ໃນວັນອາທິດວານນີ້ ເຈົ້າໜ້າທີ່ສະທາລະນະສຸກໃນປະເທດ Siera Leone ໄດ້ຢືນຢັນການຕາຍຄັ້ງໃໝ່ຈາກເຊື້ອໄວຣັສ
ອີໂບລາ, ບໍ່ເກີນໜຶ່ງອາທິດຫຼັງຈາກຄົນໄຂ້ ອີໂບລາ ຄົນສຸດທ້າຍໄດ້ຖືກປ່ອຍໂຕອອກຈາກໂຮງໝໍ.
ຫົວໜ້າເຈົ້າໜ້າທີ່ການແພດ ຂອງປະເທດ ໃນພາກຕາວັນຕົກຂອງ ອາຟຣິກາ ດັ່ງກ່າວ ທ່ານ Brima Kargbo ໄດ້ກ່າວວ່າ ຕົວຢ່າງຈາກສົບຂອງຜູ້ເຄາະຮ້າຍອາຍຸ 67 ປີ ທີ່ໄດ້ເສຍຊີວິດເມື່ອບໍ່ດົນມານີ້ໃນເຂດຊົນນະບົດໃກ້ກັບເຂດຊາຍແດນຂອງປະເທດ Guinea, ໄດ້ຖືກກວດພົບວ່າຕິດເຊື້ອໂຣກຮ້າຍແຮງດັ່ງກ່າວ. ທ່ານ Kargbo ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າການທົດສອບເພີ່ມເຕີມແມ່ນກຳລັງດຳເນີນຢູ່ ເພື່ອຢືນຢັນໃນການກວດກາໂຣກນັ້ນ.
ສູນຕອບຮັບຕໍ່ເຊື້ອ ອີໂບລາ ແຫ່ງຊາດຂອງປະເທດ ໄດ້ກ່າວວ່າ ພວກເຂົາເຈົ້າກຳລັງຕາມຫາຄົນທີ່ໄດ້ສຳພັດກັບແມ່ຍິງຄົນດັ່ງກ່າວ.
ຄົນເຈັບຄົນສຸດທ້າຍຂອງ Siera Leone ແມ່ນໄດ້ຖືກປ່ອຍໂຕອອກຈາກໂຮງໝໍໃນວັນທີ 24 ສິງຫາທີ່ຜ່ານມາ, ກະຕຸ້ນໃຫ້ປະເທດຕ້ອງໄດ້ກຳນົດໄວ້ 42 ມື້ ກ່ອນຈະປະກາດວ່າ ປອດເຊື້ອໂຣກ ອີໂບລາໄດ້.
ອົງການອະນາໄມໂລກ ກ່າວວ່າ ປະຊາຊົນຫຼາຍກວ່າ 11,300 ຄົນໃນປະເທດ Siera Leone, Guinea ແລະ Liberia ໄດ້ເສຍຊີວິດຈາກໂຣກ ອີໂບລາ. ພື້ນທີ່ຫຼາຍກວ່າ 1 ສ່ວນ 3 ຂອງ ພາກຕາເວັນຕົກ ອາຟຣິກາ ທັງໝົດ ແມ່ນໄດ້ຖືກຮັບຮູ້ວ່າຕິດເຊື້ອ ອີໂບລາ. ວິກິດການປະຈຸບັນນີ້ ເປັນຄັ້ງທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ ເລີ່ມຂຶ້ນໃນຕົ້ນເດືອນ ກໍລະກົດ 2014.