ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານກາງ ສຫລ ອັດລົງ ເປັນບາງສ່ວນ ນັບແຕ່ ເຊົ້າວັນເສົາ ມື້ນີ້


ຕໍາຫລວດຢືນຍາມຢູ່ຜູ້ດຽວ ຢູ່ປ້ອມຂອງລາວ ໃນວັນທີ 19 ມັງກອນ 2018 ທີ່ສໍານັກງານລັດຖະສະພາ ໃນນະຄອນຫລວງວໍຊິງຕັນ
ຕໍາຫລວດຢືນຍາມຢູ່ຜູ້ດຽວ ຢູ່ປ້ອມຂອງລາວ ໃນວັນທີ 19 ມັງກອນ 2018 ທີ່ສໍານັກງານລັດຖະສະພາ ໃນນະຄອນຫລວງວໍຊິງຕັນ

ການອັດລັດຖະບານເປັນບາງສ່ວນ ໄດ້ເລີ້ມຂຶ້ນໃນຕອນເຊົ້າວັນເສົາມື້ນີ້ ຫລັງ
ຈາກຮ່າງກົດໝາຍໃຫ້ທຶນສະໜັບສະໜຸນການປະຕິບັດງານ ໄດ້ຖືກຂັດຂວາງຢູ່
ທີ່ສະພາສູງສະຫະລັດ. ອຳນາດການໃຊ້ຈ່າຍຂອງລັດຖະບານ ໝົດອາຍຸລົງໃນ
ຕອນທ່ຽງຄືນວານນີ້ ຕາມເວລາທ້ອງຖິ່ນໃນນະຄອນຫຼວງວໍຊິງຕັນ ເຮັດໃຫ້ມີການ
ຍຸຕິການປະຕິບັດງານທີ່ບໍ່ຈຳເປັນທັງໝົດລົງ.

ບັນດາສະມາຊິກສະພາສູງຈະເລີ້ມອະພິປາຍກັນອີກ ໃນຕອນບ່າຍວັນເສົາມື້ນີ້
ກ່ຽວກັບຮ່າງກົດໝາຍການໃຊ້ຈ່າຍຊົ່ວຄາວ ທີ່ຈະໃຫ້ທຶນລັດຖະບານປະຕິບັດ
ໄດ້ຈົນຮອດວັນທີ 8 ກຸມພາ. ແຕ່ແນວໃດກໍຕາມ ສະມາຊິກສະພາສູງ ແທມມີ
ບອລວິນ (Tammy Baldwin) ຈາກພັກເດໂມແຄຣັດໄດ້ຄັດຄ້ານຕໍ່ການສືບ
ຕໍ່ອະນຸມັດການໃຊ້ຈ່າຍຊົ່ວຄາວໂດຍກ່າວວ່າ “ພຽງແຕ່ປະເລື້ອງນີ້ໄວ້ໃຫ້ແກ້
ໄຂຕາມພາຍຫຼັງ ແລະບໍ່ສາມາດເຮັດຫຼ້ອນໜ້າທີ່ສຳລັບຊາວອາເມຣິກັນ.”

ໃນວັນສຸກວານນີ້ ສະມາຊິກພັກຣີພັບບລີກັນຈຳນວນນຶ່ງ ໄດ້ເຂົ້າຮ່ວມກັບສະມາ
ຊິກພັກເດໂມແຄຣັດເກືອບທັງໝົດໃນການຄັດຄ້ານຕໍ່ຮ່າງກົດໝາຍອະນຸມັດການ
ໃຊ້ຈ່າຍ ຊຶ່ງຕ້ອງການຄະແນນສະໜັບສະໜຸນສາມສ່ວນຫ້າ ກ່ອນທີ່ຈະຮັບຮອງ
ເອົາໄດ້ ໃນສະພາສູງ ທີ່ມີສະມາຊິກທັງໝົດ 100 ຄົນນັ້ນ.

ຜົນຂອງການລົງຄະແນນສຽງດັ່ງກ່າວ ໄດ້ກໍ່ໃຫ້ເກີດມີການໂອ້ລົມແບບເຜັດຮ້ອນ
ໃນໝູ່ບັນດາສະມາຊິກສະພາສູງ ເພື່ອຊອກຫາຊ່ອງທາງໃນນາທີສຸດທ້າຍ ໃຫ້ມີ
ການຕົກລົງກັນຈາກທັງສອງພັກການເມືອງເພື່ອເລີ້ມໃຫ້ທຶນສະໜັບສະໜຸນລັດຖະ
ບານກາງຄືນໃໝ່ອີກ.

ທຳນຽບຂາວໄດ້ຕອບໂຕ້ໃນທັນທີ ຕໍ່ຄວາມບໍ່ສາມາດທີ່ຈະບັນລຸການຕົກລົງກ່ຽວ
ກັບການໃຫ້ທຶນສະໜັບສະໜູນລັດຖະບານ ໂດຍກ່າວຢູ່ໃນຖະແຫຼງຂ່າວສະບັບ
ນຶ່ງວ່າ ສະມາຊິກສະພາສູງພັກເດໂມແຄຣັດ ແມ່ນ “ພວກຂັດຂວາງທີ່ເສຍໄຊ” ແລະໄດ້ຖິ້ມໂທດໃສ່ພວກເຂົາເຈົ້າວ່າ ຕໍ່ອັນທີ່ທຳນຽບຂາວເອີ້ນວ່າ “ການປິດລັດ
ຖະບານຂອງທ່ານຊູເມີ້” ໂດຍກ່າວຫາບັນດາສະມາຊິກສະພາສູງເຫຼົ່ານີ້ວ່າ ໃຫ້
ຄວາມສຳຄັນ ແກ່ພວກເຂົາເມືອງຜິດກົດໝາຍ ຫຼາຍກວ່າຊາວອາເມຣິກັນທີ່ຖືກ
ຕ້ອງຕາມກົດໝາຍ. ຖະແຫຼງຂ່າວກ່າວຕື່ມວ່າ “ເວລາໃດທີ່ສະມາຊິກພັກເດໂມ
ແຄຣັດເລີ້ມຈ່າຍເງິນໃຫ້ແກ່ທະຫານ ແລະພວກຮັບມືກັບເຫດການສຸກເສີນຂອງ
ພວກເຮົາແລ້ວ ພວກເຮົາຈຶ່ງຈະເລີ້ມການເຈລະຈາ ກ່ຽວກັບການປະຕິຮູບເລື້ອງ
ຄົນເຂົ້າເມືອງ.”

ສະມາຊິກໃນຄະນະນຳພາຂອງພັກຣີພັບບລີກັນຢູ່ໃນສະພາຕ່ຳ ກໍໄດ້ສະແດງ
ທ່າທີສະທ້ອນໃຫ້ເຫັນເຖິງຄຳເວົ້າຂອງທຳນຽບຂາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG