ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມີນາ ໒໐໒໕

ທ່ານ ອີ​ລອ​ນ ມັ​ສ​ຄ໌ ຄວນ​ໄດ້​ຮັບ​ອະ​ນຸ​ຍາດ ເພື່ອຫຼຸດ​ຂະ​ໜາດ​ຂອງ​ລັດ​ຖະ​ບານ​ກາງ ສະ​ຫະ​ລັດ ຫຼືບໍ່?


ທ່ານ ອີ​ລອ​ນ ມັ​ສ​ຄ໌ ຄວນ​ໄດ້​ຮັບ​ອະ​ນຸ​ຍາດ ເພື່ອຫຼຸດ​ຂະ​ໜາດ​ຂອງ​ລັດ​ຖະ​ບານ​ກາງ ສະ​ຫະ​ລັດ ຫຼືບໍ່?

ບຸກ​ຄົນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ສ້າງ​ການ​ປ່ຽນ​ແປງ​ຢ່າງວ່ອງ​ໄວ​ ໃນ​ໜ່ວຍ​ງານ​ລັດ​ຖະ​ບານ ສະ​ຫະ​ລັດ ແມ່ນ ທ່ານ ອີ​ລອນ ມັ​ສ​ຄ໌, ເຊິ່ງ​ແມ່ນຜູ້​ບໍ​ລິ​ຫານໃຫຍ່​ຂອງ​ບໍ​ລິ​ສັດ​ຜະ​ລິດ​ລົດ Tesla ແລະ​ບໍ​ລິ​ສັດ​ອະ​ວະ​ກາດ SpaceX. ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ​ຖະ​ສະ​ພາ​ເວົ້າ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ມະ​ຫາ​ເສດ​ຖີຫຼາຍ​ພັນ​ຕື້​ໂດ​ລາ ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ທ່ານ ທ​ຣຳ, ເພື່ອຫຼຸດ​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​ກາງ​ ແມ່ນບໍ່​ຖືກ​ຕ້ອງ.

ການ​ປະ​ທ້ວງ​ຢູ່ນອກ​ອົງ​ການ​ລັດ​ຖະ​ບານ​ກາງ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ ໃນ​ອາ​ທິດນີ້​ໄດ້​ເພັ່ງ​ເລັງ​ໃສ່​ວຽກ​ງານ​ຂອງ​ທ່ານ ອີ​ລອນ ມັ​ສ​ຄ໌, ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້ຮັບຜິດຊອບໃນ​ການຫຼຸດ​ຂະ​ໜາດ​ຂອງລັດ​ຖະ​ບານ ສະ​ຫະ​ລັດ.

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຄ​ຣິ​ສ ເມີ​ຟີ ກ່າວ​ວ່າ “ປະ​ຊາ​ຊົນ​ຄວນ​ໄດ້​ຮັບ​ໂອ​ກາດ​ເພື່ອ​ຕັດ​ສິນ ກ່ຽວ​ກັບ ວິ​ທີ​ທີ່​ພວກ​ເຮົາ​ປ້ອງ​ກັນ ສະ​ຫະ​ລັດ ອາ​ເມ​ຣິ​ກາ. ປະ​ຊາ​ຊົນ​ຄວນ​ມີ​ໂອ​ກາດ​ທີ່​ຈະ​ຕັດ​ສິນ​ໃຈ​ວິ​ທີ​ທີ່​ເງິນ​ຂອງ​ຜູ້​ຈ່າຍ​ພາ​ສີ​ຖືກນຳ​ໃຊ້. ທ່ານ ອີ​ລອນ ມັ​ສ​ຄ໌ ບໍ່​ສາ​ມາ​ດ​ເປັນ​ຜູ້​ຕັດ​ສິນ​ໄດ້.”

ທ່ານ ມັ​ສ​ຄ໌ ເປັນ​ຄົນ​ທີ່​ລວ​ຍ​ທີ່​ສຸດ​ໃນ​ໂລກ ແລະ ເປັນ​ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ບໍ​ລິ​ສັດ​ລົດ​ໄຟ​ຟ້າ Tesla ແລະ ບໍ​ລິ​ສັດອະ​ວະ​ກາດ SpaceX ແລະ ເປັນ​ເຈົ້າ​ຂອງບໍ​ລິ​ສັດ​ອື່ນໆ, ລວມ​ທັງ​ສື່​ສັງ​ຄົມ X ທີ່​ຮູ້​ຈັກ​ກັນ​ກ່ອນ​ໜ້ານີ້​ ຄື Twitter.

ນັບ​ຕັ້ງ​ແຕ່​ການ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ ທ​ຣຳ, ທ່ານ ມັ​ສ​ຄ໌, ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ຂອງ​ພະ​ແນກ​ປະ​ສິດ​ທິ​ພາບ​ຂອງລັດ​ຖະ​ບານ​ທີ່​ຖືກ​ຕັ້ງ​ຂຶ້ນ​ໃໝ່ ຫຼື DOGE, ໄດ້​ເລີ່ມ​ເຮັດ​ວຽກ​ເພື່ອ​ຕັດ​ສິ່ງ​ທີ່​ລາວ ແລະ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ​ ເຫັນດັ່ງ​ກັບ​ໂຄງ​ການ​ລັດ​ຖະ​ບານ​ກາງ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ສູງ.

ທີມ​ຂອງ​ທ່ານ ມັ​ສ​ຄ໌ ຖືກ​ລາຍ​ງາຍ​ວ່າ ສາ​ມາດ​ເຂົ້າ​ເຖິງ​ລະ​ບົບ​ການ​ຊຳ​ລະ​ເງິນ​ຂອງ​ກະ​ຊວງ​ການ​ເງິນ​ໄດ້ ເຮັດ​ໃຫ້​ເກີດ​ຄວາມ​ກັງ​ວົນ ແລະ ໄດ້ພະ​ຍາ​ຍາມ​ຄວບ​ຄຸມ​ໜ່ວຍ​ງານ ​ເພື່ອ​ການ​ພັດ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ຂອງ ສະ​ຫະ​ລັດ ຫຼື USAID ຊຶ່ງ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລະ ການ​ຊ່ວຍ​ເຫຼືອ​ອື່ນໆ ແກ່​ປະ​ເທດ​ຕ່າງໆຫຼາຍກວ່າ 100 ປະ​ເທດ. ນັ້ນ​ແມ່ນ​ບ່ອນ​ທີ່ເຫດ​ການ​ປະ​ທ້ວງໄດ້ເກີດ​ຂຶ້ນ​ໃນ​ອາ​ທິດນີ້.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັດ​ເດ​ໂມ​ແຄ​ຣັດ ທ່ານ ດອນ ບາຍ​ເອີ ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ຊີ້​ນຳ​ໝູ່​ພວກມະ​ຫາ​ເສດ​ຖີ​ພັນ​ລ້ານ​ໂດ​ລາ​ທີ່ສໍ້​ໂກງ​ຂອງ​ລາວ, ຄື ທ່ານ ອີ​ລອນ ມັ​ສ​ຄ໌, ໃຫ້​ປຸ້ນ​ສະ​ດົມ​ອົງ​ການ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ ສະ​ຫະ​ລັດ.”

ແນວ​ໃດ​ກໍ​ຕາມ, ທ່ານ ທ​ຣຳ ໄດ້​ກ່າວ​ຢ້ຳ​ການ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ສຳ​ລັບ​ທ່ານ ມັ​ສ​ຄ໌.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ມັນ​ເປັນ​ບາງ​ສິ່ງ​ທີ່​ລາວ​ຮູ້​ສຶກ​ຢ່າງ​ແຂງ​ແຮງ​ນຳ, ແລະ ຂ້ອຍ​ກໍ​ປະ​ທັບ​ໃຈ ​ເພາະ​ວ່າ​ລາວ​ເປັນ​ຜູ້​ດຳ​ເນີນ​ບໍ​ລິ​ສັດ​ທີ່​ໃຫຍ່​ຢ່າງ​ເຫັນ​ໄດ້​ຊັດ.”

ທ່ານ ອີ​ລອນ​ ມັ​ສ​ຄ໌ ກ່າວ​ວ່າ ສິ່ງ​ທີ່​ລາວ​ໄດ້​ພົບ​ເຫັນ​ຢູ່​ອົງ​ການ USAID ແມ່ນບໍ່​ສາ​ມາດ​ກູ້​ຄືນ​ມາ​ໄດ້.

ທ່ານ ອີ​ລອນ ມັ​ສ​ຄ ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຂຸດ​ເຈາະ​ເຂົ້າ​ໄປ​ໃນ USAID, ມັນ​ໄດ້​ປະກົດ​ອອກ​ມາ​ວ່າ ສິ່ງ​ທີ່​ພວກ​ເຮົາມີຢູ່​ທີ່ນີ້ ບໍ່​ແມ່ນ​ໝາກ​ແອັບ​ເປິ​ລ​ທີ່​ມີ​ໜອນ​ຢູ່​ໃນ, ແຕ່​ແທ້​ຈິງ​ແລ້ວ ​ພວກ​ເຮົາ​ມີ​ແຕ່​ໂຕ​ໜອນ​ທີ່​ລວມ​ກັນເປັນກ້ອນ​ເທົ່າ​ນັ້ນ.”

ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ໂຕ້​ແຍ້ງ ແລະ ເວົ້າ​ວ່າ ມັນ​ຜິດຫຼາຍ​ທີ່​ທ່ານ ມັ​ສ​ຄ໌ ມີ​ອຳ​ນາດ​ຢ່າງຫຼວງຫຼາຍ ແຕ່ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ການ​ຄວບ​ຄຸມ​ພຽງ​ໜ້ອຍ​ດຽວ, ໂດຍ​ສະ​ເພາະຢ່າງ​ຍິ່ງ​ເມື່ອ​ບໍ​ລິ​ສັດ SpaceX ມີ​ສັນ​ຍາ​ກັບ​ລັດ​ຖະ​ບານ​ກາງ.

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ນາງ ແພັດ​ຕີ ເມີ​ເຣ ກ່າວ​ວ່າ “ເສດ​ຖີ​ພັນ​ລ້ານ​ທີ່ບໍ່​ໄດ້​ຮັບ​ການ​ເລືອກຕັ້ງ, ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບຕໍ່​ໃຜ ຊຶ່ງ​ມີ​ຄວາມ​ຂັດ​ແຍ້ງ​ທາງ​ຜົນ​ປະ​ໂຫຍດຢ່າງຫຼວງຫຼາຍ, ມີສາຍ​ພົວ​ພັນ​ທີ່​ເລິກ​ເຊິ່ງ​ກັບ ຈີນ ແລະ ມີ​ອັກ​ຄະ​ຕິ​ທີ່​ຈະທຳ​ຮ້າຍ​ຜູ້​ທີ່​ຖືວ່າ​ເປັນພວກ​ສັດ​ຕູ ແມ່ນ​ກຳ​ລັງ​ຍຶດ​ຄອງ​ລະ​ບົບ​ຂໍ້​ມູນ​ດ້ານ​ການ​ເງິນ​ທີ່​ລະ​ອຽດ​ອ່ອນ​ທີ່​ສຸດ​ຂອງ​ປະ​ເທດ​ ແລະ ປຶ້​ມ​ເຊັກທະ​ນາ​ຄານຂອງ​ພວກ​ເຮົາ.

ແຕ່​ທ່ານ ທ​ຣຳ ເວົ້າ​ວ່າ ທຳ​ນຽບ​ຂາວ​ ແມ່ນ​ກຳ​ລັງ​ສະ​ໜອງ​ຄຳ​ຊີ້​ນຳ​ທີ່​ຈຳ​ເປັນ​ຕໍ່​ວຽກ​ງານ​ຂອງ​ທ່ານ ມັ​ສ​ຄ໌.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ບ່ອນ​ທີ່​ພວກ​ເຮົາ​ຄິດ​ວ່າ ​ມີ​ຄວາມ​ຂັດ​ແຍ້ງ ຫຼື ບ່ອນ​ທີ່​ມີ​ບັນ​ຫາ, ພວກ​ເຮົາ​ຈະ​ບໍ່​ໃຫ້​ລາວ​ເຂົ້າ​ໄປ​ໃກ້​ມັນ. ພວກ​ເຮົາ​ກຳ​ລັງ​ພະ​ຍາ​ຍາມຫຼຸດ​ຂະ​ໜາດ​ຂອງ​ລັດ​ຖະ​ບານ, ແລະ ລາວຄົງ​ຈະ​ສາ​ມາດຫຼຸດ​ມັນ​ໄດ້​ດີ ​ຄື​ກັບ​ຄົນ​ອື່ນ​ໆ​ຖ້າ​ແມ່ນບໍ່​ດົນ​ກວ່າ.”

ໃນ​ບົດ​ບາດ​ທີ່​ບໍ່​ໄດ້​ຮັບ​ຄ່າ​ຈ້າງ ດັ່ງ​ກັບ “ພະ​ນັກ​ງານ​ລັດ​ຖະ​ບານ​ພິ​ເສດ​ນັ້ນ,” ທ່ານ ມັ​ສ​ຄ໌ ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ບໍ່ໃຫ້​ເຮັດ​ວຽກ​ຫຼາຍກວ່າ 130 ວັນ​ຕໍ່​ປີ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

President Donald Trump’s point person for making rapid changes at U.S. governmental agencies is Elon Musk, the chief executive of carmaker Tesla and aerospace company SpaceX. Congressional Democrats say that the Trump-backed multibillionaire's attempt to reduce federal government spending is wrong.

A protest outside a federal agency in Washington this week focused on the work of Elon Musk, President Donald Trump’s designee for shrinking the U.S. government.

“The people get to decide how we defend the United States of America. The people get to decide how their taxpayer money is spent. Elon Musk does not get to decide.”

Musk is the world’s richest man and the chief executive of electric vehicle firm Tesla and aerospace company SpaceX. He also owns other companies, including the social media platform X, formerly known as Twitter.

Since Trump’s inauguration, Musk, as the leader of the newly created Department of Government Efficiency, or DOGE, ((Dough-zhe)), has gotten down to work cutting what he and President Trump see as costly federal programs.

Musk’s team has reportedly gained access to the Treasury Department’s payment systems, raising alarms, and has sought control of the U.S. Agency for International Development, or USAID, which provides humanitarian and other aid to more than 100 countries. That’s where the protest happened this week.

“President Trump directed his corrupt billionaire friend, Elon Musk, to ransack a critical agency of the U.S. government.”

Trump, however, reiterated his support for Musk.

“It’s something that he feels very strongly about, and I’m impressed because he’s running obviously a big company.”

Elon Musk said what he discovered at USAID isn’t salvageable.

"As we dug into USAID, it became apparent that what we have here is not an apple with a worm in it, but we have actually just a ball of worms."

Congressional Democrats dispute that and say it is wrong that Musk has so much power and little accountability and oversight, especially given that SpaceX has contracts with the federal government.

“An unelected, unaccountable billionaire with expansive conflicts of interest, deep ties to China and an indiscreet axe to grind against perceived enemies is hijacking our nation's most sensitive financial data systems and its checkbook.”

But Trump says that the White House is providing the necessary oversight to Musk’s work.

“Where we think there’s a conflict or there's a problem, then we won’t let him go near it.// We are trying to shrink government, and he can probably shrink it as well as anybody else if not better.”

In his unpaid role as a “special government employee,” Musk is permitted to work no more than 130 days a year.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG