ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນຝຣັ່ງເຊື້ອສາຍລາວ ກ່າວເຖິງຄວາມລຳບາກ ໃນການຊອກຫາບ່ອນຝາກລູກ


ຫໍຄອຍແອຟແຟລ (Eiffel Tower) ສັນຍາລັກນະຄອນຫຼວງປາຣີ.
ຫໍຄອຍແອຟແຟລ (Eiffel Tower) ສັນຍາລັກນະຄອນຫຼວງປາຣີ.

ການມີລູກ ແລະລ້ຽງລູກ ຢູ່ໃນຕ່່່າງປະເທດມີຄ່າໃຊ້ຈ່າຍສູງ ດັ່ງໂຕຢ່າງຢູ່ໃນນະຄອນ
ຫຼວງປາຮີ ການເອົາລູກໄປຝາກໄວ້ບ່ອນລ້ຽງເດັກ ໃນຂະນະທີ່ພໍ່ແມ່ ໄປລ້າໄປການ.
ນອກຈາກນັ້ນ ຍັງມີບັນຫາບ່ອນລ້ຽງເດັກນ້ອຍບໍ່ມີພຽງພໍຕໍ່ຄວາມຕ້ອງການ ແລະໄດ້
ລໍຖ້າບ່ອນຫວ່າງເປັນເວລານານ ຊຶ່ງເປັນບ່ອນທີ່ລັດຖະບານໃຫ້ການຊ່ວຍເຫຼືອສ່ວນ
ນຶ່ງ. ເພາະສະນັ້ນຖ້າຄອບຄົວໃດມີພໍ່ແມ່ຢູ່ນຳ ຫຼືຢູ່ໃກ້ກັບຄອບຄົວ ຜູ້ນັ້ນແມ່ນໂຊກດີ
ທີີ່ສຸດ ທີ່ມີຜູ້ຊ່ວຍເບິ່ງແຍງ ຖ້າບໍ່ດັ່ງນັ້ນຜູ້ເປັນເມຍ ຫຼືຜົວຕ້ອງໄດ້ຢູ່ບ້ານເບິ່ງລູກ ເພື່ອ
ປະຍັດການໃຊ້ຈ່າຍ.

ຍານາງດາຣາວັນ ສົມສະວັດດີ ລັດຖະກອນກະຊວງສຶກສາໃນນະຄອນຫຼວງປາຣີ ມີລູກ
ຊາຍນ້ອຍອາຍຸຕໍ່າກວ່າສາມປີ ແລະບໍ່ມີສາມີຢູ່ນໍາ ຕ້ອງໄດ້ຮັບຄວາມລໍາບາກໃນການ
ເອົາລູກໄປຝາກບ່ອນລ້ຽງເດັກໃນແຕ່ລະວັນ ໂດຍສະເພາະໄດ້ຈ່າຍຄ່າເບິ່ງລູກເກືອບ
ເຖິງພັນຢູໂຣຕໍ່ເດືອນ ຊຶ່ງຍານາງດາຣາວັນ ໄດ້ກ່າວເຖິງລະບົບການເຍິ່ງແຍງເດັກນ້ອຍ
ສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຢູ່ໃນສະຫະລັດອາເມຣິກາກໍເຊັ່ນດຽວກັນ ສຳລັບຜູ້ທີີ່ມີເງິນເດືອນຕໍ່າ ນຶ່ງສ່ວນສາມ
ແມ່ນຕ້ອງໄດ້ຈ່າຍຄ່າຜູ້ເບິ່ງແຍງລູກ ແລະນີ້ແມ່ນເຫດຜົນນຶ່ງ ທີ່ຄອບຄົວສະໄໝໃໝ່ບໍ່
ມີລູກຫຼາຍຄົນ.ສຳລັບບັນດາຜູ້ທີ່ຮັ່ງມີເຂົາເຈົ້າສາມາດຈ້າງຄົນມາເບິ່ງລູກຢູ່ບ້ານ ຫຼືນຳ
ໄປຝາກໄວ້ຢູ່ບ່ອນລ້ຽງເດັກນ້ອຍສ່ວນໂຕ ທີ່ມີລາຄາແພງ.

XS
SM
MD
LG