ລາຍງານຂ່າວ ຣັດເຊຍ ກ່າວວ່າ ມືປືນຄົນນຶ່ງໄດ້ຍິງປືນໃສ່ຄົນທີ່ໄດ້ເດີນທາງອອກຈາກ
ໂບດແຫ່ງນຶ່ງໃນເຂດເມືອງ Dagestan ທີ່ຕັ້ງຢູ່ທາງທິດເໜືອຂອງພູ ໂຄຄາຊັສ
"Caucasus," ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະ ບາດເຈັບ 5 ຄົນ.
ອົງການຂ່າວ Tass ກ່າວວ່າ ການຍິງກັນໄດ້ເກີດຂຶ້ນໃນວັນອາທິດວານນີ້ ຢູ່ນອກໂບດ
ແຫ່ງນຶ່ງໃນເມືອງ ຄິສລີຢາ "Kizlyar." ຄົນຮ້າຍໄດ້ຖືກຕຳຫຼວດຂ້າຕາຍ.
ເຈົ້າເມືອງ ຄິສລີຢາ ທ່ານ ອາເລັກແຊນເດີ ຊູວາລອຟ "Alexander Shuvalov" ໄດ້
ກ່າວຕໍ່ອົງການຂ່າວ Tass ວ່າ “ມືປືນໄດ້ຖືກຍິງຕາຍ,” ທ່ານໄດ້ກ່າວເພີ່ມເຕີມວ່າ ຕຳ
ຫຼວດສອງຄົນແມ່ນລວມຢູ່ໃນຜູ້ທີ່ໄດ້ຮັບບາດເຈັບນັ້ນ.
ຄົນຮ້າຍຖືກລະບຸວ່າມີອາຍຸ 22 ປີ ເປັນຄົນໃນທ້ອງຖິ່ນຂອງພາກພື້ນດັ່ງກ່າວ, ອີງຕາມ
ການລາຍງານຂອງອົງການຂ່າວ Tass. ຊື່ຂອງລາວແມ່ນບໍ່ໄດ້ຖືກເປີດເຜີຍ.
ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການຍິງທີ່ວ່ານັ້ນ, ອີງຕາມການ
ກ່າວຂອງອົງການຂ່າວ Amaq, ແຕ່ບໍ່ໄດ້ໃຫ້ຫຼັກຖານໃນທັນທີທັນໃດ ສຳລັບການອ້າງ
ອີງດັ່ງກ່າວ.
ພາກພື້ນ ດາເກັສຖານ "Dagestan" ແມ່ນພາກພື້ນທີ່ມີຊາວມຸສລິມອາໄສຢູ່ສ່ວນໃຫຍ່
ຕັ້ງຢູ່ລະຫວ່າງແຄ້ວນ ເຊສເນຍ "Chechnya" ກັບ ທະເລ ກາສປຽນ.