ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ພວກດາລາ ສະຫະລັດ ປະທ້ວງ ໂຮງແຮມ ທີ່ມີຊື່ສຽງ ໃນຮໍລີວູດ (ວີດີໂອ)


ນາງ Dolores Huerta (ຊ້າຍ) ນັກເຄື່ອນໄຫວ ເຂົ້າຮ່ວມປະ ທ້ວງ ຕໍ່ກົດໝາຍໃໝ່ ຂອງປະເທດບຣູໄນ
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ເມືອງ Berverly Hill ລັດ ຄາ​ລິ​ຟໍ​
ເນຍ ​ໄດ້​ຮັບຜ່ານມະຕິ ສະບັບນຶ່ງ ຮຽກຮ້ອງ​ໃຫ້ Sultan
ຂ​ອງບຣູ​ໄນຂາຍ​ຜົນ​ປະໂຫຍດຂອງ​ທ່ານ ຢູ່​ໃນໂຮງ​ແຮມ
​ Bervely Hill ທີ່ມີຊື່ສຽງຂອງໂລກ ຊຶ່ງ​ເປັນພັກເຊົາແລະ
ບ່ອນ​ຫລີ້ນ​ຂອງ​ບັນດາ​ຜູ້​ຮັ່ງມີ ​ແລະ​ມີ​ຊື່​ສຽງ ​ແລະດາລາ
​ຊັ້ນນຳ​ຂອງ Hollywood.

​ໂຮງ​ແຮມ Bervely Hill ​ໄດ້ເປີດ​ປະຕູ​ໃນ​ປີ 1912 ກ່ອນ
ແມ່ນກະທັງການເປີດ Hollywood ໃຫ້ເປັນນະຄອນ
ຫລວງ​ການສ້າງ​ຮູບ​ເງົາ​ຂອງ​ໂລກ.​

ປັດຈຸບັນ​ນີ້ ໂຮງ​ແຮມ​ດັ່ງກ່າວແມ່ນເປັນ​ເຈົ້າ​ຂອງ​ໂດຍ ກຸ່ມນັກລົງ​ທືນທີ່​ນຳພາ​ໂດ​ຍ
Sultan ຂອງບຣູໄນ ຊຶ່ງ​ໃນ​ເດືອນ​ແລ້ວ​ນີ້​ ໄດ້​ນຳໃຊ້ກົດໝາຍອິສລາມທີ່​ເຄັ່ງ​ຄັດ​ ຢູ່​ໃນ
​ປະ​ເທດ​ນ້ອຍໆ​ຂອງ​ທ່ານ ​ໃນ​ເຂດເອເຊຍ​ອາ​ຄະ​ເນ. ກົດໝາ​ຍດັ່ງກ່າວແມ່ນຮວມ​ທັງ
ການ​ລົງ​ໂທດປະຫານ​ຊີວິດ​ສຳລັບການ​ຫລີ້ນ​ຊູ້​ ຫລືຮັກຮ່ວມເພດ.

ພວກ​ດາລາ Hollywood ຫລາຍ​ທ່ານພາກັນ​ຮຽກຮ້ອງ​ໃຫ້​ບອຍຄອດໂຮ​ງແຮມ ​ນີ້
ແລະ​ຖື​ປ້າຍ​ປະ​ທ້ວງ​ຢູ່​ນອກໂຮງ​ແຮມ. ດາລາຕະລົກ ທ່ານ Jay Leno ກ່າວ​ວ່າ ນີ້​ບໍ່​
ແມ່ນ​ບັນຫາ​ເລຶ່ອງການ​ເມືອງ ​ແຕ່​ວ່າ​ເປັນ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ອະພິປາຍ​ບໍ່​ໄດ້.

ດາລາ​ໂທລະ​ພາບ ທ່ານ​ນາງ Ellen DeGeneres ກ່າວ​ວ່າ ທ່ານນາງຈະ​ປະ ຕິ​ເສດ​
ທີ່ຈະໃຫ້ການສະໜັບສະໜຸນຕໍ່ໂຮງ​ແຮມໃດໆກໍຕາມ ທີ່​ເປັນ​ເຈົ້າ​ຂອງ​ໂດຍ​ກຸ່ມລົງທຶນ
ຂອງ Sultan.

ກຸ່ມທຸລະ​ກິດ​ການສະ​ແດງຫລາຍ​ກຸ່ມ ແລະ​ກຸ່ມອື່ນໆ​ໄດ້​ຍົກເລີກພິທີ​ຕ່າງໆ ທີ່ກຳນົດ​
ຈະຈັດ​ຂື້ນໃນ​ໂຮງ​ແຮມແຫ່ງນີ້.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ຕົນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່ ບຣູ​ໄນ
ໄປແລ້ວ.

Sultan ແຫ່ງບຣູໄນ ຍັງ​ບໍ່​ໄດ້ໃຫ້ຄວາມເຫັນໃດໆ. ​ແຕ່ຫົວໜ້າ​ກຸ່ມລົງທຶນ ຮ້ອງ​ການ​ປະ​
ທ້ວງ​ນີ້ວ່າ ບໍ່​ມີ​ຄວາມຍຸດຕິທຳ ​ແລະ​ກ່າວ​ອີກ​ວ່າ ມີ​ແຕ່​ຈະ​ເຮັດ​ໃຫ້​ບັນດາ ພະນັກງານ
​ຂອງໂຮງ​ແຮ​ມ​ໄດ້​ຮັບ​ຄວາມ​ເຈັບ​ປວດເທົ່ານັ້ນ.
BRUNEI US HOTEL CNPK
please wait
Embed

No media source currently available

0:00 0:02:38 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG