໃ​ນການ​ກ່າວ​ຫາ​ວ່າບໍລິຫານ​ເງິນທຶນດ້ວຍ
ຄວາມ​ຜິດພາດ​ ໃນລະຫວ່າງ​ເກີດການລະບາດນັ້ນ.

ຜູ້​ລອດ​ຊີວິດມາໄດ້ຈາກ​ອີ​ໂບລາທັງສອງ ຖີ້ມ​ໂທດ​ໃສ່ການ​ຂາດ​ຊັບພະຍາກອນ​ຂອງ
ລັດຖະບານຈຶ່ງເຮັດໃຫ້ເຂົາເຈົ້າ​ຕິດເຊື້ອອີໂບລາ​ແລະການ​ຕາຍຂອງເພື່ອນ​ຮ່ວມ​ງານ
ເຂົາ​ເຈົ້າ​ຫລາຍ​ຄົນ. ການ​ຟ້ອງ​ຮ້ອງຂອງ​ເຂົາ​ເຈົ້າ​ ໄດ້​ອ້າງ​ວ່າ ​ລັດຖະ ບານ​ບໍລິຫານ​ເງິນທຶນດ້ວຍຄວາມ​ຜິດພາດ “ຊຶ່ງເປັນການລະເມີດ​ໂດຍ​ກົງ​ຕໍ່​ສິດທິ​ ໃນການ​ມີ​ຊີວິດ
​ແລະ​ສຸຂະພາບຂອງ​ຈຳເລີຍ.”

​ເຊື້ອໄວຣັສ​ໄດ້​ເກີດ​ຂຶ້ນ​ໃນ​ກີເນຍເມື່ອ​ປີ 2013 ​ແລະ​ໄດ້​ແຜ່​ລາມ​ໄປ​ສູ່ເພື່ອນ​ບ້ານໄລ​ບີ
​ເຣຍ ​ແລະ​ຊີ​ແອ​ຣາ ​ເລ​ອອນ ​ແລະ​ຫລາຍ​ກວ່າ 11,300 ຄົນ​ໄດ້​ເສຍ​ຊີວິດ ຢູ່ໃນ​ທົ່ວ​ໂລກ
ສ່ວນ​ໃຫຍ່ຢູ່​ໃນ​ບັນດາ​ສາມ​ປະ​ເທດອາ​ຟຣິກາ​ຕາ​ເວັນ​ຕົກ.

ບັນດາ​ລັດຖະບານ​ຕ່າງປະ​ເທດ ​ແລະ​ອົງການ​ຊ່ວ​ຍເຫລືອ​ຕ່າງໆ​ໄດ້​ລໍ​ລິ​ຈາກ​ເງິນຫລາຍ
​ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດອາ​ຟຣິກາ​ຕາ​ເວັນ​ຕົກ ສະກັດກັ້ນການ​ແຜ່​ລະບາດ
​ແຕ່​ການ​ກ່າວ​ຫາ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ສາມ​ປະ​ເທດ ທີ່​ວ່າ​ລັດຖະບານ​ໃຊ້​ເງິນທຶນ​ຢ່າງບໍ່
ຖືກຕ້ອງ.

ບັນດາ​ພະນັກງານ​ການ​ແພດ​ຊີ​ແອ​ຣາ ​ເລ​ອອນກຳລັງ​ຟ້ອງ​ລັດຖະບານ​ຢູ່​ໃນສານ ​ຂອງ
ປະຊາ​ຄົມ​ເສດຖະກິດ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ຫລື (ECOWAS) ຢູ່​ນະຄອນອາ
​ບູຈາ ປະ​ເທດ​ໄນ​ຈີ​ເຣຍ. ການ​ຕັດສິນຂອງ​ສານ​ຈະມີ​ຜົນ​ບັງ​ຄັບ​ທາງ ກົດໝາຍ ​ແຕ່​ວ່າ
ການ​ຕັດສິນ​ທີ່​ຜ່ານ​ມາ​ນັ້ນ ​ໃນທາງ​ປະຕິບັດແລ້ວ ແມ່ນບໍ່ໄດ້ ເອົາຫົວຊາໂດຍປະເທດ
​ສະມາຊິກ​.

ສູ​ນກາງຮັບຜິດຊອບແລະການປົກຄອງດ້ວຍຕົວບົດກົດໝາຍຂອງຊີ​ແອ​ຣາ ​ເລ​ອອນ
​ໄດ້​ຊ່ວຍ​ໃຫ້​ນຳ​ເອົາ​ຄະດີຂຶ້ນສູ່​ສານ.

ຜູ້​ຕາງໜ້າ​ກຸ່ມ ທ່ານອີ​ບຣາຮິມ ທອມ​ມີ ກ່າວ​ວ່າ “ຊາວ​ຊີແອ​ຣາ ​ເລ​ອອນ ໄດ້​ຮຽກຮ້ອງ​
ຊໍ້າ​ແລ້ວ​ຊໍ້າ​ອີກ​ ໃຫ້ຮັບເອົາ​ຮັບຜິດຊອບ ​ແລະຄວາມວຍຸຕິ​ທຳ​ຕໍ່​ການ​ບໍລິຫານ​ທີ່​ຜິດພາດ​ ກອງທຶຮຮັບມືກັບອີ​ໂບລາ ​ແຕ່​ວ່າ​ຄຳ​ຮຽກຮ້ອງ​ຂອງ​ເຂົາ​ເຈົ້າ​ກັບບໍ່ໄດ້ຮັບຄວາມສົນໃຈ.”

ພວກ​ຈຳເລີຍຢາກໄດ້ຮັບການຊົດເຊີຍ​ທາງ​ການ​ເງິນ ​ແລະ​ຮັບ​ຮູ້ວ່າສິດ​ທິ​ເຂົາ​ເຈົ້າ​ໄດ້​
ຖືກ​ລະເມີດ​ແລະຢາກໃຫ້ມີການສ້າງຕັ້ງ​ຄະນະ​ກຳມະການ​ສຶບສວນແຫ່ງ​ຊາດ​ທາງ
ດ້ານແພ່ງ ​ແລະ​ດ້ານອາຍາ ​ຈາກ​ການ​ຄຸ້ມຄອງກອງ​ທຶນທີ່​ຜິດພາດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG