ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄວ​ລຸ້ນ​ ໄທ ຖືກ​ຈັບຫຼັງ​ຈາກ​ການ​ຍິງ​ກັນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ


ຕຳຫຼວດ​ໄທ ຕອບ​ສະ​ໜອງ​ຕໍ່​ການ​ເຫດ​ການ​ຍິງ​ກັນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ ສະ​ຫຍາມ ພາ​ຣາ​ກອນ, ບາງກອກ, ໄທ, 3 ຕຸ​ລາ 2023. (Tommy Walker/VOA)
ຕຳຫຼວດ​ໄທ ຕອບ​ສະ​ໜອງ​ຕໍ່​ການ​ເຫດ​ການ​ຍິງ​ກັນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ ສະ​ຫຍາມ ພາ​ຣາ​ກອນ, ບາງກອກ, ໄທ, 3 ຕຸ​ລາ 2023. (Tommy Walker/VOA)

ຕຳຫຼວດ​ໄທ​ໄດ້​ຈັບ​ກຸມ​ໄວ​ລຸ້ນ​ຄົນ​ນຶ່ງ​ທີ່​ຖື​ກ​ກ່າວ​ຫາ ໃນການ​ຍິງ ແລະ ສັງ​ຫານ​ຢ່າງ​ໜ້ອຍ​ສອງ​ຄົນ ແລະ ບາດ​ເຈັບ​ອີກຫຼາຍ​ຄົນ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ​ ໃນ​ເຂດໃຈ​ກາງ​ ບາງກອກ ເມື່ອ​ວັນ​ອັງ​ຄານ​ວານນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຢືນ​ຢັນ​ວ່າ​ຄົນ​ສັນ​ຊາດ ມຽນ​ມາ ແລະ ຈີນ ໄດ້​ເສຍ​ຊີ​ວິດ​ຢູ່​ຫ້າງ​ຊັບ​ພະ​ສິນ​ຄ້າ ສະ​ຫຍາມ ພາ​ຣາ​ກອນ.

ການ​ຍິງ​ກັນ​ໄດ້​ເກີດ​ຂຶ້ນ​ເວ​ລາ 4 ໂມງ​ແລງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ​ຈົນ​ນຳ​ໄປ​ສູ່​ການ​ອົບ​ພະ​ຍົບ​ບັນ​ດາ​ຜູ້​ໄປ​ເລາະ​ຊື້​ເຄື່ອງ​ອອກ​ຈາ​ກ​ຫ້າງ​ດັ່ງ​ກ່າວ. ຕຳຫຼວດ​ໄດ້​ໄປ​ຮອດ​ຈຸດ​ເກີດ​ເຫດບໍ່​ດົນຫຼັງ​ຈາກ​ນັ້ນ ແລະ ໄດ້​ຈັບ​ກຸມ​ມື​ປືນ, ຜູ້​ທີ່​ໄດ້​ຍອມ​ຈຳ​ນົນ​ໂດຍບໍ່​ໄດ້​ຂັດ​ຂືນ, ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວ​ນ​ຊົນ​ພາຍ​ໃນ​ປະ​ເທດ. ລາຍ​ງານ​ຂ່າວ​ເວົ້າ​ວ່າ​ ລາວ​ມີ​ອາ​ຍຸ 14 ປີ.

ຜູ້​ເຫັນ​ເຫດ​ການ​ທີ່​ເຮັດ​ວຽກ​ຢູ່​ໃນ​ຫ້າງ​ຫຼູ​ທີ່​ວ່າ​ນັ້ນ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ​ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ ​ກ່ອນ​ທີ່​ຈະຫຼົບ​ໜີ​ອອກ​ມາ​ຈາກ​ຕຶກ​ໃນ​ທີ່​ສຸດ.

ນາງ ປູນ, ຜູ້​ທີ່​ເຮັດ​ວຽກ​ຢູ່​ຮ້ານ​ກາ​ເຟ​ຢູ່​ຊັ້ນ​ທຳ​ອິດ​ໄດ້​ອະ​ທິ​ບາຍ​ປະ​ສົບ​ການ​ຂອງ​ລາວ​ວ່າ “ຂ້ອຍບໍ່​ໄດ້​ເຫັນ​ຫຍັງ. ລູກ​ຄ້າ​ບອກ​ເຮົາ​ວ່າ​ມັນ​ແມ່ນ​ການ​ຍິງ​ກັນ​ຢູ່​ຊັ້ນ​ເທິງ. ຂ້ອຍ​ໄດ້​ຢຸດ​ເຮັດ​ວຽກ​ເວ​ລາ​ຂ້ອຍ​ໄດ້​ຍິນ​ຄົນ​ວ່າ “ແລ່ນ, ແລ່ນ.” ຂ້ອຍ​ໄດ້​ແລ່ນ​ໄປ ສະ​ຫຍາມ ເຊັນ​ເຕີ (ເຊິ່ງ​ແມ່ນ​ຕຶກ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ ສະ​ຫຍາມ ພາ​ຣາ​ກອນ). ນາງ​ເວົ້າ​ວ່າ “ຂ້ອຍ​ຕື່ນ​ເຕັ້ນ​ແຕ່​ຢ້ານ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG