ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜຶ່ງຄົນ ເສຍຊີວິດ ຈາກການບຸກກວດຄົ້ນ ພວກກໍ່ການຮ້າຍ ໃນປະເທດແບລຢ້ຽມ


ຕຳຫລວດຢູ່ບ່ອນເກີດເຫດຍິງກັນ ໃນລະຫວ່າງການຊອກຄົ້ນຫາ ຢູ່ເຮືອນຫລັງໜຶ່ງ ທີ່ເມືອງ Forest ໃກ້ກັບນະຄອນຫລວງ Brussels.
ຕຳຫລວດຢູ່ບ່ອນເກີດເຫດຍິງກັນ ໃນລະຫວ່າງການຊອກຄົ້ນຫາ ຢູ່ເຮືອນຫລັງໜຶ່ງ ທີ່ເມືອງ Forest ໃກ້ກັບນະຄອນຫລວງ Brussels.

ຕຳຫລວດ​ໃນ​ Brussels ນະ​ຄອນ​ຫລວງ​ຂອງ Belgium ​ໄດ້
​ສັງຫານ​ຜູ້​ຕ້ອງ​ສົງ​ໄສ​ ທີ່​ມີ​ປືນ Kalashnikov ​ເປັນ​ອາວຸດ ລະ
ຫວ່າງ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນ ຕໍ່ຕ້ານພວກ​ກໍ່​ການ​ຮ້າຍ ທີ່​ພົວ
ພັນ​ກັບ​ການ​ໂຈມ​ຕີເມື່ອວັນ​ທີ 13 ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ​ ໃນ
ນະຄອນຫຼວງ​ປາ​ຣີ.

ຕຳຫລວດ Belgium ສາມ​ຄົນ ​ແລະ​ຕຳ​ຫລວດ​ຝຣັ່ງໜຶ່ງ​ຄົນ ​ໄດ້
​ຮັບ​ບາດ​ເຈັບ ​ເວລາ​ເກີ​ດມີ​ການ​ຍິງ​ກັນ​ຂຶ້ນ ໃນ​ວັນ​ອັງຄານ​ວານ​ນີ້
ລະຫວ່າງ​ການ​ປະຕິບັດ​ງານ​ຂອງ​ສອງ​ປະ​ເທດ ຢູ່​ຕຶກ​ຫໍ​ພັກ ນອກ
​ເມືອງ​ Forest.

​ເນື່ອງ​ຈາກ​ວ່າ​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງຂາວວ່າ​ ​ຜູ້​ຕ້ອງ​ສົງ​ໄສ​ອຶ່ນໆ ຍັງ​ຈັບ​ບໍ່​ໄດ້​ເທື່ອໃນ​ຕອນ​
ແລງ​ວັນ​ອັງຄານວານ​ນີ້ ການ​ປະຕິບັດ​ງານຂອງ​ຕຳຫລວດ​ຈຶ່ງ​ດຳ​ເນີນ​ຢູ່​ຕໍ່​ໄປ.

ຂົງ​ເຂດ​ດັ່ງກ່າວ​ໄດ້​ຖືກ​ປິດ​ລົງເປັນ​ເວ​ລາຫ້າ​ຊົ່ວໂມງ ຫລັງ​ຈາກເລີ້ມເກີດ​ການ​ຍິງ​ກັນ​.

ກຳລັງ​ຕຳຫລວດ Belgium ​ໄດ້ຕາມ​ຫາ​ບັນດາ​ຜູ້​ຕ້ອງ​ສົງ​ໄສ​ຢ່າງ​ບໍ່​ລົດ​ລະ ​ແລະ​ໝູ່​ເພື່ອນ​
ຂອງ​ພວກ​ຫົວ​ຮຸນ​ແຮງ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ທີ່​ໄ​ດ້ສັງຫານ 130 ຄົນ​ໃນ​ນະຄອນຫຼວງ
ປາຣີ ອັນເປັນ​ພາກສ່ວນ​ນຶ່ງ ​ໃນການ​ກະກຽມ ​ແລະ​ການປະສານ​ງານ​ຢູ່​ທີ່​ນະຄອນຫລວງ
Brussels.

ນັບ​ແຕ່ກາງ​ເດືອນ​ພະຈິກ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ 11 ຄົນ​ໄດ້​ຖືກ​ຈັບ ​ແລະ​ກ່າວ​ຫາຢູ່​ໃນ Bel-
gium ​ໃນ​ຖານ​ພົວພັນ​ກັບ​ການ​ສັງ​ຫານ ​ແລະ​ແປດ​ຄົນ​ຍັງຕິດ​ຄຸກ​ຢູ່​.

​ຜູ້​ຕ້ອງ​ສົງ​ໄສ​ທີ່​ສຳຄັນ​ຄົນ​ໜຶ່ງທ້າວ Salah Abdeslam ອາຍຸ 26 ປີ ຈາກນະຄອນ Brus-
sels ຍັງ​ຈັບ​ໂຕ​ບໍ່​ໄດ້​ເທື່ອ. ສື່ມວນ​ຊົນ Belgium ອ້າງ​ຄຳ​ເວົ້າ​ຕຳຫລວດ​ວ່າ ທ້າວ Abde-
slam ບໍ່​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການ​ບຸກ​ເຂົ້າກວດຄົ້ນ ໃນ​ວັນ​ອັງຄານ​ວານ​ນີ້.

Belgium Raid
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG