ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 17 ຄົນເສຍຊີວິດ ຈາກການຍິງສັງຫານໝູ່ ໃນໂຮງຮຽນມັດທະຍົມປາຍ ໃນລັດ ຟລໍຣີດາ


ພວກພໍ່ແມ່ ຜູ້ປົກຄອງ ທີ່ຄອງຄອຍຖ້າຮັບຟັງຂ່າວ ຫຼັງຈາກ
ທີ່ໄດ້ມີລາຍງານກ່ຽວກັບການຍິງສັງຫານໝູ່ ໃນໂຮງຮຽນມັດ
ທະຍົມປາຍ Marjory Stoneman Douglas High School ທີ່ເມືອງ Parkland, ລັດ ຟລໍຣີດາ, 14 ກຸມພາ 2018.
ພວກພໍ່ແມ່ ຜູ້ປົກຄອງ ທີ່ຄອງຄອຍຖ້າຮັບຟັງຂ່າວ ຫຼັງຈາກ ທີ່ໄດ້ມີລາຍງານກ່ຽວກັບການຍິງສັງຫານໝູ່ ໃນໂຮງຮຽນມັດ ທະຍົມປາຍ Marjory Stoneman Douglas High School ທີ່ເມືອງ Parkland, ລັດ ຟລໍຣີດາ, 14 ກຸມພາ 2018.

ຕຳຫຼວດ​ໃນ​ລັດ Florida ທາງ​ພາກ​ໃຕ້​ຂອງ​ສະຫະລັດ ກ່າວ​ວ່າ ການ​ສັງຫານ​ໝູ່ ຄັ້ງ​ຫຼ້າ
​ສຸດ ​ໃນໂຮງຮຽນ​ຂອງສະຫະລັດ ທີ່​ພົວພັນ​ກັບ​ອະດີດ​ນັກຮຽນ​ ທີ່​ໄດ້​ຍິງ​ກາດ ຢູ່ຂ້າງ​ນອກ​ໂຮງຮຽນ ​ແລະ​ຕໍ່​ມາ ກໍສືບ​ຕໍ່​ຍິງ​ກາດ​ເຂົ້າ​ໄປ​ໃນ​ຕຶກອາຄານ ຫ້ອງ​ຮຽນ​ທັງຫຼາຍ ກ່ອນທີ່
ລາວ ຈະ​ໄດ້​ປະ​ປົນ​ເຂົ້າ​ກັບ​ພວກ​ນັກຮຽນ​ທັງຫຼາຍ​ ຕອນ​ທີ່​ພວກ​ເຂົາ​ເຈົ້າ​ພາກັນແລ່​ນໜີ​
ຕາຍ​ເອົາ​ຕົວ​ລອດນັ້ນ.

​ເຈົ້າ​ໜ້າ​ທີ່ໄດ້​ຊີ້​ຕົວ​ມື​ປືນ​ຜູ້​ທີ່​ຍິງ​ນັ້ນ​ວ່າ ​ແມ່ນ​ທ້າວ Nikolas Cruz. ​ໃນ​ຕອນ​ແລງ​ວັນ​
ພຸດ​ວານ​ນີ້ ພວກ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ລາວ ​ໄດ້​ສັງຫານ ຢ່າງ​ນ້ອຍ 17 ຄົນ ​ແລະ​ໄດ້​
ນຳ​ສົ່ງຜູ້​ບາດ​ເຈັບ​ຫຼາຍ​ກວ່າ​ນັ້ນ ​ໄປ​ຍັງ​ໂຮງພະຍາບານ.

ເຊີນຊົມ: ຫົວ​ໜ້າ​ຕຳຫຼວດ ໃນລັດ ຟລໍຣີດາ ເອີ້ນການໂຈມຕີນີ້ວ່າເປັນການເອົາບາດກ້າວທີ່ເສົ້າ​ສະ​ລົດ​ໃຈ ປ່າ​ເຖື່ອນ​ໂຫດຮ້າຍ​ສາມານ.

Florida Sheriff Calls Shooting 'Catastrophic'
please wait

No media source currently available

0:00 0:00:17 0:00

​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ແມ່ນ​ຈະ​ໄດ້​ມີ​ລາຍ​ງານ​ເພີ່ມ​ຕື່ມ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້​ອີກ ​
ໃນ​ການ​ໂຈມ​ຕີ​ໃສ່​ໂຮງຮຽນ​ມັດທະຍົມ​ປາຍ Marjory Stoneman Douglas
ທີ່​ເມືອງ Parkland ທີ່​ຢູ່​ຫ່າງ​ອອກ ນະຄອນ Miami ​ໄປ ປະມານ 70 ຫຼັກ​ກິ​ໂລ​ແມັດ.

ທ້າວ Cruz ​ໄດ້​ຖືກ​ຈັບ​ກຸມ ແບບບໍ່ມີບັນຫາ ​ຫຼັງ​ຈາກ​ທີ່​ຫົວ​ໜ້າ​ຕຳຫຼວດ​ຂອງ​ເຂດ
Broward ທ່ານ Scott Israel ​ໄດ້​ເອີ້ນ​ເຫດ​ເກີດ​ຂຶ້ນ​ນີ້​ວ່າ​ແມ່ນ “ເປັນ​ການ​ເອົາ​ບາດ
ກ້າວ​ທີ່​ເສົ້າ​ສະ​ລົດ​ໃຈ ປ່າ​ເຖື່ອນ​ໂຫດຮ້າຍ​ສາມານ.”

ທ່ານ Israel ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ມື​ປືນ ​ແມ່ນ​ໄດ້​ໃຊ້​ອາວຸດ​ປືນ AR-15 ​
ແລະ​ຝັກລູກປືນ​ຫຼາຍ​ອັນ.

ເຊີນຊົມ:ຫົວ​ໜ້າ​ຕຳຫຼວດ ໃນລັດ ຟລໍຣີດາ ກ່າວເຖິງອາຍຸ ແລະອາວຸດຂອງມືປືນ

Florida Sheriff Discusses Shooter's Age, Weapons
please wait

No media source currently available

0:00 0:00:12 0:00

“ຂ້າພະ​ເຈົ້າ ​ແມ່ນ​ວຽນ​ຫົວ​ຄື້ນໄສ້ ທີ່​ໄດ້​ເຫັນ​ພວກ​ນັກຮຽນ ທີ່​ໄປ​ໂຮງຮຽນ​ນີ້ ທີ່ຖື​ຖົງ​ເປ້ ​
ແລະ​ສໍ ພາກັນ​ເສຍ​ຊີວິດ,”
ຊຶ່ງ​ທ່ານ Israel ​ໄດ້​ກ່າວ​ໄວ້ ​ແລະ​ທ່າ​ນກ່າວ​ຕໍ່ໄປວ່າ
“ປະ​ເທດ​ນີ້, ພວກ​ເຮົາ​ຈະ​ເປັນ​ທີ່ເຫັນ​ບາງ​ສິ່ງ​ບາງ​ຢ່າງ ​ແລະກໍ​ຄວນໄດ້ຖືກ​ບອກ​ກ່າວ​.
ຖ້າ​ຫາກ​ວ່າ ພວກ​ເຮົາ​ເຫັນ​ວ່າ​ເປັນ​ການ​ປະພຶດ​ທີ່​ຜິດ​ແປກ​ອອກ​ໄປ​ ນິ​ໄສ​ທີ່​ພິລຶກ​ອອກ​
ໄປ​ນັ້ນ ພວກ​ເຮົາ​ຈະ​ຕ້ອງໄດ້​ບອກ​ໃຫ້​ທາງ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຮູ້​ນຳ.”

ຄະນະ​ສືບສວນ ​ແມ່ນ​ໄດ້​ທຳ​ການ​ສືບສວນ​ເຂົ້າ​ໃນ​ກິດຈະກຳ​ຕ່າງໆທາງ​ສື່​ສັງຄົມອອນ
​ໄລ​ນ໌ ຂອງ​ທ້າວ Cruz. ທ່ານ Israel ​ກ່າວ​ໃນ​ແລງ​ວັນ​ພຸດ​ວານ​ນີ້​ວ່າ ຫຼັກ​ຖານ​ທັງຫຼາຍ
​ນັ້ນ​ແມ່ນ ມີໃຫ້​ເຫັນ ຊຶ່ງ​ມັນມີ​ຫຼາຍ​ສິ່ງ​ທີ່ “​ເປັນ​ການ​ລົບ​ກວນ​ແທ້​ໆ” ​ໂດຍ​ບໍ່​ໄດ້​ໃຫ້​ລາຍ
​ລະອຽດ​ຫຍັງ​ຫຼາຍ.

ທ່ານ​ກ່າວ​ວ່າ ພວກເຄາະ​ຮ້າຍ​ຈາກ​ການ​ຍິງ​ສັງກາ​ນໝູ່​ນີ້ ​ແມ່ນ​ຮວມມີ​ທັງ​ພວກ​ເດັກນ້ອຍ
​ແລະ​ຜູ້​ໃຫຍ່ນຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ສະຖານທີ່ເກີດເຫດ ໂຮງຮຽນມັດທະຍົມປາຍ Marjory Stoneman Douglas High School, ເມືອງ Parkland, ລັດ Florida
ສະຖານທີ່ເກີດເຫດ ໂຮງຮຽນມັດທະຍົມປາຍ Marjory Stoneman Douglas High School, ເມືອງ Parkland, ລັດ Florida

XS
SM
MD
LG