ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປິດລ້ອມ ພວກນັກຮຽນ ໃນໂບດປະເທດ ນິກາຣາກົວ ໄດ້ສິ້ນສຸດລົງແລ້ວ


ພວກປະທ້ວງໃສ່ໜ້າກາກພື້ນເມືອງ ເຂົ້າຮ່ວມ ໃນການເດີນ
ຂະບວນທີ່ເອີ້ນວ່າ "ພ້ອມກັນພວກເຮົາແມ່ນພູເຂົາໄຟ" ຕໍ່ຕ້ານ
ລັດຖະບານຂອງປະທານາທິບໍດີຂອງ ນິກາຣາກົວ ທ່ານແດ
ນຽລ ອໍເຕກາ. ນະຄອນຫຼວງ ມານາກົວ, ປະເທດ ນິກາຣາກົວ. 12 ກໍລະກົດ, 2018.
ພວກປະທ້ວງໃສ່ໜ້າກາກພື້ນເມືອງ ເຂົ້າຮ່ວມ ໃນການເດີນ ຂະບວນທີ່ເອີ້ນວ່າ "ພ້ອມກັນພວກເຮົາແມ່ນພູເຂົາໄຟ" ຕໍ່ຕ້ານ ລັດຖະບານຂອງປະທານາທິບໍດີຂອງ ນິກາຣາກົວ ທ່ານແດ ນຽລ ອໍເຕກາ. ນະຄອນຫຼວງ ມານາກົວ, ປະເທດ ນິກາຣາກົວ. 12 ກໍລະກົດ, 2018.

ຢ່າງໜ້ອຍນຶ່ງຄົນໄດ້ເສຍຊີວິດ ແລະ ຫຼາຍຄົນໄດ້ຮັບບາດເຈັບ ຫຼັງຈາກການປິດລ້ອມ
ໂບດ ນິກາຣາກົວແຫ່ງນຶ່ງ ບ່ອນທີ່ພວກປະທ້ວງປະມານ 150 ຄົນ, ບາດຫຼວງ ແລະ
ບັນດານັກຂ່າວ ໄດ້ພາກັນໄປລີ້ໄພຢູ່ ຫຼັງຈາກໄດ້ຕົກຢູ່ພາຍໃຕ້ການໂຈມຕີໂດຍກອງ
ກຳລັງເສີມ.

ບັນດາເຈົ້າໜ້າທີ່ໂບດ ໄດ້ເຈລະຈາການປ່ອຍຕົວຜູ້ຖືກຈັບກຸມ ຫຼັງຈາກເຂົາເຈົ້າ ໄດ້ອາ
ໄສຢູ່ໃນໂບດກາໂຕລິກ ເມດຕາພະເຈົ້າ ຂອງປະເທດ
ນິຄາຣາກົວ ໃນຄືນວັນສຸກທີ່ຜ່ານມາ.

ພວກນັກຮຽນ ຫຼັງຈາກນັ້ນ ກໍໄດ້ຖືກນຳຕົວອອກຈາກໂບດ ແລະ ສົ່ງໄປໂບດໃຫຍ່ຂອງ
ນະຄອນຫຼວງ ມານາກົວ. ບັນດາຜູ້ສະໜັບສະໜູນໄດ້ລຽນແຖວ ຢູ່ໃນຖະໜົນສົ່ງສຽງ
ຮ້ອງໂຮ ໃນຂະນະທີ່ລົດເມຫຼາຍຄັນ ຂົນເອົາພວກນັກຮຽນ ກາຍໄປ.

ການປິດລ້ອມຂ້າມຄືນໄດ້ມີຂຶ້ນ ຫຼັງຈາກການປະທ້ວງຮຽກຮ້ອງໃຫ້ປະທານາທິບໍດີ
ແດນຽລ ອໍເຕກາ ລາອອກຈາກຕຳແໜ່ງ ເມື່ອວັນພະຫັດ ແລະ ການນັດຢຸດງານທົ່ວປະ
ເທດເມື່ອວັນສຸກທີ່ຜ່ານມາ.

ກອງປະຊຸມໃຫຍ່ຫົວໜ້າບາດຫຼວງ ນິກາຣາກົວ ໄດ້ກ່າວວ່າ ຊາຍໜຸ່ມຄົນນຶ່ງທີ່ເສຍຊີ
ວິດໃນການໂຈມຕີ ແມ່ນຖືກປືນຍິງໃສ່ຫົວ ໃນສິ່ງທີ່ພວກເພິ່ນໄດ້ອະທິບາຍວ່າ ເປັນ
ການໂຈມຕີໂດຍຕຳຫຼວດ ແລະ ກອງກຳລັງທະຫານເສີມ.

ພະສັງຄະລາດ ລີໂອໂປລໂດ ເບຣເນສ ຜູ້ທີ່ໄດ້ໄປຢ້ຽມຢາມໂບດດັ່ງກ່າວ ພ້ອມກັບຄະ
ນະ, ໄດ້ກ່າວຕໍ່ບັນດານັກຂ່າວວ່າ ເພິ່ນໄດ້ຖືກແຈ້ງໃຫ້ຮູ້ວ່າ ມີສອງຄົນເສຍຊີວິດ ແລະ
ຫຼາຍຄົນໄດ້ຮັບບາດເຈັບ.

ນັກຂ່າວ ວໍຊິງຕັນ ໂພສ ໄດ້ເອົາພາບຖ່າຍສົບຂອງຜູ້ຖືກເຄາະຮ້າຍຢູ່ໃນໂບດລົງໃນ
ທວິດເຕີ. ຕໍ່ມາລາວກໍໄດ້ຖືກອະນຸຍາດ ໃຫ້ອອກມາໄດ້ໂດຍກອງກຳລັງທະຫານເສີມ,
ເຊັ່ນດຽວກັບພວກປະທ້ວງທີ່ໄດ້ຮັບບາດເຈັບສອງສາມຄົນ.

ເຫດການດັ່ງກ່າວໄດ້ເລີ່ມຂຶ້ນ ດ້ວຍການປະທ້ວງຄັ້ງໃຫຍ່ ເມື່ອວັນພະຫັດທີ່ຜ່ານມາ
ແລະ ການນັດຢຸດງານທົ່ວປະເທດເມື່ອວັນສຸກ ເພື່ອປະທ້ວງຕໍ່ລັດຖະບານທ່ານ
ອໍເຕກາ. ສະຖານທີ່ທຸລະກິດຕ່າງໆແມ່ນໄດ້ຖືກປິດ ແລະ ຖະໜົນຫຼາຍແຫ່ງກໍເປົ່າ
ຫວ່າງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG