ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂາດແຄນ​ອຸປະກອນການແພດແລະ ບໍ່​ໄດ້​ຮັບການຮ່ວມມືຢ່າງ​ແທ້​ຈິງຈາກ ​ປະ​ຊາ​ຊົນ ພາ​ໃຫ້ການລະບາດຂອງ ໂຄວິດໃນ​ລາວ ເພີ້ມຂຶ້ນ​


​ພວກ​ຊາວ​ໜຸ່ມ​ທີ່​ໄປ​ຊຸມ​ແຊວ​ກັນ ຊຶ່ງ​ເປັນ​ການລະ​ເມີດ​ຕໍ່ລະ​ບຽບ​ການ​ໃນ​ການ​ຢູ່​ຫ່າງ​ກັນ​ທີ່​ເປັນ​ມາດ​ຕະ​ການເພື່ອ​ຫລຸດ​ຜ່ອນ​ການ​ແຜ່ລະ​ບາດຂອງພະ​ຍາດ​ໂຄວິດ-19 ຖືກ​ຈັບ​
​ພວກ​ຊາວ​ໜຸ່ມ​ທີ່​ໄປ​ຊຸມ​ແຊວ​ກັນ ຊຶ່ງ​ເປັນ​ການລະ​ເມີດ​ຕໍ່ລະ​ບຽບ​ການ​ໃນ​ການ​ຢູ່​ຫ່າງ​ກັນ​ທີ່​ເປັນ​ມາດ​ຕະ​ການເພື່ອ​ຫລຸດ​ຜ່ອນ​ການ​ແຜ່ລະ​ບາດຂອງພະ​ຍາດ​ໂຄວິດ-19 ຖືກ​ຈັບ​

ການຂາດແຄນ​ດ້ານອຸປະກອນທາງການແພດສົມ​ທົບ​ກັບ​ການບໍ່​ໄດ້​ຮັບການຮ່ວມມືຈາກປະຊາຊົນລາວຢ່າງ​ແທ້​ຈິງນັ້ນ ເຮັດ​ໃຫ້ລາວຍັງຕ້ອງປະເຊີນກັບການລະບາດຂອງພະຍາດໂຄວິດ-19 ເພີ້ມຂຶ້ນ​ນັບ​ມື້. ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ຈາກ​ບາງກອກ.

ທ່ານສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວຖະ​ແຫລງວ່າ ​ທຸກ​ນິຕິ​ກຳ ​ແລະ ມາດ​ຕະການ​ປ້ອງ​ກັນ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່ກຳ​ລັງ ຈັດ​ຕັ້ງປະ​ຕິ​ບັດ​ຢູ່ໃນລາວໃນປັດຈຸບັນ ຍັງບໍ່ທັນໄດ້ຮັບການຮ່ວມມື​ຢ່າງ​ແທ້ຈິງຈາກພາກ​ສ່ວນທີ່ກ່ຽວຂ້ອງ ແລະ​ສົມ​ທົບ​ດ້ວຍ​ການ​ຂາດ​ແຄນ​ອຸປະກອນ​ການ​ແພດ​ທີ່ນຳ​ໃຊ້​ໃນ​ການ​ປິ່ນປົວ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ດ້ວຍນັ້ນ ຈຶ່ງ​ເຮັດ​ໃຫ້ລາວ​ຍັງ​ຄົງ​ຕ້ອງ​ປະສົບ​ກັບ​ບັນຫາ​ການ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ແລະ ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19ເພີ້ມ​ຂຶ້ນນັບ​ມື້ ດັ່ງ​ທີ່​ທ່ານ ສົມ​ມາດ​ຖະ​ແຫລງ​ຢືນ​ຢັນ​ວ່າ:​

"ເຖິງແມ່ນວ່າລັດຖະບານມີນິຕິ​ກຳ ​ແລະມາດ​ຕະການ​ປ້ອງ​ກັນສະ​ກັດ​ກັ້ນ ແລະ​ແກ້​ໄຂ​ການແຜ່ລະບາດຫລາຍ​ສະ​ບັບ​ແລ້ວ​ກໍ​ຕາມ ແຕ່​ຄວາມ​ຕື່ນ​ຕົວ ແລະ​ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ປະ​ຕິດ​ບັດ​ວິ​ໄນໃນ​ຊຸມ​ຊົນ, ໂຮງ​ຈັກໂຮງ​ງານ ຕະ​ຫລາດ​ຈຳ​ນວນ​ນຶ່ງ ຍັງ​ບໍ່​ທັນ​ເຂັ້ມ​ງວດເຊິ່ງຖືວ່າເປັນຄວາມສ່ຽງສູງຕໍ່ການຕິດເຊື້ອ. ສະຖານ​ທີ່​ກັກ​ກັນ ສູນ​ຈໍາ​ກັດ​ບໍ​ລິ​ເວນ ​ແລະ​ສະຖານ​ທີ່​ປິ່ນ​ປົວ​ຍັງແອອັດ, ອຸປະກອນການແພດຍັງມີຈໍາກັດ ຈຶ່ງ​ເຫັນ​ວ່າ ອັດຕາການຕິດເຊື້ອຍັງເພີ້ມຂຶ້ນຫລາຍຈາກ 0.15 ເປີ​ເຊັນເປັນ 0.52 ເປີ​ເຊັນ ຂອງ​ຈຳ​ນວນປະຊາກອນ ແລະຈໍານວນຜູ້ທີ່ເສຍຊີວິດໄດ້ເພີ້ມຂຶ້ນ."

​ການ​ສັກ​ຢາ​ໃຫ້​ແກ່​ຜູ້​ສູງ​ອາ​ຍຸ​ໃນ​ລາວ
​ການ​ສັກ​ຢາ​ໃຫ້​ແກ່​ຜູ້​ສູງ​ອາ​ຍຸ​ໃນ​ລາວ

ສ່ວນທ່ານນາງບົວຜັນ ຄໍາພັນພົງຜ່ານ, ຮອງຫົວໜ້າສູນວິເຄາະ ແລະລະບາດວິທະຍາຖະແຫລງຢືນຢັນວ່າ: ສາຍເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວຕິດເຊື້ອໄວຣັສໂຄວິດ-19 ແລະເສຍຊີວິດຫລາຍຂຶ້ນນັບມື້ ເພາະວ່າການສັກຢາວັກຊີນກັນໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍ ທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບດ່ວນ ກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ, ຜູ້ທີ່ມີໂຣກປະຈໍາໂຕ, ແມ່ຍິງທີ່ຖືພາເກີນ 12 ອາທິດ, ແລະເຍົາວະຊົນທີ່ມີອາຍຸແຕ່ 18 ປີລົງມາ ເຊິ່ງຈາກການສຶກສາວິໄຈໃນລາວພົບວ່າ 85 ເປີເຊັນຂອງຈໍານວນຜູ້ຕິດໂຄວິດ-19 ແລະ 84.6 ເປີເຊັນ ຂອງຈໍານວນຜູ້ເສຍຊີວິດທັງໝົດນັ້ນ ກໍຄືກຸ່ມປະຊາກອນລາວທີ່ຍັງບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເມື່ອປະກອບກັບໂຄວິດ-19 ທີ່ລະບາດຢູ່ລາວໃນເວລານີ້ ຄືໄວຣັສສາຍພັນເດລຕ້າ (Delta) ທີ່ສາມາດຕິດຕໍ່ກັນໄດ້ງ່າຍ ແລະກ້ວາງຂວາງທັງຍັງສາມາດລອຍໄປ ໃນອາ ກາດໄດ້ໄກດ້ວຍ ຈຶ່ງເຮັດໃຫ້ສະຖານທີ່ທີ່ມີຄົນຢູ່ລວມກັນຈໍານວນຫລາຍ ມີຄວາມສ່ຽງສູງ.

ໂດຍສະເພາະແມ່ນນະຄອນຫລວງວຽງຈັນ ທີ່ເປັນເຂດທີ່ມີປະຊາຊົນລາວຕິດໂຄວິດຫລາຍທີ່ສຸດໃນລາວ ປະກອບກັບໄວຣັສໄດ້ລະບາດເຂົ້າໄປໃນລະດັບຊຸມຊົນຢ່າງກ້ວາງຂວາງດ້ວຍແລ້ວ ກໍຍິ່ງເຮັດໃຫ້ຈະຕ້ອງເລັ່ງການສັກຢາວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 80 ເປີເຊັນ ຂອງປະຊາກອນທັງໝົດໃນນະຄອນຫລວງວຽງຈັນ ພາຍໃນທ້າຍປີ 2021. ສ່ວນໃນເຂດແຂວງອື່ນໆກໍຈະຕ້ອງສັກຢາວັກຊີນໃຫ້ໄດ້ເຖິງ 70 ເປີເຊັນຂອງປະຊາກອນທັງໝົດພາຍໃນປີນີ້ເຊັ່ນກັນ ເຊິ່ງລັດ ຖະບານລາວໝັ້ນໃຈວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ, ດັ່ງທີ່ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີຢືນຢັນວ່າ:

“ມາຮອດຈຸດນີ້ຖືວ່າ 50 ເປີເຊັນຂອງພົນລະເມືອງຖືວ່າໄດ້ແລ້ວ ແຕ່ວ່າພວກເຮົາຊິບືນໂຕຂຶ້ນຮອດທ້າຍປີນີ້ ບໍ່ໃຫ້ຫລຸດ 70 ເປີເຊັນ, ຖ້າເວົ້າຮອດປີ 2022 ລະແມ່ນ 80-90 ເປີເຊັນແຮງດີ ເພາະວ່າຢາວັກຊີນນີ້ ຈະເປັນການປ້ອງກັນໃຫ້ການຕິດເຊື້ອໜ້ອຍລົງ ເຖິງວ່າຕິດບໍ່ຮຸນແຮງ ແລ້ວກໍຈະປ້ອງກັນໄດ້ການເສຍຊີວິດຢູ່ໃນຂອບເຂດຈໍາກັດ, ພວກເຮົາມາເບິ່ງສະຖິຕິການເສຍຊີວິດຂອງພົນລະເມືອງລາວນີ້ ສ່ວນຫລາຍກໍແມ່ນຜູ້ອາຍຸສູງ, ມີພະຍາດປະຈໍາໂຕ, ແລ້ວກໍຜູ້ທີ່ບໍ່ໄດ້ສັກຢາ.”

ໂດຍການບັນລຸເປົ້າໝາຍການສັກວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 70 ເປີເຊັນ ຂອງຈໍານວນປະຊາກອນລາວທັງໝົດໃນທ້າຍປີ 2021 ໝາຍຄວາມວ່າ ປະຊາ ຊົນລາວເກືອບ 5.2 ລ້ານຄົນນັ້ນ ຈະຕ້ອງໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົນລະ 2 ໂດສຢ່າງຄົບຖ້ວນ ຫລື ຄິດເປັນຈໍານວນວັກຊີນລວມເກືອບຮອດ 10.4 ລ້ານໂດສ, ເຊິ່ງທີ່ຜ່ານມາ ອົງການອະນາໄມໂລກ ແລະນາໆຊາດ ໄດ້ຕົກລົງໃຫ້ການຊ່ວຍເຫລືອລັດຖະບານລາວແລ້ວ 7.5 ລ້ານໂດສ ຈຶ່ງພຽງພໍສໍາລັບ 50 ເປີເຊັນຂອງປະຊາກອນລາວ ແລະມາຮອດອາທິດທີ 2 ຂອງເດືອນທັນ​ວາ 2021 ປາກົດວ່າ ປະຊາຊົນລາວໄດ້ຮັບການສັກວັກຊີນເຂັມທີ 1 ແລະເຂັມທີ 2 ແລ້ວ ຫລາຍກວ່າ 4 ລ້ານຄົນ ແລະ 3.2 ລ້ານກວ່າຄົນ, ຄິດເປັນ 55.33 ເປີເຊັນ ແລະ 44.06 ເປີເຊັນຂອງປະຊາກອນລາວຕາມລໍາດັບ. ຫາກແຕ່ກໍຍັງເຫລືອເວລາພຽງບໍ່​ຮອດ 1 ເດືອນທີ່ລັດຖະບານລາວຈະຕ້ອງເລັ່ງການ ສັກວັກຊີນໃຫ້ ປະຊາຊົນກວ່າ 2 ລ້ານຄົນຈຶ່ງບໍ່ແມ່ນເລື້ອງງ່າຍທີ່ຈະບັນລຸເປົ້າໝາຍ 70 ເປີເຊັນພາຍໃນທ້າຍປີ 2021 ນີ້.

ສ່ວນການທີ່​ຈະເປີດປະເທດ ເພື່ອຮັບນັກທ່ອງທ່ຽວ ຊາວຕ່າງຊາດຢ່າງກ້ວາງຂວາງ ໄດ້ນັ້ນຈະຕ້ອງປະກອບມີເງື່ອນໄຂສໍາຄັນໃນສາມດ້ານດ້ວຍກັນ ຄືການສັກຢາວັກຊີນກັນໂຄວິດ-19 ໄດ້ແລ້ວ 70 ເປີເຊັນ ຂອງຈໍານວນປະຊາກອນລາວ, ສະຖານທີ່ທີ່ໃຫ້ບໍລິການຕ່າງໆ ກໍຈະຕ້ອງມີມາດ ຕະການປ້ອງກັນການລະບາດໂຄວິດ-19 ຢ່າງຄົບຖ້ວນ ແລະພົນລະເມືອງລາວ ທີ່ມີການເດີນທາງໄປ ມາຕາມສະຖານທີ່ຕ່າງໆນັ້ນ ຈະຕ້ອງມີການຕິດຕັ້ງ Application ລາວສູ້ໆ ເພື່ອ ຈະເຮັດໃຫ້ສາມາດຕິດຕາມໂຕໄດ້ໃນກໍລະນີທີ່ໄດ້ພາໂຕເອງເຂົ້າໄປຢູ່ໃນສະຖານທີ່ ທີ່ມີຄວາມສ່ຽງນັ້ນ.

XS
SM
MD
LG