ເຈົ້າໜ້າທີ່ຝຣັ່ງ ກ່າວວ່າ ຜູ້ຕ້ອງສົງໄສ 2 ຄົນທີ່ມີອາວຸດຄົບມື ໃນ
ການໂຈມຕີສຳນັກງານໜັງສືພິມ Charlie Hebdo ໃນອາທິດນີ້
ໄດ້ຖືກຂ້າຕາຍ ແລະໂຕປະກັນ ທີ່ພວກເຂົາຈັບໄວ້ ໄດ້ຖືກປ່ອຍ
ໃນລະຫວ່າງທີ່ຕຳຫຼວດບຸກເຂົ້າໄປທາງກ້ຳຕາເວັນອອກສຽງເໜືອ
ຂອງນະຄອນຫຼວງປາຣີ. ການບຸກໂຈມຕີຢູ່ອີກບ່ອນນຶ່ງທີ່ນະຄອນ
ຫຼວງຂອງຝຣັ່ງ ກໍໄດ້ສັງຫານມືປືນອີກຄົນນຶ່ງທີ່ຈັບໂຕປະກັນຫຼາຍ
ຄົນຢູ່ທີ່ຕະຫລາດຊູເປີ້ມາກເກັດຂາຍເຄື່ອງຂອງແລະອາຫານຢິວ
ທີ່ນະຄອນຫຼວງຝຣັ່ງ ແຕ່ຕຳຫຼວດເວົ້າວ່າ ມີໂຕປະກັນ 3 ຄົນເສຍ
ຊີວິດ ໃນການປະຕິບັດງານຂອງຕຳຫຼວດຢູ່ທີ່ນັ້ນ.
ສຽງລະເບີດແລະສຽງປືນໄດ້ແຕກຂຶ້ນ ຂະນະທີ່ຕຳຫຼວດບຸກເຂົ້າ
ໄປ ໃນຕອນບ່າຍຂອງວັນສຸກມື້ນີ້ ຕາມເວລາໃນຝຣັ່ງ ເກືອບວ່າ
ພ້ອມໆກັນກັບທີ່ຕະຫລາດຊູເປີ້ມາກເກັດແລະທີ່ເມືອງອຸດສາຫະ
ກຳ Dammartin-en-Goele ໃກ້ໆກັບ ສະໜາມບິນນາໆຊາດ
Charles DeGaulle. ສອງອ້າຍນ້ອງ ທ້າວ Cherif ແລະທ້າວ
Said Kouachi ຜູ້ຕ້ອງສົງໄສທີ່ສຳຄັນໃນການໂຈມຕີແບບນອງ
ເລືອດຕໍ່ສຳນັກງານວາລະສານສຽດສີສັງຄົມ ທີ່ນະຄອນປາຣີໃນ
ມື້ວັນພຸດຜ່ານມານັ້ນ ໄດ້ພາກັນອອກມາຈາກບ່ອນລີ້ຊ່ອນ ຢູ່ໃນ
ໂກດັງ ແລະກໍເລີ້ມຍິງປືນສາດເຂົ້າໃສ່ ຂະນະທີ່ຕຳຫຼວດບຸກເຂົ້າໄປ. ແຕ່ພວກເຂົາໄດ້ຖືກຍິງຕາຍ ໂດຍຕຳຫຼວດຈຳນວນຫລວງຫລາຍທີ່ອ້ອມບໍລິເວນດັ່ງກ່າວນັ້ນຢູ່.
ໃນການຍິງກັນຢູ່ນະຄອນຫຼວງປາຣີນັ້ນ ກຳລັງຮັກສາຄວາມສະຫງົບໄດ້ບຸກເຂົ້າໄປໃນຮ້ານຊູເປີ້ມາກເກັດ ໃກ້ໆຄຸ້ມ Porte de Vincennes. ເຂົາເຈົ້າໄດ້ສັງຫານມືປືນ ທີ່ໄດ້ບຸກເຂົ້າໄປໃນຕະຫລາດດັ່ງກ່າວ ເມື່ອຫລາຍໆຊົ່ວໂມງກ່ອນໜ້ານັ້ນ ແລະ ກໍຈັບພວກລູກຄ້າແລະພະນັກງານຂອງຕະຫລາດໄວ້ເປັນໂຕປະກັນ. ເຈົ້າໜ້າທີ່ ກ່າວວ່າ ມີໂຕປະກັນຢ່າງໜ້ອຍ 5 ຄົນ ແລະ 3 ຄົນໄດ້ຖືກຂ້າຕາຍ ແຕ່ຍັງບໍ່ ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນໃຜເປັນຜູ້ຂ້າເຂົາເຈົ້າ ແລະຂ້າໃນເວລາໃດ.