ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກທ່ານ Sharif ຊະນະ ການເລືອກຕັ້ງ ໃນວັນເສົາແລ້ວ (ສະໄລດ໌/ວີດີໂອ)


ພັກ​ຂອງ​ອ​ະດີດນາຍົກລັດຖະມົນຕີປາ​ກິ​ສຖານ ທ່ານ ​ Nawaz Sharif ເປັນ​ຜູ້​ໄດ້ຮັບ​ໄຊຊະນະ ​ໃນການ​ເລືອກ​ຕັ້ງ​ ໃນ​ວັນ​ເສົາ​ທີ່​ຜ່ານ​ມານີ້.
ພັກ​ຂອງ​ອ​ະດີດນາຍົກລັດຖະມົນຕີປາ​ກິ​ສຖານ ທ່ານ ​ Nawaz Sharif ເປັນ​ຜູ້​ໄດ້ຮັບ​ໄຊຊະນະ ​ໃນການ​ເລືອກ​ຕັ້ງ​ ໃນ​ວັນ​ເສົາ​ທີ່​ຜ່ານ​ມານີ້.
ເປັນ​ທີ່​ປະກົດ​ວ່າ ພັກ​ຂອງ​ອ​ະດີດນາຍົກລັດຖະມົນຕີປາ​ກິ​ສ
ຖານ ​ເປັນ​ຜູ້​ໄດ້ຮັບ​ໄຊຊະນະ ​ໃນການ​ເລືອກ​ຕັ້ງ​ໃນ​ວັນ​ເສົາ​ທີ່​
ຜ່ານ​ມານີ້ ຫລັງໄດ້​ນັບ​ບັດຄະ​ແນນ​ສຽງ​ເກືອບ​ທັງ​ໝົດ​ແລ້ວ.
​ໂຕ​ເລກ​ທີ່​ເຜີ​ຍແຜ່​ໂດຍຄະນະ​ກໍາ​ມະ​ການ​ເລືອກ​ຕັ້ງປາ​ກິ​ສ
ຖານ ​ໃນ​ວັນ​ອັງຄານ​ມື້​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ສັນນິບາດ​
ມຸສລິ​ມປາ​ກິ​ສຖານ ຂອງທ່ານ Nawaz Sharif ມີ​ທ່າ​ທາງ​
ວ່າ ຈະ​ໄດ້​ຮັບ​ສຽງສ່ວນ​ຫລາຍ​ຢູ່​ໃນ​ສະພາ​ແຫ່ງ​ຊາດ ຊຶ່ງຈະ​
ເຮັດ​ໃຫ້​ທ່ານ​ໄດ້​ເປັນນາຍົກລັດຖະມົນຕີອີກ​ເປັນ​ຄັ້ງ​ທີ​ສາມ.

ຄະນະ​ກໍາມະການເລືອກ​ຕັ້ງກ່າວ​ວ່າ ພັກ​ຂອງທ່ານ Sharif
​ໄດ້​ຊະນະ 123 ບ່ອນນັ່ງ ຂອງ​ຈໍານວນທັງ​ໝົດ ທີ່​ເລືອກ​ໂດຍ
​ກົງ 272 ບ່ອນ​ນັ່ງ​.

ການໄ​ດ້ຮັບໄຊຊະນະ​ຂອງທ່ານ Sharif ຈຶ່ງ​ມີ​ທ່າ​ທາງວ່າພັກ​ຂອງ​ທ່ານ​ຈະ​ຕ້ອງການໆ​ສະໜັບ
ສະໜຸນແຕ່​ພຽງຈາກພັກອິດສະຫຼະ​ຕ່າງໆຈຳນວນ​ນຶ່ງ ​ເພື່ອ​ຄໍ້າປະ ກັນ​ສຽງ​ສ່ວນ​ຫຼາຍ​ແບບ​ເດັດ
ຂາດ​ຢູ່​ໃນ​ສະພາ​ແຫ່ງ​ຊາດ.

ພັກ​ປະ​ຊາ​ຊົນປາ​ກິ​ສຖານ ທີ່​ພວມຕົກ​ຈາກ​ອຳນາດ​ນັ້ນ ຊະນະ​ແຕ່​ພຽງ 31 ບ່ອນ​ນັ່ງ ມາ​ເປັນອັນ
​ດັບ 2.

ພັກປາ​ກິ​ສ​ຖານ Tehreek-e-Insaf ​ຂອງດາຣາກິ​ລາຕີຄີ​ຫຼື cricket ທ່ານ Imran Khan ໄດ້
​ຄະ​ແນນ​ສຽງ​ເປັນ​ທີ 3 ​ໂດຍ​ຊະນະ 26 ບ່ອນ​ນັ່ງ.



ທ່ານ Sharif ຊຶ່ງ​ເປັນ​ນັກ​ການ​ເມືອງທີ່​ນິຍົມແນວທາງ​ເດີມກ່າວ​ວ່າ ທ່ານ​ຕ້ອງການ​ສືບ​ຕໍ່ມີຄວາມ​
ສໍາພັນທີ່​ດີກັບສະຫະລັດ ​ແຕ່​ໄດ້​ເຕືອນ​ວ່າ ກຸງ​ວໍ​ຊິງ​ຕັນຕ້ອງ ​ຖື​ເອົາ​ຄວາມ​ເປັນ​ຫ່ວງກັງວົນຂອງ
|ກຸງ​ Islamabad ຢ່າງ​ຈິງ​ຈັງ ກ່ຽວ​ກັບການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ.

ທ່ານ Shrif ​ໄດ້​ເປັນ​ນາຍົກລັດຖະມົນ​ຕີປາ​ກິ​ສຖານ ​ແຕ່​ປີ 1990 ​ຈົນເຖິງປີ 1993 ​ເວ
ລາ​ທີ່​ທ່ານ​ໄດ້​ຖືກ​ບັງຄັບ​ໃຫ້ລາ​ອອກ ​ເພາະ​ຖືກກ່າວ​ຫາ​ວ່າສໍ້​ລາດ​ບັງ​ຫລວງ. ທ່ານ​ໄດ້​ກັບມາ​ຮັບ
​ໜ້າ​ທີ່​ອີກ​ໃນ​ປີ 1997 ​ແຕ່​ວ່າ​ໄດ້​ຖືກ​ໂຄ່ນ​ລົ້ມ​ດ້ວຍ ການກໍລັດຖະປະຫານຂອງ​ທະຫານ​ ​ໃນ​ສອງ​
ປີ​ຕໍ່​ມາ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ນີ້ ​ເປັນ​ຂີດ​ໝາຍ​ຄັ້ງ​ທໍາ​ອິດ ທີ່ປາກິ​ສ ຖານໄດ້​ໂອນ​
ອຳນາດຈາກ​ລັດຖະບານ​ພົນລະ​ເຮືອນຊຸດ​ນຶ່ງ ທີ່​ໄດ້​ຮັບ​ໜ້າ​ທີ່​ເຕັມ ຕາມ​ກໍານົດ​ ​ໄປ​ໃຫ້​ລັດຖະ
ບານ​ພົນລະ​ເຮືອນ​ອີກຊຸດ​ນຶ່ງ.

​ໃນ​ຂະນະ​ດຽວ​ກັນ ຢູ່​ທົ່ວປາ​ກິ​ສຖານ ພວກເດີນ​ຂະ​ບວນ​ຫລາຍ​ຮ້ອຍຄົນ ພາກັນ​ປະ​ທ້ວງ​ການ
ກ່າວ​ຫາກ່ຽວ​ກັບ​ການ​ສໍ້​ໂກງຄະ​ແນນສຽງ​ ​ໃນ​ຂະນະ​ທີ່​ການ​ຮ້ອງທຸກ ຈາກ​ຫລາຍໆ​ພັກ​ການ
​ເມືອງພວມ​ເພີ້ມທະວີ​ຂຶ້ນ.

ພວກ​ປະ​ທ້ວງ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ ຢູ່​ໃນ​ຫລາຍໆ​ຫົວເມືອງ​ໃຫຍ່ໆ ​ແລະ​ໃນ
​ຫລາຍ​ແຂວງ.

Pakistan
please wait
Embed

No media source currently available

0:00 0:01:02 0:00
XS
SM
MD
LG