ຊາຍໜຸ່ມເຢຍຣະມັນ ເຊື້ອສາຍອີຣ່ານອາຍຸ 18 ປີ ທີ່ຍິງປືນເຂົ້າໃສ່ຜູ້ຄົນຢູ່ຮ້ານສັບພະສິນ ຄ້າທີ່ແອອັດໄປດ້ວຍຜູ້ຄົນ ໃນນະຄອນ Munich ທີ່ເຮັດໃຫ້ 9 ຄົນເສຍຊີວິດໃນຕອນແລງ ວັນສຸກວານນີ້ບໍ່ໄດ້ມີສ່ວນພົວພັນກັບກຸ່ມລັດອິສລາມອີງຕາມຄຳຖະແຫຼງຂອງຕຳຫຼວດລັດ ບາວາເຣຍ ໃນຕອນເຊົ້າວັນເສົາມື້ນີ້.
ພວກເຈົ້າໜ້າທີ່ກ່າວໃນການຖະແຫຼງຂ່າວວ່າ ຕົນໄດ້ຄົ້ນຫ້ອງແຖວຂອງຜູ້ກ່ຽວ ແລະບໍ່ໄດ້ພົບເຫັນຫຍັງພົວພັນ ກັບພວກກໍ່ການຮ້າຍ ແຕ່ກໍເຊື່ອວ່າ ການໂຈມຕີນີ້ ເປັນການຍິງສັງ ຫານແບບບໍ່ເລືອກໜ້າໂດຍກ່າວອ້າງເຖິງປື້ມທີ່ຖືກພົບເຫັນຢູ່ໃນຫ້ອງຂອງຜູ້ກ່ຽວທີ່ມີຊື່ວ່າ ”ການຍິງສັງຫານຢູ່ໃນໃຈຂອງຂ້ອຍ ເປັນຫຍັງພວກນັກສຶກສາຈຶ່ງຂ້າ.”
ເບິ່ງຄຳປາໄສ ຂອງ ປ. ໂອບາມາ ກ່ຽວກັບການຍິງສັງຫານ ຢູ່ເຢຍຣະມັນ
ມືປືນຄົນນີ້ ໄດ້ເກີດ ແລະເຕີບໂຕມາ ທີ່ເມືອງ Munich ແລະກໍຖືກກວດພົບ ແລະກໍໄດ້ຮັບການປິ່ນປົວກ່ຽວກັບໂຣກຈິດ. ພວກເຈົ້າໜ້າທີ່ສືບສວນກ່າວວ່າ ເຂົາເຈົ້າເຊື່ອວ່າລາວເປັນຄົນສະຕິບໍ່ດີ.
ຊາຍໜຸ່ມຄົນນີ້ໄດ້ຂ້າໂຕຕາຍ ໂດຍຍິງປືນໃສ່ຫົວຂອງລາວເອງທ່າມກາງທີ່ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ຜູ້ຄົນນັ້ນຄືຄຳເວົ້າຂອງຜູ້ບັນຊາການຕຳຫຼວດທີ່ນະຄອນ Munich ທ່ານ Hubertus Andrea ໃນຕອນເຊົ້າ ຂອງວັນເສົາມື້ນີ້. ຍັງບໍ່ມີຂ່າວຄາວໃດໆເທື່ອວ່າ ແມ່ນຫຍັງເຮັດໃຫ້ຊາຍໜຸ່ມຄົນນີ້ ຍິງປືນເຂົ້າໃສ່ຜູ້ ຄົນ.
ການຍິງໂຈມຕີຢູ່ນະຄອນ Munich ໄດ້ສັງຫານ 9 ຄົນ ບວກກັບມືປືນແລະມີຜູ້ບາດເຈັບອີກ 27 ຄົນ 10 ຄົນໃນຈຳນວນນັ້ນແມ່ນມີອາການສາຫັດ ອີງຕາມຄຳເວົ້າຂອງຕຳຫຼວດ ລັດບາວາເຣຍ. ເດັກນ້ອຍ ແມ່ນຮວມຢູ່ໃນຈຳນວນພວກເຄາະຮ້າຍ. ນີ້ແມ່ນການໂຈມຕີ ທີ່ສຳຄັນຄັ້ງທີ 3 ຕໍ່ພົນລະເຮືອນຢູ່ໃນຢູໂຣບຕາເວັນຕົກ ໃນໄລຍະ 8 ມື້ຜ່ານມາ.
ໂຄສົກກະຊວງການຕ່າງປະເທດອີຣ່ານທ່ານ Bahram Ghasemi ໄດ້ປະນາມການໂຈມຕີດັ່ງກ່າວຢູ່ໃນຖະແຫລງການໂດຍເວົ້າວ່າ ທຸກມື້ນີ້ ການຕໍ່ສູ້ກັບພວກກໍ່ການຮ້າຍ ໃນທຸກຮູບແບບແລະທຸກຫົນແຫ່ງ ແມ່ນຄວາມຮຽກຮ້ອງອັນຮີບດ່ວນ ຂອງປະຊາຄົມໂລກ. ທ່ານກ່າວຕື່ມວ່າ ການສັງຫານປະຊາຊົນ ທີ່ບໍ່ມີຄວາມຜິດ ແລະບໍ່ມີທາງປ້ອງກັນ ໄດ້ກາຍເປັນການກະທຳທີ່ໜ້າອັບອາຍ ຢູ່ໃນປະຫວັດສາດ ຂອງມະນຸດຊາດ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ໄດ້ເປີດກອງປະຊຸມສຸກເສີນ ຄະນະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໃນວັນເສົາມື້ນີ້ ທີ່ນະຄອນເບີລິນ.
ຜູ້ບັນຊາການຕຳຫຼວດ ກ່າວວ່າ ຂໍ້ຈຳກັດຕ່າງໆກ່ຽວກັບການຮັກສາຄວາມປອດໄພ ທີ່ປະກາດໃຊ້ ໃນຕອນແລງວັນສຸກວານນີ້ ປັດຈຸບັນນີ້ ໄດ້ຖືກຍົກເລີກໝົດແລ້ວ.