ຄະນະກໍາມະການເລືອກຕັ້ງຂອງ Sierra Leone ໄດ້ເອົາບາດກ້າວທີ່ສໍາ ຄັນເພື່ອຮັບປະ ກັນການເລືອກຕັ້ງທົ່ວປະເທດ ໃນວັນເສົານີ້ ໃຫ້ດໍາເນີນໄປດ້ວຍຄວາມໂປ່ງໃສແລະໜ້າເຊື່ອຖື ພ້ອມກັບການປະຕິບັດງານກັບບັນດາ ເຈົ້າໜ້າທີ່ຕໍາຫຼວດ ແລະພັກການເມືອງຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເກີດເຫດ ການຮຸນແຮງທີ່ກ່ຽວພັນກັບການປ່ອນບັດເລືອກຕັ້ງນັ້ນ.
ທ່ານ Albert Massaquoi ໂຄສົກຂອງຄະນະກໍາມະການເລືອກຕັ້ງແຫ່ງ ຊາດ ບອກວີໂອເອພະແນກອາຟຣິກາພາກພາສາອັງກິດວ່າ ຄະນະກໍາມະ ການໄດ້ທໍາການປະຊຸມເປັນປະຈໍາກັບພັກການເມືອງຕ່າງໆ ເພື່ອປຶກສາຫາ ລືກ່ຽວກັບຄວາມເປັນຫ່ວງຕ່າງໆທີ່ອາດເກີດຂຶ້ນ. ຄວາມເຫັນດັ່ງກ່າວຂອງ ໂຄສົກ ມີຂຶ້ນຫຼັງຈາກມີບາງຄົນໃນປະເທດ Sierra Leone ພາກັນສະແດງຄວາມຢ້ານກົວວ່າ ການເຄື່ອນໄຫວທາງການເມືອງ ກ່ອນການເລືອກຕັ້ງອາດກໍ່ໃຫ້ເກີດຄວາມເຄັ່ງຕຶງ ແລະຄວາມຮຸນແຮງຂຶ້ນມາໄດ້.
ຜູ້ສະໝັກເລືອກຕັ້ງ 8 ຄົນ ທີ່ກໍາລັງທ້າແຂ່ງກັບປະທານາທິບໍດີຢູ່ໃນຕໍາ ແໜ່ງ ທ່ານ Ernest Bai Koroma ທີ່ເຂົ້າດໍາລົງຕໍາແໜ່ງປະທານາທິບໍ ດີໃນປີ 2007 ເປັນຕົ້ນມາ ຫຼັງຈາກໄດ້ຊະນະການເລືອກຕັ້ງຂັ້ນຕັດສິນຊີ້ ຂາດດ້ວຍຄະແນນສຽງສູສີກັບຄູ່ແຂ່ງນັ້ນ. ນອກນີ້ ພວກປ່ອນບັດຍັງຈະເລືອກຕັ້ງເອົາສະມາຊິກສະພາຂອງ Sierra Leone ນໍາດ້ວຍ.
ໂຄສົກ Massaquoi ຍັງເວົ້າອີກວ່າ ຄະນະກໍາມະການເລືອກຕັ້ງ ກໍກໍາ ລັງດໍາເນີນການຢ່າງຕັ້ງໜ້າເພື່ອຈະປະກາດຜົນການເລືອກຕັ້ງໃຫ້ໄວກວ່າຄັ້ງຜ່ານມາ ຊຶ່ງທ່ານຄາດວ່າຈະສາມາດສະລຸບຜົນການເລືອກຕັ້ງໃຫ້ໄດ້ພາຍໃນບໍ່ເທົ່າໃດມື້.