ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ການຍິງກັນ ທີ່ນະຄອນ ເຈຣູຊາແລັມ ເຮັດໃຫ້ ຕຳຫຼວດ 2 ຄົນ ແລະຜູ້ໂຈມຕີ 3 ຄົນ ເສຍຊີວິດ


ຮູບວັດ ທີ່ຊາວມຸສລິມຮູ້ກັນ ໃນຊື່ Noble Sanctuary ແລະຊາວຢິວເອີ້ນວ່າ ວັດພູຫຼື Temple Mount ທີ່ນະຄອນ ເຈຣູຊາແລັມ. (25 ຕຸລາ 2015)

ໂຄສົກ​ຂອງ​ຕຳຫຼວດອິສຣາ​ແອ​ລ ກ່າວ​ວ່າ ຜູ້​ໂຈມຕີ 3 ຄົນ ທີ່​ມີ​ປືນ​ກົນ ​ແລະ​ມີີດ​ເປັນ​
ອາວຸດ ​ໄດ້​ຍິງ​ປືນ​ເຂົ້າ​ໃສ່​ຕຳຫຼວດ ​ໃນ​ເຂດ​ເມືອງ​ເກົ່າຂອງ​ນະຄອນ​ເຈຣູຊາ​ແລັມ ​ໃນ
​ວັນ​ສຸກ​ມື້ນີ້ ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ ​ແລະ​ອີກ​ຫຼາຍໆ​ຄົນ​ບາດ​ເຈັບ.

ທ່ານ Mickey Rosenfeld ກ່າວ​ວ່າ ພວກ​ໂຈມ​ຕີ ​ໄດ້​ພະຍາຍາມ​ທີ່​ຈະໃຊ້​ມີດ​ແທງ
ບາງ​ຄົນ ກ່ອນ​ຈະ​ຫລົບ​ໜີເຂົ້າ​ໄປ ​ໃນ​ສະຖານ​ທີ່​ສັກສິດທີ່​ຊາວ​ມຸສລິ​ມ​ເອີ້ນວ່າ ບ່ອນ​
ຫລົບ​ລີ້ຂອງ​ພວກ​ຜູ້ດີ ຫລືວັດ Noble Sanctuary ​ແລະ​ຊາວ​ຢິວຮູ້​ກັນ​ໃນຊື່ວັດພູ​ຫຼື
Temple Mount.

​ໂຄສົກ​ຂອງ​ຕຳຫຼວດກ່າວ​ວ່າ “​ໄດ້ມີ​ການ​ຕາມ​ລ່າ​ຫຼັງຈາກ​ນັ້ນ ​ແລະ​ຜູ້​ກໍ່​ການ​ຮ້າຍທັງ​
ສາມ​ໄດ້​ຖືກ​ຂ້າ​ຕາຍ.”

ຕຳຫຼວດກ່າວ​ວ່າ ຈະ​ບໍ່​ມີການ​ສວດ​ມົນ​ພາວະນາ​ຂອງ​ຊາວ​ມຸສລິ​ມຢູ່​ສະຖານ​ທີ່​ແຫ່ງ
​ນັ້ນ ​ໃນ​ວັນ​ສຸກ​ມື້ນີ້ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ໂຈ​ມຕີ​ແລ້ວ.

ວັດບ່ອນ​ຫລົບ​ລີ້ຂອງ​ຜູ້ດີ ຫຼືວັດ​ພູ Temple Mount ນີ້ ​ເປັນ​ສະຖານ​ທີ່​ສັກສິດທີ່​ສຸດ
​ຂອງ​ຊາວ​ຢິວ ​ແລະ​ສະຖານ​ທີ່​ສັກສິດ​ອັນ​ດັບ 3 ຂອງ​ອິສລາມ.

ຍັງບໍ່​ມີ​ຂໍ້​ມູນໃດໆ​ກ່ຽວ​ກັບ​ວ່າ ຜູ້​ໂຈມ​ຕີ​ທັງ​ 3 ​ເປັນ​ໃຜ ​ໃນ​ເວລາ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG