ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

2 ຄົນຖືກຂ້າຕາຍ ໃນສະຖານທີ່ ບັນເທີງແຫ່ງນຶ່ງໃນ ສະຫະລັດ


ນັກສືບສວນສອບສວນເຮັດວຽກພາຍໃຕ້ແສງໄຟ ໃນສະຖານທີ່ເກີດເຫດຍິງກັນ ໃນຕອນເດິກຄືນວານນີ້.
ນັກສືບສວນສອບສວນເຮັດວຽກພາຍໃຕ້ແສງໄຟ ໃນສະຖານທີ່ເກີດເຫດຍິງກັນ ໃນຕອນເດິກຄືນວານນີ້.

ການຍິງກັນທີ່ໄນທ໌ຄລັບແຫ່ງໜຶ່ງໃນລັດ ຟລໍຣິດາ ທາງພາກຕາເວັນອອກສຽງໃຕ້ຂອງ ສະຫະລັດ ໄດ້ເຮັດໃຫ້ຄົນເສຍຊີວິດ 2 ຄົນ.

ບັນດາເຈົ້າໜ້າທີ່ກ່າວວ່າ ມີປະຊາຊົນຢ່າງໜ້ອຍ 14 ຄົນໄດ້ຮັບບາດເຈັບໃນເຫດການທີ່ ເກີດຂຶ້ນໃນຕອນເຊົ້າຂອງວັນຈັນມື້ນີ້ ຢູ່ນອກສະຖານທີ່ບັນເທີງໃນເມືອງ Fort Myers, ຕັ້ງຢູ່ແຄມຝັ່ງອ່າວທະເລຂອງລັດ.

ໃນເດືອນທີ່ຜ່ານມາ, ການຍິງຄົນຈຳນວນຫຼາຍໃນ ໄນທ໌ຄລັບຂອງພວກກະເທີຍ ທີ່ເມືອງ Orlando ລັດ ຟລໍຣິດາ ໄດ້ເຮັດໃຫ້ມີຄົນເສຍຊີວິດ 49 ຄົນ, ອີກຄັ້ງໜຶ່ງມັນໄດ້ຜັກດັນໃຫ້ ບັນຫາການຄວບຄຸມປືນມາຢູ່ອັນດັບໜ້າຂອງລະດູການເລືອກຕັ້ງທາງການເມືອງປີ 2016 ນີ້.

ການຢັ່ງຫາງສຽງເມື່ອບໍ່ດົນມານີ້ກ່າວວ່າ ປະຊາຊົນ ອາເມຣີກັນ ທີ່ເພີ່ມຂື້ນຈຳນວນຫຼາຍ ແມ່ນສະໜັບສະໜູນໃຫ້ມີກົດໝາຍການຄວບຄຸມປືນທີ່ມີຄວາມເຂັ້ມງວດຂຶ້ນຕື່ມ, ແຕ່ໄດ້ ເບິ່ງໂລກໃນແງ່ຮ້າຍວ່າ ບັນດາສະມາຊິກສະພາຈະເຮັດທຸກສິ່ງທຸກຢ່າງເພື່ອກໍ່ໃຫ້ເກີດ ການປ່ຽນແປງຕ່າງໆ.

ການຢັ່ງຫາງສຽງຂອງກຸ່ມ Gfk ຂອງອົງການຂ່າວ AP ກ່າວວ່າ ຊາວ ອາເມຣິກັນ ຮູ້ສຶກບໍ່ ປອດໄພ ແລະ ໄດ້ເປັນຫ່ວງວ່າພວກເຂົາເຈົ້າ ຫຼື ຄອບຄົວຈະເປັນຜູ້ເຄາະຮ້າຍຂອງຄວາມ ຮຸນແຮງຈາກປືນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Club Shooting
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG