ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Sierra Leone ຜ່ານກົດໝາຍ ທີ່ເຮັດໃຫ້ ມີຄວາມຜິດ ຖ້າຊຸກເຊື່ອງ ຄົນເຈັບ ທີ່ຕິດເຊື້ອອີໂບລາ (ວີດີໂອ/ສະໄລດ໌)


ພະນັກງານສາທາລະນະສຸກ ທີ່ໃສ່ຊຸດປ້ອງກັນພະຍາດຫຸ້ມໂຕ ເອົານ້ຳໃຫ້ແມ່ຍິງ ທີ່ຕິດເຊື້ອໄວຣັສ ອີໂບລາ ກິນ ທີ່ສູນປ່ິນປົວ
ພວກພະຍາດຕິດແປດ ທີ່ Sierra Leone, ວັນທີ 20 ສິງຫາ 2014.
ພະນັກງານສາທາລະນະສຸກ ທີ່ໃສ່ຊຸດປ້ອງກັນພະຍາດຫຸ້ມໂຕ ເອົານ້ຳໃຫ້ແມ່ຍິງ ທີ່ຕິດເຊື້ອໄວຣັສ ອີໂບລາ ກິນ ທີ່ສູນປ່ິນປົວ ພວກພະຍາດຕິດແປດ ທີ່ Sierra Leone, ວັນທີ 20 ສິງຫາ 2014.

Sierra Leone ຮັບ​ຜ່ານ​ກົດໝາຍ​ສະບັບ​ນຶ່ງ​ທີ່​ເຮັດ​ໃຫ້​ເປັນ
​ການ​ຜິ​ດກົດໝາຍ ການ​ໃຫ້​ບ່ອນຢູ່​ອາ​ໄສ ຫຼື​ຊຸກ​ເຊື່ອງ​ຄົນ​ທີ່​
ຕິດ​ເຊື້ອ​ໄວຣັສອີ​ໂບລາ​ໄວ້.

ພາຍ​ໃຕ້​ກົດໝາຍ​ສະບັບ​ໃໝ່​ນີ້ ຜູ້​ໃດ​ກໍ​ຕາມ​ທີ່​ພົບ​ເຫັນ​ວ່າ ຊຸກ
​ເຊື່ອງ​ຄົນ​ເຈັບທີ່​ຕິດ​ເຊື້ອ​ໄວຣັສ ສາມາດ​ປະ​ເຊີນ​ໜ້າ​ກັບ​ການ
ຖືກ​ລົງ​ໂທດ​ຈຳ​ຄຸກ​ເຖິງສອງ​ປີ​ໄດ້. ສະພາ​ແຫ່ງ​ຊາດ Sierra
Leone ຮັບຜ່ານ​ຮ່າງ​ກົດ ໝາຍ​ດັ່ງກ່າວໃນ​ຕອນ​ແລງ​ວັນ​ສຸກ
​ຜ່ານ​ມາ​ນີ້.

ອົງການ​ອະນາ​ໄມ​ໄລ​ກ ກ່າວ​ວ່າ ປະຊາຊົນ​ອາດຈະ​ຊຸກ​ເຊື່ອງ​ພວກ​ຍາດຕິ​ພີ່ນ້ອງ​ຂອງ​
ຕົນ​ທີ່​ຕິດ​ເຊື້ອ​ໄວຣັສນີ້ໄວ້ ເພາະ​ບໍ່​ຢາກ​ປະ​ເຊີນ​ກັບ​ຄວາມ​ອັບອາຍ​ຂາຍໜ້າ ​ແລະ​ການ
​ຖືກສັງຄົມປະຕິເສດ​ ຍ້ອນມີ​ການ​ພົວພັນ​ກັບ​ເຊື້ອໄວຣັສດັ່ງກ່າວ ​ແລະ​ວ່າ ​ມີ​ຄົນ​ອື່ນໆ​ອີກ​
ທີ່ອາດ​ຈະ​ມອງ​ເບິ່ງ​ ​ຫ້ອງ​ຮັກສາ​ພວກ​ທີ່​ຕິດ​ເຊື້ອ​ໄວຣັສອີ​ໂບລາ ວ່າ​ເປັນ​ບ່ອນ​ທີ່​ພວກ​ຄົນ
ເຈັບມີ​ອາການ​ສາຫັດ​ຂຶ້ນ​ແລະ​ຕາຍ​ໄປ.

​ໃນ​ຂະນະ​ດຽວ​ກັນ ​ໃນ​ວັນ​ເສົາ​ວານ​ນີ້ ກະຊວງ​ສາທາລະນະ​ສຸກ​ອັງກິດ ກ່າວ​ວ່າ ຄົນ​ອັງ
ກິດ​ຄົນ​ນຶ່ງ​ທີ່​ອາ​ໄສ​ຢູ່​ໃນ Sierra Leone ​ໄດ້​ຖືກກວດ​ເຫັນ​ວ່າ ຕິດເຊື້ອ​ໄວຣັສອີ​ໂບລາ​. ​
ມີ​ລາຍ​ລະອຽດພຽງ​ໜ້ອຍ​ດຽວ​ໃນ​ເວລາ​ນີ້.

ໃນ​ແລງ​ວັນ​ສຸກ​ຜ່ານ​ມາ​ນີ້ ປະ​ເທດ Ivory Coast ​ໄດ້​ປະກາດ​ອັດ​ຊາຍ​ແດນ​ທາງບົກ​
ຂອງ​ຕົນ ທີ່ຕິດ​ກັບປະ​ເທດ​ກີ​ນີ ​ແລະ​ໄລ​ບີ​ເຣຍ ຮ່ວມ​ກັບ​ພວກ​ປະ​ເທດ​ໃນ​ອາ​ຟຣິກາ​ຈຸ​ນຶ່ງ
ຊຶ່ງ​ເປັນ​ການ​ປ້ອງ​ກັນຕົນ​ເອງ ຈາກ​ພວກ 4 ປະ​ເທດ ຄື ກີ​ນີ ​ໄລ​ບີ​ເຣຍ Sierra Leone ​ແລະໄ​ນຈີ​ເຣຍ ທີ່​ມີການລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ​ນັ້ນ.

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ ກ່າວ​ວ່າ ​ເຊື້ອ​ໄວຣັສ ໃນ​ປະ​ເທດ​ ໄດ້​ລະບາດ​ເປັນ​ເທື່ອ​ທຳ​ອິດ​ໄປ​ໃສ່​ຜູ້​ຄົນ​ທີ່​ບໍ່​ມີ​ການ​ຈັບບາຍ ກັນ​ໂດຍ​ກົງ​ກັບ​ຄົນ​ທີ່​ຕິດ​ເຊື້ອ​ໄວຣັສຄົນ​ທຳ​ອິດ​ຂອງ​ປະ​ເທດ.

ຂ່າວ​ໃໝ່​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ອົງການ​ອະນາ​ໄມໂລກ ປະກາດ​ໃຫ້​ຮູ້ວ່າ​ຈຳນວນ​ຜູ້​ຄົນ​ເສຍ
ຊີວິດ​ຈາກ​ການລະບາດ​ຂອງເຊື້ອ​ໂຣກດັ່ງກ່າວ​ ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ເພີ້​ມຂຶ້ນ​ເປັນ
1427 ຄົນ​ແລ້ວ. ອົງການ​ອະນາ​ໄມ​ໂລກກ່າວ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ມີ​ຜູ້​ຄົນ​ຕິດ​ເຊື້ອ​ອີ​
ໂບລາ 2615 ຄົນ​ທີ່​ໄດ້ຮັບ​ການ​ຢືນຢັນ ​ໃນ​ປະ​ເທດ​ກີ​ນີ ​ໄລ​ບີເຣຍ Sierra Leone ​ແລະ
ໄນ​ຈີ​ເຣຍນັ້ນ.

westafricaebola24august14
please wait

No media source currently available

0:00 0:01:08 0:00

XS
SM
MD
LG