ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມືປືນ ສັງຫານ 8 ​ຄົນ ຢູ່ຮ້ານອາຫານ ໃນ ສ. ເຊັກສ໌ ກ່ອນຍິງໂຕຕາຍ


ພວກເຈົ້າໜ້າທີຕຳຫລວດ ຢືນຍາມຢູ່ຕໍ່ໜ້າຮ້ານອາຫານ.
ພວກເຈົ້າໜ້າທີຕຳຫລວດ ຢືນຍາມຢູ່ຕໍ່ໜ້າຮ້ານອາຫານ.

ມື​ປືນ​ຄົນ​ນຶ່ງ​ໄດ້​ເປີດ​ສາກລະດົມ​ຍິງໃສ່ຜູ້ຄົນ ຢູ່​ຮ້ານ​ອາຫານ​
ແຫ່ງ​ນຶ່ງ ​ໃນ​ສາທາລະນະ​ລັດເຊັກສ໌ ໂດຍໄດ້ສັງຫານແປ​ດ
ຄົນ ກ່ອນ​ຍິງໂຕລາວເອງຕາຍ​ໃນ​ວັນ​ອັງຄານ​ວານ​ນີ້.

ຢ່າງໜ້ອຍມີແມ່ຍິງ​ຄົນ​ນຶ່ງ ຖືກ​ຍິງ​ໃສ່​ໜ້າ​ເອິກ ​ແລະ​ຢູ່​ໃນອາ
ການ​ສາຫັດ ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເປັນ​ການຍິງກັນທີ່ຮ້າຍ​ແຮງ
ສຸດ ໃນ​ປະຫວັດ​ສາດ ໃນເວລາທີ່ປະ ເທດມີຄວາມສະຫງົບ.

ແຜນທີ່ ສາທາລະນະລັດເຊັກສ໌
ແຜນທີ່ ສາທາລະນະລັດເຊັກສ໌

ວິທະຍຸ​ສາທາລະນະ​ລັດ​ເຊັກ​ສ໌ ກ່າວ​ວ່າ ຜູ້ຮ້າຍ​ໄດ້​ໂທລະສັບ
ໄປ​ຫາສະຖານີໂທລະພາບທ້ອງ​ຖິ່ນ ​ກ່ອນ​ການຍິງສັງຫານ
ເກີດຂຶ້ນ ໂດຍຈົ່ມທຸກວ່າ ຕຳຫລວດ​ບໍ່​ແກ້​ໄຂ​ບັນຫາ​ຂອງ​
ລາວ ​ແລະ​ຂົ່ມຂູ່​ວ່າ ລາວ​ຈະ​ແກ້​ໄຂ​ດ້ວຍ​ມື​ຂອງລາວ​ເອງ.

​ເຈົ້າ​ຂອງ​ຮ້ານ​ອາຫານ ທ່ານ Pavel Karlik ກ່າວ​ວ່າ ຜູ້​ຊາຍ​
ຄົນ​ນຶ່ງ ​ໄດ້​ຢ່າງ​ເຂົ້າໄປໃນຮ້າຍ ​ແລະ​ກໍເລີ້ມ​ເປີດ​ສາກ​ຍິງເຂົ້າ
ໃສ່ຜູ້ຄົນ. ທ່ານ Karlik ​ແລະ​ບັນດາ​ແຂກ​ອື່ນໆ​ໄດ້​ພາກັນ​
ແລ່ນ​ອອກ​ທາງປະຕູ​ຫລັງ ​ແລະ​ໂທ​ຫາ​ຕຳຫລວດ.

ລັດຖະມົນຕີ​ພາຍ​ໃນເຊັກ​ສ໌ ທ່ານ Milan Chovanec ກ່າວ​ວ່າ ທ່ານ​ຕຶ່ນຕົກ​ໃຈ​ຈາກ​ການ​
ໂຈມ​ຕີ ​ແລະ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຕໍ່ບັນດາ​ຍາດຕິ​ພີ່​ນ້ອງ​ຂອງ​ຜູ້​ເຄາະ​ຮ້າຍ.

ການ​ຍິງ​ກັນ​ໄດ້​ເກີດ​ຂື້ນ​ທີ່​ເມືອງ Uhersky Brod ທີ່​ມີ​ປະຊາກອນຢູ່ 17,000 ຄົນໃກ້​ກັບ
​ຊາຍ​ແດນ ສະ​ໂລ​ວາ​ເກ​ຍ.

CZECH SHOOTING VO
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG