ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມືປືນສັງຫານ 5 ຄົນ ຢູ່ໃນ ຫ້ອງຂ່າວຂອງ ສໍານັກໜັງສືພິມ ແຫ່ງນຶ່ງ ໃນລັດແມຣີແລນ ຂອງ ສຫລ


ຕຳຫຼວດໄປຍາມຢູ່ບ່ອນເກີດເຫດຍິງກັນ ໃນຫ້ອງການໜັງສືພິມ Capital Gazette ທີ່ນະຄອນອານາໂປລິສ ລັດແມຣີແລນ ວັນທີ 28 ມິຖຸນາ 2018.
ຕຳຫຼວດໄປຍາມຢູ່ບ່ອນເກີດເຫດຍິງກັນ ໃນຫ້ອງການໜັງສືພິມ Capital Gazette ທີ່ນະຄອນອານາໂປລິສ ລັດແມຣີແລນ ວັນທີ 28 ມິຖຸນາ 2018.

ຕຳຫຼວດ​ຂອງ ​ລັດແມຣີ​ແລນ ທີ່​ຕັ້ງຢູ່ແຄມ​ຝັ່ງທະ​ເລທາງຕາ​ເວັນ​ອອກຂອງ​ສະຫະລັດໄດ້
ຮູ້ແລ້ວວ່າຜູ້​ຊາຍ​ຄົນທີ່ມີລູກ​ລະ​ເບີດ​ຄວັນ​ ​ແລະ​ປືນ​ສັ້ນກະບອກ​ນຶ່ງ ​ແລ້ວ​ເຂົ້າ​ໄປ​ຍິງຄົນ
ແບບບໍ່ເລືອກໜ້າ ຢູ່​ຫ້ອງການຂອງ​ໜັງສືພິມ​ແຫ່ງ​ນຶ່ງ​ ຊຶ່ງ​ເຮັດ​ໃຫ້​ຫ້າ​ຄົນເສຍ​ຊີວິດໃນ​
ວັນ​ພະຫັດ​ວານ​ນີ້ນັ້ນ ແມ່ນໃຜ.

ພວ​ກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ້າວ​ຈາຣຣອດ ຣາໂມ​ສ ທີ່ມີ​ຄວາມ​ອາ​ຄາດ​ບາດໝາງຕໍ່​ສໍານັກ
​ໜັງສື​ພິມ​ແຄບ​ປິ​ຕານ ກາ​ແຊ​ຕ (Capital Gazette) ຢູ່​ນະຄອນ​ອານາ​ໂປ​ລິ​ສ໌ ​ເມືອງ​
ຫຼວງ​ຂອງ​ລັດ​ແມຣີ​ແລນ ມາ​ເປັນ​ຍາວ​ນານ​ແລ້ວ.

ພ​ວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຫ​ດການດັ່ງກ່າວແມ່ນ​ການ​ໂຈມ​ຕີ​ແບບ​ມີ “ເປົ້າໝາຍ​” ​ແລະ​
ທ້າວຣາ​ໂມ​ສ “​ໄດ້​ຊອກ​ຫາ​ຜູ້​ເຄາະ​ຮ້າຍ​ຂອງ​ລາວ.”

ພວກ​ເຈົ້າ​ໜ້າທີ່​ໄດ້​ໄປ​ເຖິງ​ບ່ອນ​ເກີດ​ເຫດຢ່າງ​ວ່ອງ​ໄວ ​ແຕ່​ວ່າກໍ​ບໍ່​ໄວ​ພໍ ທີ່​ຈະໄປ​ເຖິງ​ທີ່​ນັ້ນກ່ອນໜ້າ​ທີ່ທ້າວຣາໂມ​ສ​ສັງຫານ​ນັກ​ຂ່າວ​ສີ່​ຄົນ ​ແລະ​ຜູ້​ຊ່ວຍ​ຄົນຂາຍ​ຜູ້​ນຶ່ງໃນ​ການ
​ສັງຫານໝູ່.

ເຈົ້າໜ້າທີ່ຕຳຫຼວດຕອບໂຕ້ຕໍ່ການຍິງກັນຢູ່ຫ້ອງການໜັງສືພິມ ໃນນະຄອນອານາໂປລິສ ລັດແມຣີແລນ ທີ 28 ມິຖຸນາ 2018
ເຈົ້າໜ້າທີ່ຕຳຫຼວດຕອບໂຕ້ຕໍ່ການຍິງກັນຢູ່ຫ້ອງການໜັງສືພິມ ໃນນະຄອນອານາໂປລິສ ລັດແມຣີແລນ ທີ 28 ມິຖຸນາ 2018

ຜູ້​ເຫັນ​ເຫດການ​ກ່າວ​ວ່າ ມື​ປືນໄດ້​ຍິງ​ຜ່ານ​ເຂົ້າ​ໄປ​ໃນ​ປະ​ຕູ​ແກ້ວຕອນປະມານ 3 ​ໂມງ​ຕອນ​ແລງ ຕາມ​ເວລາ​ທ້ອງຖິ່ນ ​ແລະ​ຈາກ​ນັ້ນກໍ​ຍິງ​ພວກ​ພະນັກງານ​ຢູ່ໃນຫ້ອງ​ຂ່າວ.

ນັກ​ຂ່າວຄົນ​ນຶ່ງທີ່​ກຳລັງ​ເຮັດ​ວຽກ​ຢູ່​ໃນ​ເວລາເກີດ​ການ​ຍິງ​ກັນນັ້ນ ​ໃນ​ເວລາຕໍ່​ມາ​ໄດ້​ສົ່ງຂໍ້ຄວາມ​ຜ່ານມທາງ​ທວິດ​ເຕີ ​ໃນ​ຂະນະ​ທີ່​ລາວ​ໄປ​ລີ້​ຢູ່​ກ້ອງ​ໂຕະ​ຂອງ​ລາວ​ນັ້ນ ຊຶ່ງລາວ​ໄດ້​ຍິນ​ສຽງມື​ປືນຍິງ​ປືນ ​ແລະສາກລູກປືນຂອງ​ຕົນ​ຢູ່.

ທ້າວຣາໂມ​ສ ຖືກ​ຈັບ​ ​ແລະ​ກຳລັງ​ຖືກ​ຂັງ​ໂຕ​ໄວ້​ເພື່ອ​ສອບປາກ​ຄໍາ.

ຄົນ​ທີ່​ຖືກ​ສັງຫານ​ຢູ່​ຫ້ອງການ​ໜັງ​ສື​ພິມມີ ທ່ານ​ເຈີ​ຣອລ ​ຟິສ​ຈ໌​ແມນ, ທ່ານຣອບ ຮີ​ອາ​ເຊ​ນ ທ່ານຈອນ ​ແມັກ​ນາມາຣາ ນາງ​ເຣ​ເບັກ​ກາ ຊະ​ມິ​ສ ​ແລະ​ນາງ​ເ​ວັນດີ ວິນ​ເຕີສ໌.

ຕຶກນໍ້າເບີ 888 ຢູ່ຖະໜົນ ແບສເກດ ທີ່ເປັນບ່ອນເກີດເຫດຍິງກັນ ໃນລັດແມຣີແລນ.
ຕຶກນໍ້າເບີ 888 ຢູ່ຖະໜົນ ແບສເກດ ທີ່ເປັນບ່ອນເກີດເຫດຍິງກັນ ໃນລັດແມຣີແລນ.

ທ່ານ​ຟິສ​ຈ໌​ແມນ​ແມ່ນ​ບັນນາທິການໜ້າຂອງໜັງສື​ພິມ​ແຄບ​ປິ​ຕານ ກາ​ແຊ​ຕ (Capital Gazette) ຊຶ່ງ​ທ່ານ​ໄດ້​ເຮັດ​ວຽກຢູ່​ທີ່​ນັ້ນມາ​ໄດ້ມາ​ໄດ້ 25 ປີ ​ແລ້ວ​. 2

ຜູ້ຄົນກຳລັງໜີອອກຈາກຕຶກຂອງສໍານັກໜັງສືພິມກາປີຕານ ກາແຊຕທີ່ນະຄອນອານາໂປລິສ ລັດແມຣີແລນ ທີ 28 ມິຖຸນາ 2018
ຜູ້ຄົນກຳລັງໜີອອກຈາກຕຶກຂອງສໍານັກໜັງສືພິມກາປີຕານ ກາແຊຕທີ່ນະຄອນອານາໂປລິສ ລັດແມຣີແລນ ທີ 28 ມິຖຸນາ 2018

ທ່ານ​ສະຕິ​ຟ ກັນນ໌ (Associate Press) ອະດີດ​ບັນນາທິການ​ຂອງ​ໜັງສືພິມ ກ່າວ​ຕໍ່​ໜັງສືພິມ​ເອພີວ່າ ທ່ານ​ຟິສ​ແມນ ​ໄດ້​ເປັນ​ບັນນາທິການໜ້າສັງ​ສື​ພິມ​ຢູ່ ກາ​ແຊ​ຕ (Capital Gazette) ​ “ທ່ານ​ມີ​ຊື່​ສຽງ​ໃນ​ການ​ເຮັດ​ວຽກຫລາຍ​ໝົດ​ມື້ ​ແລະ​ມີ​ຄວາມ​ຊັດ​ເຈນ​ແນ່ນອນ​ໃນ​ການ​ໃຊ້ພາ​ສາ​ຂອງ​ທ່ານ ​ແລະຮັບປະກັນ​ວ່າ​ໜ້າ​ບັນນາທິການ ຂອງໜັງສື​ພິມ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຫົວ​ໃຈ​ຂອງ​ໜັງສືພິມ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG