ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກຮຽນຮຽກຮ້ອງໃຫ້ມີ ການເດີນຂະບວນປະທ້ວງ ຕ້ານການກໍ່ຄວາມຮຸນແຮງ ທີ່ເກີດຈາກການໃຊ້ປືນ


ພວກນັກຮຽນພາກັນຖືກຍົກຍ້າຍອອກໄປຈາກໂຮງຮຽນມັດ​ທະຍົມ​ຕອນ​ປາຍໃນຂະນະທີ່ມີເຫດການຍິງສັງຫານໝູ່ ຢູ່ໃນໂຮງຮຽນດັ່ງກ່າວ ໃນເມືອງ Parkland, ​ລັດ​ຟລໍຣິດາ​ ໃນວັນທີ 14 ກຸມພາ, 2018
ພວກນັກຮຽນພາກັນຖືກຍົກຍ້າຍອອກໄປຈາກໂຮງຮຽນມັດ​ທະຍົມ​ຕອນ​ປາຍໃນຂະນະທີ່ມີເຫດການຍິງສັງຫານໝູ່ ຢູ່ໃນໂຮງຮຽນດັ່ງກ່າວ ໃນເມືອງ Parkland, ​ລັດ​ຟລໍຣິດາ​ ໃນວັນທີ 14 ກຸມພາ, 2018

ພວກ​ທີ່ລອດ​ຊີວິດຈາກເຫດການຍິງ​ສັງຫານໝູ່ ຢູ່​ໂຮງຮຽນມັດ​ທະຍົມ​ຕອນ​ປາຍໃນ
​ລັດ​ຟລໍຣິດາ​ໃນ​ອາທິດ​ແລ້ວນີ້ ​ໄດ້​ປະກາດ​ວ່າ​ ຈະ​ຈັດ​ໃຫ້​ມີ​ການເດີນ​ຂະ​ບວນປະ​ທ້ວງ
​ຢູ່​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ​ແລະ​ຕົວ​ເມືອງ​ໃຫຍ່​ອື່ນໆ ຂອງ​ສະຫະລັດ ​ໃນ​ເດືອນ
ໜ້ານີ້ ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ກະທໍາ​ທີ່​ເປັນ​ຮູບ​ປະ​ທໍາ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຍິງ​
ສັງຫານ ​ຢູ່​ໃນ​ໂຮງຮຽນ​ເກີດ​ຂຶ້ນອີກ.

"ພວກ​ເຮົາ​ຈະພ້ອມ​ກັນ​ເດີນ​ຂະ​ບວນ​ໃນ​ນາມ​ທີ່​ເປັນ​ນັກຮຽນ​ເພື່ອ​ຂໍ​ຊີວິດ​ຂອງ​ພວກ​ເຮົາ
​ໄວ້," ນາງແຄມ​ເມີຣອນ ​ເຄຊີ (Cameron Kasey) ນັກຮຽນຄົນ​ນຶ່ງ​ໄດ້ກ່າວ​ຢູ່​ໃນ​ລາຍ
ການ This Week ຫລື​ອາທິດ​ນີ້ ຂອງໂທລະພາບ ABC ​ໃນວັນ​ອາທິດ​ວານ​ນີ້. "​ເຫດ
ການ​ນີ້​ເຄີຍ​ ໄດ້​ເກີດ​ຂຶ້ນມາກ່ອນ ​ແລະ​ກໍ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ອັນ​ໃດ​ເລີຍ. ກໍ​ສຸດລົງ
ພຽງ​ເທົ່າ​ນັ້ນຫລະ."

ນາງ​ເຄຊີ ​ເວົ້າວ່າ ​ເຫດຜົນອັນ​ນຶ່ງທີ່​ພາໃຫ້​ມີ​ການ​ເດີນ​ຂະ​ບວນດັ່ງກ່າວ​ນີ້ ກໍ​ຄື​ເພື່ອ​ຈະ​ປັກ
"ປ້າຍ​ແຫ່ງ​ຄວາມ​ອັບອາຍ" ​ໃສ່​ນັກ​ການ​ເມືອງ​ຄົນ​ໃດ​ກໍ​ຕາມ ​ທີ່​ໄດ້​ຮັບ​ເອົາ​ເງິນ​ຈາກ​ສະ
ມາຄົມ​ປື​ນ​ແຫ່​ງຊາດ ຫລື NRA. ນາງ​ເວົ້າອີກ​ວ່າ NRA ​ໄດ້​ສົ່ງ​ເສີມ​ໃຫ້​ມີ​ວັດທະນາ​ທໍາ​
ທີ່​ນິຍົມໃຊ້​ປືນ ທີ່​ນໍາ​ໄປ​ສູ່​ສະພາບອັນ​ສະຫຍອງ​ຂວັນ​ແບບນີ້.

ນັກຮຽນອີກ​ຜູ້​ນຶ່ງ ນາງ​ເອັມມາ ​ໂກນ​ຊາເລັສ (Emma Gonzalez) ກໍໄດ້ກ່າວ​ຕໍ່​ໂທລະ
ພາບ ABC ວ່າ ປະທານາທິບໍດີ​ ດໍ​ໂນ​ລ ທຣໍາ, ຜູ້​ແທນ​ສະພາ​ສູງ​ປະ​ຈໍາ​ລັດ​ຟລໍຣິດາ
ທ່ານ​ມາ​ໂຄ ຣຸບບີ​ໂອ, ​ແລະ​ທ່ານຣິກ ສະກັອດ (Rick Scott) ລ້ວນ​ແຕ່​ໄດ້​ຮັບການສະ
ໜັບສະໜຸນຈາກສະມາຄົມ NRA ທັງ​ນັ້ນ. ນາງ​ບອກ​ວ່າ ພວກ​ນັກຮຽນ "ຢາກ​ໃຫ້ໂອ
ກາດ​ແກ່ພວກ​ເພິ່ນໄດ້​ມາ​ຢືນ​ຢູ່​ໃນ​ຝ່າຍ​ທີ່​ຖືກຕ້ອງ​ຂອງ​ບັນຫານີ້."

ທໍານຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ທຣໍາ ຈະ​ຈັດ​ໃຫ້​ມີ​ກອງ​ປະຊຸມ​ທີ່​ທໍານຽບຂາວ​ເອງ
​ເອີ້ນວ່າ "ການ​ຮັບ​ຟັງ​ຄໍາ​ເຫັນ" ກັບ​ພວກ​ນັກຮຽນແລະ​ນາຍຄູ​ຢູ່ໃນໂຮງຮຽນມັດທະຍົມ
​ປາຍຕ່າງໆ ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້ ​ແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ່ມ​ເຕີມ​ແຕ່​ຢ່າງ​ໃດ.

ທ່ານ​ທຣໍາ ​ໄດ້​ຕໍາໜິອົງການ​ເອັຟບີ​ອາຍ (FBI) ທີ່ "ບໍ່​ໄດ້​ເອົາ​ໃຈໃສ່ ​ຕໍ່ສັນຍານ​ເຕືອນ​ໃຫ້​
ຮູ້" ກ່ຽວກັບເຈດ​ຈໍານົງ​ຂອງທ້າວ ນິ​ໂຄ​ລັສ ຄຣຸສ໌ (Nikolas Cruz) ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ
​ເປັນ​ມື​ປືນ ທີ່​ມີ​ມາ​ໄດ້​ດົນ​ກວ່າ ນຶ່ງ​ເດືອນ​ກ່ອນໜ້າທີ່​ລາວຈະ​ໄດ້​ຍິງ 17 ຄົນ​ຕາຍ​ຢູ່​ໃນ​ໂຮງຮຽນມັດທະຍົມ​ປາຍມາ​ໂຈຣີ ສະ​ຕອນ​ແມນ ດັກ​ກລາສ໌ (Marjory Stoneman
Douglas) ຢູ່​ເມືອງ​ພາກແລນ (Parkland) ລັດ​ຟລໍຣິດາ.

ທ່ານ​ທຣໍາໄດ້ຂຽນຂໍ້ຄວາມ​ລົງໃນ​ທວີ​ດ​ເທີ​ໃນ​ຕອນ​ຄໍ່າຂອງ​ວັນ​ເສົາ​ຜ່ານ​ມາວ່າ "​ເປັນ​
ເລື້ອງທີ່ໜ້າ​ເສົາ​ໃຈ​ຫລາຍ ທີ່ FBI ​ໄດ້​ພາດ​ໂອກາດຕິດຕາມ​ເບິ່ງ​ສັນຍານ ​ທີ່​ມື​ປືນ​ຍິງຢູ່ໂຮງຮຽນຟລໍຣິດາບອກ​ໃຫ້​ຮູ້. ​ເລື້ອງນີ້​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້". “ພວກ​ເຂົາພາກັນ​ໃຊ້ແວລາຫລາຍ​ໂພດ ​ເພື່ອ​ຊອກ​ຫາ​ຫລັກ​ຖານວ່າ ຣັດ​ເຊຍ​ມີ​ການຮ່ວມ​ມື​ກັບຄະນະໂຄສະ
ນາ​ຫາ​ສຽງ​ໃຫ້​ທຣໍາ—​ບໍ່ມີ​ການ​ຮ່ວມ​ມື​ນັ້ນ​ເລີຍພາກັນ ​ກັບ​ຄືນ​ໄປ​ຫາວຽກພື້ນຖານ ​ແລະ
​ເຮັດ​ໃຫ້​ພວກ​ເຮົາ ​ທຸກ​ຄົນ​ມີ​ຄວາມ​ພູມ​ໃຈ​ຊະ!"

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG