ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊີແອຣາ ເລອອນ ຈະຈັດການເລືອກຕັ້ງ ປະທານາທິບໍດີ ຮອບຕັດສິນຊີ້ຂາດ

ປະທານ ຄະນະກຳມະທິການເລືອກຕັ້ງແຫ່ງຊາດ ຂອງຊີແອຣາ ເລອອນ ທ່ານ ໂມຮຳເມັດ ເອັນຟາອາລີ ຄອນເຕ (Mohamed Nfa'ali Conteh), ປະກາດຜົນ ການນັບຄະແນນສຽງ ການເລືອກຕັ້ງ ປະທານາທິບໍດີ ຊີແອຣາ ເລອອນ ຮອບທຳອິດ ຢູ່ທີ່ນະຄອນຫຼວງ ຟຣີທາວນ໌ (Freetown) ວັນທີ 13 ມີນາ 2018.

ຊີແອຣາເລອອນ ຈະຈັດການເລືອກຕັ້ງປະທານາທິບໍດີຮອບຕັດສິນຊີ້ຂາດ ໃນອີກສອງ
ອາທິດຂ້າງໜ້າ ຫລັງຈາກຜູ້ສະໝັກ ປະທານາທິບໍດີ ໝົດທັງ 16 ຄົນ ຂອງປະເທດ
ດັ່ງກ່າວ ບໍ່ສາມາດໄດ້ຮັບຄະແນນສຽງ 55 ເປີເຊັນ ທີ່ຈຳເປັນໃນການປ່ອນບັດຮອບ
ທຳອິດນັ້ນ.

ປະທານຄະນະກຳມາທິການເລືອກຕັ້ງແຫ່ງຊາດ ທ່ານໂມຮຳເມັດ ແອັນຟາອາລີ ຄອນເຕ
ໄດ້ປະກາດຢູ່ທີ່ກອງປະຊຸມຖະແຫຼງຂ່າວໃນຄືນວັນອັງຄານວານນີ້ ນຶ່ງອາທິດຫຼັງຈາກໄດ້
ມີການປ່ອນບັດ ຢູ່ປະເທດດັ່ງກ່າວ.

ຜູ້ສະໝັກປະທານາທິບໍດີຂອງ ພັກສະພາມວນຊົນ ທ່ານ ຊາມູຣາ ກາມາຣາ ໂບກມືໃຫ້ແກ່ພວກສະໜັບສະໜູນ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ໃນເມືອງ ມີເກີນີ (Mekeni) ຢູ່ທາງພາກເໜືອຂອງ ຊີແອຣາ ເລອອນ, ວັນທີ 5 ມີນາ 2018.
ຜູ້ສະໝັກປະທານາທິບໍດີຂອງ ພັກສະພາມວນຊົນ ທ່ານ ຊາມູຣາ ກາມາຣາ ໂບກມືໃຫ້ແກ່ພວກສະໜັບສະໜູນ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ໃນເມືອງ ມີເກີນີ (Mekeni) ຢູ່ທາງພາກເໜືອຂອງ ຊີແອຣາ ເລອອນ, ວັນທີ 5 ມີນາ 2018.

ທ່ານໂມຮຳເມັດ ແອັນຟາອາລີ ຄອນເຕ ປະທານຄະນະກຳມາທິການເລືອກຕັ້ງແຫ່ງຊາດ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫຼງຂ່າວວ່າ “ຈະມີການເລືອກຕັ້ງຮອບສອງ ຊຶ່ງເປັນຮອບ
ຕັດສິນຊີ້ຂາດ ລະຫວ່າງ ຜູ້ສະໝັກປະທານາທິບໍດີຂອງ ພັກສະພາມວນຊົນ ດຣ.
ຊາມູຣາ ແມັດທິວ ວິລສັນ ກາມາຣາ ແລະ ຜູ້ສະໝັກຂອງພັກປະຊາຊົນ ຊີແອຣາ
ເລອອນ ທ່ານຈູລຽດ ມາດາ ບີໂອ.”

ປະທານາທິບໍດີຄົນປັດຈຸບັນ ທ່ານເອີນແນັດ ໄບ ໂກໂຣມາ ຈາກພັກເອພີຊີ ຕ້ອງໄດ້ລົງ
ຈາກຕຳແໜ່ງໃນປີນີ້ ຫລັງຈາກ ເຂົ້າຮັບໜ້າທີ່ມາສອງສະໄໝແລ້ວ.

ຜູ້ສະໝັກເປັນປະທານາທິບໍດີ ຂອງພັກປະຊາຊົນ ຊີແອຣາ ທ່ານ ຈູລີອັສ ມາອາດາ ບີໂອ (Julius Mada Bio) ອູ້ມລູກ ສາວ ໃນຂະນະທີ່ປ່ອນບັດລົງຄະແນນສຽງຂອງທ່ານໃນການ ເລືອກຕັ້ງທົ່ວໄປ ຢູ່ທີ່ໜ່ວຍປ່ອນບັດ ໃນນະຄອນຫຼວງ ຟຣີ ທາວນ໌, ວັນທີ 7 ມີນາ 2018, ໃນຂະນະທີ່ພັນລະຍາ ຂອງທ່ານແນມເບິ່ງຢູ່.

ທ່ານກາມາຣາ ອະດີດລັດຖະມົນຕີ ຊຶ່ງເປັນຜູ້ສະໝັກທີ່ຖືກເລືອກ ໂດຍພັກເອພີຊີ ຊຶ່ງ
ເປັນພັກລັດຖະບານ ໄດ້ຮັບຄະແນນ 42.7 ເປີເຊັນ ຫລຸດ ທ່ານບີໂອ ຜູ້ສະໝັກຂອງພັກ
ປະຊາຊົນ ຊີແອຣາ ເລອອນ ຊຶ່ງເປັນຝ່າຍຄ້ານ ໜ້ອຍນຶ່ງ ທີ່ໄດ້ຮັບຄະແນນ 43.3
ເປີເຊັນ. ຜົນຂອງການນັບຄະແນນສຽງ ຊຶ່ງໄດ້ມີການປະກາດນຶ່ງອາທິດ ຫລັງຈາກໄດ້
ປ່ອນບັດແລ້ວ ແມ່ນປະຕິບັດຕາມການລະບຽບການນັບຄະແນນ ຊຶ່ງໄດ້ມີການກ່າວຫາ
ວ່າ ເຮັດຜິດກົດລະບຽບ ຈຳນວນນຶ່ງ.

ຄະນະກຳມາທິການເລືອກຕັ້ງແຫ່ງຊາດ ໄດ້ນັບຄະແນນຄືນ ຢູ່ໜ່ວຍປ່ອນບັດ 154 ແຫ່ງ
ໃນຂະນະທີ່ການປ່ອນບັດ ຢູ່ໜ່ວຍປ່ອນບັດ 221 ແຫ່ງ ໄດ້ຖືກປະກາດເປັນໂມຄະ ແລະ
ໃຊ້ການບໍ່ໄດ້ ຍ້ອນມີຄະແນນສຽງ ຫຼາຍກວ່າຕົວຈິງ.

Sierra Leone Election Run-Off
please wait

No media source currently available

0:00 0:01:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG