ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາບໍລິສັດ ສື່ສັງຄົມ ຄວນຖືກຖອນ ການປົກປ້ອງ ທາງກົດໝາຍ ຫຼືບໍ່?


ໂລໂກບໍລິສັດສື່ສັງຄົມ ທວິດເຕີ (Twitter) ແລະ ເຟສບຸກ (Facebook), 26 ພະຈິກ, 2019.
ໂລໂກບໍລິສັດສື່ສັງຄົມ ທວິດເຕີ (Twitter) ແລະ ເຟສບຸກ (Facebook), 26 ພະຈິກ, 2019.

ການຕັດສິນໃຈໂດຍບັນດາບໍລິສັດສື່ສັງຄົມຂະໜາດໃຫຍ່ ເພື່ອກວດເນື້ອຫາສາລະຫຼາຍຂຶ້ນ, ພ້ອມ ກັບການຫ້າມປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ສະໜັບສະໜູນຂອງທ່ານບາງຄົນບໍ່ໃຫ້ລົງຂໍ້ຄວາມ, ແມ່ນກຳລັງເຮັດໃຫ້ ການໂຕ້ຖຽງ ກ່ຽວກັບ ວິທີທີ່ຈະໃຊ້ກົດລະບຽບຕໍ່ສື່ສັງຄົມເຊັ່ນ ເຟສບຸກ ແລະ ທວິດເຕີ ດຸເດືອດຂຶ້ນໃນ ຢູໂຣບ.

ການໂຕ້ຖຽງທີ່ມີການຂັດແຍ້ງກັນຢ່າງຮຸນແຮງດັ່ງກ່າວ ສ່ວນຫຼາຍແມ່ນໄດ້ເພັ່ງເລັງໃສ່ ກ່ຽວກັບ ວ່າລັດຖະບານຄວນແຊກແຊງເພື່ອກວດກາ ຫຼື ຈຳກັດເສລີພາບໃນການປາກເວົ້າ ຫຼືບໍ່, ຫຼື ເຂົາເຈົ້າຄວນປົກປ້ອງຄວາມຄິດເຫັນບໍ່ໃຫ້ຖືກກີດກັ້ນ ຫຼື ລຶບອອກໂດຍບັນດາບໍລິສັດສື່ມວນຊົນໃຫຍ່ນັ້ນຫຼືບໍ່ ແຕ່ການສະແດງຄວາມເຫັນດັ່ງກ່າວກໍບໍ່ໄດ້ຮັບການເຫັນດີ.

ແຕ່ຜູ້ນຳ ຢູໂຣບ ຈຳນວນຫຼາຍຂຶ້ນກວ່າເກົ່າໄດ້ເຫັນວິທີທີສາມ ເພື່ອຫຼຸດຜ່ອນຂ່າວປອມ, ການໃຊ້ຄຳເວົ້າຄຽດຊັງ, ການໃຫ້ຂໍ້ມູນຜິດ ຫຼື ການໂຈມຕີສ່ວນຕົວທີ່ເປັນອັນຕະລາຍ, ດ້ວຍການປະຕິບັດຕໍ່ຜູ້ສະໜອງສື່ສັງຄົມຄືກັບບໍ່ແມ່ນເຈົ້າຂອງສື່ມວນຊົນທີ່ບໍ່ເຂົ້າຂ້າງຝ່າຍໃດ ໃນການເຊື່ອມຕໍ່ກັບຜູ້ສ້າງເນື້ອຫາສາລະທາງດິຈິຕອລ ແຕ່ເປັນຜູ້ໂຄສະນາຕາມສິດທິຂອງເຂົາເຕົ້າ.

ເຂົາເຈົ້າເວົ້າວ່າ ນີ້ຈະຊ່ວຍໃຫ້ຫຼີກລ່ຽງຄວາມຢ້ານກົວ ກ່ຽວກັບ ການກວດກາການໃຊ້ຄຳເວົ້າໂດຍລັດ.

ການປັບປຸງກົດໝາຍທັງຫຼາຍເພື່ອເຮັດໃຫ້ເຂົາເຈົ້າມີຄວາມຮັບຜິດຊອບຢ່າງຖືກ. ຕ້ອງຕາມກົດ ໝາຍ, ຄືກັບໜັງສືພິມທົ່ວໄປ ແລະ ຜູ້ປະກາດຂ່າງສຳລັບເນື້ອຫາສາລະທີ່ເຂົາເຈົ້າເວົ້ານັ້ນ, ຈະຊ່ວຍໃຫ້ບັນດາບໍລິສັດສື່ສັງຄົມມີຄວາມຮັບຜິດຊອບສຳລັບການຟ້ອງຮ້ອງໝິ່ນປະໝາດ ແລະ ການເວົ້າໃສ່ຮ້າຍ. ດ້ວຍການກີດກັ້ນເນື້ອຫາສາລະ ແລະ ຫ້າມຜູ້ໃຊ້ບາງຄົນນັ້ນ, ບັນດາບໍລິສັດສື່ສັງຄົມຈະສະໜັບສະໜູນການໂຕ້ຖຽງກັນໂດຍບໍ່ຮູ້ຕົວວ່າ ເຂົາເຈົ້າເປັນຜູ້ສະໜອງເນື້ອຫາ ສາລະ, ດັ່ງທີ່ເຂົາເຈົ້າເປັນໃນເວລານີ້ ໃນການປະຕິບັດຮັບເອົາບົດບາດເປັນບັນນາທິການ ກ່ຽວກັບ ການໃຫ້ຄວາມຄິດເຫັນ.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ກ່າວຕໍ່ຄະນະກຳມະການສະພາແຫ່ງຊາດໃນອາທິດທີ່ຜ່ານມາວ່າ “ຂ້າພະເຈົ້າຄິດວ່າ ມັນມີການໂຕ້ຖຽງທີ່ແທ້ຈິງໃນເວລານີ້ ກ່ຽວກັບ ສະຖານະ ພາບຂອງບັນດາບໍລິສັດອິນເຕີແນັດຂະໜາດໃຫຍ່ ແລະ ວ່າເຂົາເຈົ້າຄວນຖືກລະບຸວ່າເປັນເວທີສື່ສັງຄົມເທົ່ານັ້ນ ຫຼື ຜູ້ໂຄສະນາ, ເພາະວ່າເວລາເຈົ້າເລີ່ມສະແດງຄວາມເຫັນ ກ່ຽວກັບ ເນື້ອຫາສາ ລະ, ແລ້ວກໍຈະຢູ່ໃນໂລກຕ່າງຫາກ.”

ຜູ້ນຳສະຫະພາບ ຢູໂຣບ ຫຼາຍຄົນໄດ້ຕຳໜິຕິຕຽນຫຼາຍບໍລິສັດສື່ສັງຄົມ ສຳລັບ ການຫ້າມທ່ານ ທຣຳ ແລະ ຜູ້ສະໜັບສະໜູນຂອງທ່ານ ຈາກເວັບໄຊ້ຂອງເຂົາເຈົ້າ. ເຟສບຸກ ໄດ້ກີດກັ້ນ ຫຼື ລຶບເນື້ອຫາທີ່ໃຊ້ຄຳວ່າ “ຢຸດການຂີ້ລັກ,” ເຊິ່ງອ້າງເຖິງການກ່າວອ້າງທີ່ຜິດ ກ່ຽວກັບ ການສໍ້ໂກງການເລືອກຕັ້ງ. ທວິດເຕີ ເວົ້າວ່າເຂົາເຈົ້າໄດ້ຍົກເລີກຊົ່ວຄາວຫຼາຍກວ່າ 70,000 ບັນຊີຂອງພວກສົມຮູ້ ຮ່ວມຄິດ QAnon ຜູ້ທີ່ເຊື່ອວ່າ ທ່ານ ທຣຳ ແມ່ນກຳລັງເຮັດສົງຄາມລັບຕໍ່ຕ້ານພວກຫົວງູທີ່ບູຊາຜີຮ້າຍ ໃນລັດຖະບານ, ທຸລະກິດ ແລະ ສື່ມວນຊົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG