ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ມີນາ ໒໐໒໕

​ການ​ປິດ​​ລັດ​ຖະ​ບານ ຍັງ​ດຳ​ເນີນຕໍ່​ໄປ ໃນ​​ຂະ​ນະ​ທີ່​ສ​ະ​ພາສູງ ເລື່ອນ​ການ​ປະ​ຊຸມ ຈົນ​ຮອດ​ ວັນ​ພະ​ຫັດ


ນາງ​​ເຈ​ມີ ແພ​ຣ​ຣິ​ສ​ ຈາກ​ລັດ​ມິນ​ເນ​ໂຊ​ຕາ ຖ່າຍ​ຮູບ​ຕົນ​ເອງ​ຢູ່​ຕໍ່​ໜ​້າ​ປ້າຍ​ປິດ​ຫໍ​ສະ​ມຸດ​ບັນ​ທຶກ​ແຫ່ງ​ຊາດ ວັນ​ທີ 22 ທັນ​ວາ 2018 ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.
ນາງ​​ເຈ​ມີ ແພ​ຣ​ຣິ​ສ​ ຈາກ​ລັດ​ມິນ​ເນ​ໂຊ​ຕາ ຖ່າຍ​ຮູບ​ຕົນ​ເອງ​ຢູ່​ຕໍ່​ໜ​້າ​ປ້າຍ​ປິດ​ຫໍ​ສະ​ມຸດ​ບັນ​ທຶກ​ແຫ່ງ​ຊາດ ວັນ​ທີ 22 ທັນ​ວາ 2018 ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ ​ລະ​ຫວ່າງ ລັດ​ຖະ​ສະ​ພາ ແລະ ​ປະ​ທາ​ນາ​ທິບໍ​ດີ​ ທ​ຣຳ ກ່ຽວ​
ກັບ ​ທຶນ​ກໍ່​ສ້າງ​ກຳ​ແພງ​ຂອງ​ທ່ານ​ໄດ້ແກ່​ຍາວອອກໄປ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ໄດ້
​ເລື່ອນ​ການ​ປະ​ຊຸມໃນ​ຕອນ​ທ່ຽງວັນເສົາວານນີ້, ໂດຍບໍ່ມີ​ແຜນ​ທີ່​ຈະ​ປະ​ຊຸມ​ກັນ​ອີກ​ຈົນ
​ຮອດ​ວັນ​ພະ​ຫັດ​ອາ​ທິດ​ໜ້າ​ນີ້.

ການ​ປິດ​ລັດ​ຖະ​ບານບາງ​ສ່ວນລົງ ຊຶ່ງ​ໄດ້​ເລີ້ມຂຶ້ນ​ໃນ​ເວ​ລາ 12:01 ໂມງ ຕອນ​ເຊົ້າ​ວັນ​
ເສົາ​ວານ​ນີ້ ໄດ້​ເກີດ​ຈາກການ​ທີ່ລັດ​ຖະ​ສະ​ພາບໍ່​ມີ​ຄວາ​ມ​ສາ​ມາດ​ເຫັນ​ພ້ອມກັນ ​ກ່ຽວ​ກັບ
​ ຂະ​ໜາດ​ຂອງເງິນ​ທຶນ ເພື່ອ​ຮັກ​ສາ​ໃຫ້​ຫ້ອງ​ການ​ລັດ​ຖະ​ບານ​ເປີດໄວ້​ຄື​ເກົ່າ. ການ​ປິດ​
ລັດ​ຖະ​ບາ​ນ​ໄດ້​ຜົນ​ສະ​ທ້ອນໃຫ້​ນຶ່ງ​ສ່ວນ​ສີ່​ຂອງ​ລັດ​ຖະ​ບານ, ​ສົ່ງ​ຜົນ​ກະ​ທົບ​ໃຫ້​ແກ່​ພະ​
ນັກ​ງານ​ລັດ​ຖະ​ບານ​ກາງຫຼາຍກວ່າ 800,000 ຄົນ, ເຊິ່ງຫຼາຍກວ່າ​ເຄິ່ງ​ນຶ່ງແມ່ນ​ຈະ​
ເຮັດ​ວຽກ​ໂດຍບໍ່​ໄດ້​ຮັ​ບ​ຄ່າ​ຈ້າງ.

ບໍ່​ດົນກ່ອນ ຜູ້​ນຳສຽງ​ສ່ວນ​ຫຼາຍ​ສະ​ພາ​ສູງ ທ່າ​ນ​ ມິດຈ໌ ແມັກ​ຄອ​ລ​ແນ​ລ ໄດ້​ປະ​ກາດວ່າ​
ສະ​ພາ​ສູງ​ຈະ​ເລື່ອນ​ການ​ປະ​ຊຸມ​ໄປ​ຈົນ​ກວ່າ ວັນ​ທີ 27 ທັນ​ວານັ້ນ, ບັນ​ດາ​ນັກ​ຂ່າວ​ໄດ້
ກ່າວ​ວ່າ ຮອງ​ປະ​ທາ​ນາ​ທິບໍ​ດີ​ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ມາ​ເຖິງ​ລັດ​ຖະ​ສ​ະ​ພາ ເພື່ອ​ສົນ​ທະ​
ນາ​ກັບ​ສະ​ມາ​ຊິກ​ສະ​ພາ​ສູງ​ສຽງ​ສ່ວນ​ນ້ອຍ ທ່ານ​ຈັກ ຊູ​ເມີ​ຣ.

ສະ​ມາ​ຊິກ​ສະ​ພາ​ສູງ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ທ່ານ​ມິ​ຕ​ຈ໌ ແມັກ​ຄອນ​ແນ​ລ ຈາກ​ລັດ​ເຄນ​ຕັກ​ກີ ໂອ້​ລົ​ມກັບ​ບັນ​ດາ​ນັກ​ຂ່າວ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 22 ທັນ​ວາ 2018.
ສະ​ມາ​ຊິກ​ສະ​ພາ​ສູງ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ ທ່ານ​ມິ​ຕ​ຈ໌ ແມັກ​ຄອນ​ແນ​ລ ຈາກ​ລັດ​ເຄນ​ຕັກ​ກີ ໂອ້​ລົ​ມກັບ​ບັນ​ດາ​ນັກ​ຂ່າວ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 22 ທັນ​ວາ 2018.

ທ່ານ ​ແມັກ​ຄອ​ລ​ແນ​ລ ກ່າວ​ວ່າ ສະ​ພາ​ສູງ​ຈ​ະ “ທຳ​ການ​ປະ​ຊຸມ​ໄລ​ຍະ​ສັ້ນ” ໃນ​ວັນ​ຈັນ​ມື້​
ອື່ນ​ນີ້ ແຕ່​ວ່າຈະເປັນການ​ພົບ​ປະໃນເວ​ລາ​ສັ້ນໆ ບາງເທື່ອ​ຍາວພຽງ​ບໍ່​ເທົ່າ​ໃດ​ນາ​ທີ
​ເທົ່າ​ນັ້ນ.

Senate Minority Leader Chuck Schumer, D-N.Y., is met by reporters as he arrives at the Capitol on the first morning of a partial government shutdown, in Washington, Dec. 22, 2018.
Senate Minority Leader Chuck Schumer, D-N.Y., is met by reporters as he arrives at the Capitol on the first morning of a partial government shutdown, in Washington, Dec. 22, 2018.

ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ​ ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ​ຄວາມ​ປອດ
​ໄພ​ຕາມ​ເຂດຊາຍ​ແດນ ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ແລະ​ບັນ​ດາ​ຜູ້​ຊ່ວຍ​ອະ​ວຸ​ໂສ​ຢູ່​
ທຳ​ນຽບ​ຂາວ ເພື່ອ​ໂອ້​ລົມ ກ່ຽວ​ກັບ ​ຮ່າງ​ກົດ​ໝາຍ​ການ​ງົບ​ປະ​ມານ​ໃຊ້​ຈ່າຍ​ທີ່ຈະ​ຮວມ​ມີ
​ເງິນ 5 ຕື້​ໂດ​ລາ ສຳ​ລັບ​ກຳ​ແພງຕາມ​ເຂດ​ຊາຍ​ແດນ ສະ​ຫະ​ລັດ-ເມັກ​ຊິ​ໂກ ​ທີ່​ທ່ານ ທ​ຣຳ
ໄດ້​ສ​ະ​ເໜີ​ນັ້ນ.

ລະ​ຫວ່າງ ການ​ປະ​ຊຸ​ມ​ທາງ​ໂທ​ລະ​ສັບ​ໃນ​ວັນ​ເສົາ​ວານ​ນີ້​ກັບ​ບັນ​ດາ​ນັກ​ຂ່າວ ເຈົ້າ​ໜ້າ​ທີ່​
ລັດ​ຖະ​ບານອະ​ວຸໂສ​ຄົນ​ນຶ່ງ ໄດ້​ຖືກ​ຖາມ​ວ່າ​ເປັນ​ຫຍັງ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ​ຈຶ່ງບໍ່
​ໄດ້​ເຂົ້າ​ຮ່ວມໃນ​ກອງ​ປະ​ຊຸມ​ຢູ່​ທຳ​ນຽບ​ຂາວ ເວ​ລາ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣ​ຳ ເວົ້າ​ຊ້ຳ​ແລ້ວ
​ຊ້ຳ​ອີກວ່າ ເຂົາ​ເຈົ້າ​ຮັບ​ຜິດ​ຊອບ​ຕໍ່​ການ​ປິດ​ລັດ​ຖະ​ບານ​.

ອ່ານ​ຂ່າ​ວ​ນີ້​ເພີ​້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG